ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສສຊ ສະເໜີໃຫ້ລັດເພີ່ມຄວາມເຂັ້ມງວດກັບຜູ້ສໍ້ລາດບັງຫຼວງ

jon by jon
ເດືອນພະຈິກ 7, 2021
in ທົ່ວໄປ
0
Home ທົ່ວໄປ

ການສໍ້ລາດບັງຫຼວງແມ່ນສາເຫດຕົ້ນຕໍທີ່ເຮັດໃຫ້ພະນັກງານລັດຖະກອນ ແລະ ການຈັດຕັ້ງຂອງພັກ-ລັດອ່ອນແອເສຍຄຸນທາດການເມືອງ ຖືເປັນໄພອັນຕະລາຍໃຫຍ່ຫຼວງສົ່ງຜົນກະທົບຕໍ່ລະບົບເສດຖະ ກິດລວມຂອງປະເທດ.

ໃນວາລະປະກອບຄໍາເຫັນຕໍ່ບົດລາຍງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 6 ພະຈິກນີ້,ທ່ານນາງ ອໍາໄພວອນ ລ້ອມບຸນແພງ ສສຊ ເຂດເລືອກຕັ້ງທີ 8 ແຂວງຫົວພັນ ມີຄໍາເຫັນວ່າ: ຜ່ານການຮັບຟັງບົດລາຍງານວຽກງານກວດກາເຫັນວ່າມີທັງດ້ານດີ ແລະ ດ້ານອ່ອນ ບາງເປົ້າໝາຍທີ່ໄດ້ກວດກາ ສາມາດແກ້ໄຂຢ່າງທັນເຫດການ, ແຕ່ກໍຍັງມີຫຼາຍເປົ້າໝາຍເຫັນວ່າການແກ້ໄຂມີຄວາມຊັກຊ້າ ແຕ່ບັນຫາທີ່ມີຄວາມເປັນຫ່ວງ ແມ່ນຜົນເສຍຫາຍໃນສໍ້ລາດບັງຫຼວງທີ່ມີຈໍານວນຫຼວງຫຼາຍໃນແຕ່ລະປີນັ້ນ ກໍຍັງບໍ່ທັນສາມາດເກັບກູ້ຄືນມາໃຫ້ລັດໄດ້ຫຼາຍເທົ່າທີ່ຄວນ. ບັນຫາເຫຼົ່ານີ້ຊີ້ໃຫ້ເຫັນວ່າການກວດກາຢູ່ຫຼາຍເປົ້າໝາຍ ບໍ່ທັນເອກະພາບກັນ, ບໍ່ທັນທົ່ວເຖິງທຸກເປົ້າໝາຍ ແລະ ບໍ່ທັນເຂັ້ມງວດໃນການຈັດຕັ້ງປະຕິບັດ. ມີຫຼາຍເປົ້າໝາຍມີລັກສະນະໂຍະຍານເຫັນໄດ້ວ່າບ່ອນອ່ອນແລ້ວແທງ ບ່ອນແຂງແລ້ວເວັ້ນເຮັດໃຫ້ຜູ້ກະທໍາຜິດ ຈໍານວນໜຶ່ງບໍ່ຖືກປະຕິບັດວິໄນຢ່າງເໝາະສົມຕາມລະບຽບກົດໝາຍ.

ທ່ານນາງ ມີນາພອນ ໄຊສົມພູ ສສຊ ເຂດເລືອກຕັ້ງທີ 17 ແຂວງອັດຕະປື ມີຄໍາເຫັນວ່າ: ວຽກງານ ກວດກາເປັນວຽກທີ່ທ້າທາຍ ແລະ ຫຍຸ້ງຍາກ ສະແດງອອກໃຫ້ເຫັນເຖິງຜົນການກວດກາ-ກວດສອບ ໃນໄລຍະຜ່ານທີ່ມີລັກສະນະແກ່ຍາວ, ອີກດ້ານໜຶ່ງວຽກກວດກາແມ່ນວຽກທີ່ສັງຄົມໃຫ້ຄວາມສົນໃຈຫຼາຍ ເຫັນວ່າການກວດກາໃນໄລຍະຜ່ານມາຍັງບໍ່ມີຄວາມເປັນເອກະພາບ, ໂດຍສະເພາະຄະນະກວດກາທັງສອງອົງການຍັງບໍ່ໄປຕາມແລວດຽວກັນດີເທົ່າທີ່ຄວນ. ການປະຕິບັດວິໄນຕໍ່ຜູ້ກະທໍາຜິດ ບາງກໍລະນີເນັ້ນໃສ່ວິໄນເບື້ອງລັດ, ແຕ່ເບື້ອງພັກພັດບໍ່ໄດ້ດໍາເນີນ ມີບາງກໍລະນີ ດໍາເນີນແຕ່ເບື້ອງພັກ, ແຕ່ບໍ່ດໍາເນີນວິໄນເບື້ອງລັດ ອັນນີ້ສະແດງໃຫ້ເຫັນວ່າການປະຕິບັດວິໄນຕໍ່ຜູ້ກະທໍາຜິດ ຫຼືຕໍ່ຜູ້ສໍ້ລາດບັງຫຼວງຍັງບໍ່ຄວບຄູ່ກັນ ແລະ ບໍ່ໄປຕາມລະບຽບກົດໝາຍ, ດັ່ງນັ້ນ ຂໍໃຫ້ລັດຖະບານກ້າຕັດສີນໃຈແກ້ໄຂຜົນການກວດສອບຢ່າງເດັດຂາດ ຕໍ່ຜູ້ກະທໍາຜິດ.

(ຂ່າວ: ພູວັນ) ໜັງສືພິມ ປະຊາຊົນ

ShareTweetShare
Next Post
7ພະຈິກ2021 ຕິດເຊື້ອໃໝ່ 1076ຄົນ ເສຍຊີວິດ 1.! ຊຸມຊົນນະຄອນຫຼວງ 540ຄົນ

7ພະຈິກ2021 ຕິດເຊື້ອໃໝ່ 1076ຄົນ ເສຍຊີວິດ 1.! ຊຸມຊົນນະຄອນຫຼວງ 540ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ກະຊວງກະສິກໍາ ແລະ ປ່າໄມ້ ອອກແຈ້ງການເລກທີ 0117/ກປ ເລື່ອງ ໃຫ້ຢຸດການອອກອະນຸຍາດເຄື່ອນຍ້າຍຖ່ານດໍາ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...