ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 18, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ພະຍາກອນອາກາດມື້ນີ້ ວັນທີ 08/11/2021ຫາ ວັນທີ 09/11/2021

jon by jon
ເດືອນພະຈິກ 8, 2021
in ທົ່ວໄປ
0
Home ທົ່ວໄປ

ມວນອາກາດເຢັນທີ່ປະເທດຈີນ ໄດ້ແພ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ສົມທົບກັບກະແສລົມຕາເວັນອອກສ່ຽງເໜືອພັດປົກ ຄຸມ, ເຊິ່ງຈະເຮັດໃຫ້ອາກາດເຢັນລົງຢູ່ໃນແຕ່ລະພາກ ແລະ ອາກາດຈະ ໜາວເຢັນຢູ່ແຂວງດ້ານຕາເວັນອອກ, ແຂວງໄຊສົມບູນ ແລະ ເຂດພູພຽງ ບໍລະເວນ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກໃຕ້.

ຂໍ້ມູນອຸຕຸກະເສດ: ສໍາລັບເຂົ້ານາປີ ແລະ ພືດຜັກ ແມ່ນມີຄວາມອ່ອນ ໄຫວຕໍ່ສັດຕູພືດ ທີ່ມີຄວາມສ່ຽງໃນລະດັບປານກາງ ຫາ ສູງ. ດັ່ງນັ້ນ, ກະສິກອນຄວນເອົາໃຈໃສ່ເພີ່ມທະວີການຕິດຕາມກວດກາ ແລະ ເຝົ້າລະ ວັງນໍາໃຊ້ມາດຕະການຄວບຄຸມທີ່ເໝາະສົມ. ສໍາລັບພະຍາດພືດ ແລະ ແມງ ໄມ້, ພະຍາດໃບໄມ້, ພະຍາດໃບຈຸດສີນໍ້າຕານ ແມ່ນມີຄວາມສ່ຽງລະດັບສູງ ພ້ອມດຽວກັນກໍຕິດຕາມ ພະຍາດກາບໃບແຫ້ງ, ເພ້ຍຈັກຈັ່ນສີນໍ້ຕານ, ບົ້ງຮໍາໃບ, ດ້ວງກໍສີເຫລືອງ, ບົ້ງຫໍ່ລໍາຕົວ, ແມງບົວ ທີ່ມີຄວາມສ່ຽງລະດັບ ປານກາງ.

ພາກເໜືອດ້ານຕາເວັນອອກ: ອາກາດເຢັນ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ ການປົກຫຸ້ມຂອງຝົນ ເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 13-24 ອົງສາ. ພາກເໜືອດ້ານຕາເວັນຕົກ: ອາກາດເຢັນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມແຮງພັດຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ, ອຸນຫະພູມໃນ ລະຫວ່າງ 18-32 ອົງສາ.

ນະຄອນຫລວງວຽງຈັນ: ອາກາດຈະເຢັນລົງໃນຕອນເຊົ້າ ພ້ອມມີລົມພັດ ແຮງຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 21-34 ອົງສາ.

ພາກກາງ: ອາກາດຈະເຢັນລົງ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມ ພັດແຮງຢູ່ບາງທ້ອງຖິ່ນ ແຂວງວຽງຈັນ ຫລື ເນືອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 10% ຂອງພາກ, ອຸນຫະພູມໃນລະຫວ່າງ 19-33 ອົງສາ. ແຂວງໄຊສົມບູນ: ອາກາດໜາວເຢັນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 10% ຂອງແຂວງ, ອຸນຫະພູມໃນລະຫວ່າງ 13-25 ອົງສາ.

ພາກໃຕ້: ອາກາດຈະເຢັນລົງໃນຕອນເຊົ້າ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 20-33 ອົງສາ. ສໍາລັບເຂດພູພຽງບໍລະເວນ: ອາກາດໜາວເຢັນ ພ້ອມມີລົມພັດ ແຮງເປັນບາງໂອກາດ, ອຸນຫະພູມໃນລະຫວ່າງ 12-27 ອົງສາ.

ShareTweetShare
Next Post
ເຈົ້າແຂວງເຊກອງ ຊີ້ນໍາການເຝົ້າລະວັງການລະບາດພະຍາດໂຄວິດ-19 ຢູ່ເມືອງລະມາມ

ເຈົ້າແຂວງເຊກອງ ຊີ້ນໍາການເຝົ້າລະວັງການລະບາດພະຍາດໂຄວິດ-19 ຢູ່ເມືອງລະມາມ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ຮູ້ໄວ້! ຜົນເສຍຂອງໃບກະທ່ອມ

    0 shares
    Share 0 Tweet 0
  • ຂ່າວດີ! ແຊຣ໌ດ່ວນ ລາຄານໍ້າມັນມີການປັບລົງອີກຮອບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ
  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ຈຳຄຸກ ຍິງໄວ 36 ປີ ຖານຄອບຄອງອາວຸດ.
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...