ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 24, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ໂສມໜ້າ ຜູ້ກໍ່ເຫດຈູດກອງເຂົ້າ ຂອງປະຊາຊົນ​ຢູ່ເມືອງສັງທອງ

jon by jon
ເດືອນພະຈິກ 9, 2021
in ທົ່ວໄປ
0
Home ທົ່ວໄປ

ທ້າວ ລັດດາ ອາຍຸ 23 ປີ ຢູ່່ບ້ານກົ້ວ ເມືອງສັງທອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສັງທອງ ກັກຕົວໃນວັນທີ 3 ພະຈິກ ຜ່ານມາ, ຂໍ້ຫາທໍາລາຍຊັບຂອງພົນລະເມືອງ (ຈູດກອງເຂົ້າ) ຜົນເສຍຫາຍ 7.000.000 ກວ່າກີບ.

ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ໃຫ້ຮູ້ວ່າ: ໃນວັນທີ 28 ຕຸລາ ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງສັງທອງ ໄດ້ຮັບລາຍງານຈາກການຈັດຕັ້ງບ້ານກົ້ວ ວ່າ: ມີຄົນລັກລອບຈູດກອງເຂົ້າປະຊາຊົນ ທີ່ກອງໂຮມໄວ້ຢູ່່ບ້ານດັ່ງກ່າວ.

ຈິ່ງໄດ້ຈັດຕັ້ງໃຫ້ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສັງທອງ ລົງສົມທົບກັບ ປກສ ກຸ່ມ ແລະ ການການຈັດຕັ້ງບ້ານ ລົງເກັບກໍາຂໍ້ມູນ ແລະ ກໍານົດໄດ້ເປົ້າໝາຍ,ມາຮອດວັນທີ 3 ພະຈິກ 2021 ກໍໄດ້ກັກຕົວ ທ້າວ ລັດດາ ມາສອບສວນ.

ຜ່ານການສອບສວນ ຜູ້ກ່ຽວສາລະພາບວ່າ: ໄດ້ລົງມືກໍ່ເຫດຈູດກອງເຂົ້າໃນຄັ້ງນີ້ແທ້ ຍ້ອນມີຄວາມບໍ່ພໍໃຈ ທີ່ເຈົ້າຂອງກອງເຂົ້າ ບໍ່ຈ່າຍຄ່າແຮງງານ ທີ່ຕົນຮັບຈ້າງກູ້ເຂົ້າໃນມື້ນັ້ນ ເຊິ່ງເຈົ້າຂອງກອງເຂົ້າ ໄດ້ບອກຕົນວ່າ ຫັກເງິນທີ່ຕົນໄດ້ຢືມກ່ອນໜ້ານີ້ໝົດ, ຈິ່ງເກີດຄວາມບໍ່ພໍໃຈ ແລະ ໄດ້ລົງມືກໍ່ເຫດ.

ຕໍ່ກັບຄະດີດັ່ງກ່າວ, ກອງບັນຊາການ ປກສ ເມືອງສັງທອງ ນວ ຈະໄດ້ສືບຕໍ່ດໍາເນີນຄະດີຕາມກົດໝາຍ.

ShareTweetShare
Next Post
9ພະຈິກ2021 ຕິດເຊື້ອໃໝ່ 1049ຄົນ ເສຍຊີວິດ 3.! ຊຸມຊົນນະຄອນຫຼວງ 512ຄົນ

9ພະຈິກ2021 ຕິດເຊື້ອໃໝ່ 1049ຄົນ ເສຍຊີວິດ 3.! ຊຸມຊົນນະຄອນຫຼວງ 512ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ກະຊວງກະສິກໍາ ແລະ ປ່າໄມ້ ອອກແຈ້ງການເລກທີ 0117/ກປ ເລື່ອງ ໃຫ້ຢຸດການອອກອະນຸຍາດເຄື່ອນຍ້າຍຖ່ານດໍາ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...