ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 2, ເດືອນທັນວາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກະຊວງສາທາລະນະສຸກຊີ້ໃຫ້ເຫັນຜູ້ບໍ່ໄດ້ສັກວັກຊີນ ມີການຕິດເຊື້ອໂຄວິດ ຫຼາຍກວ່າຜູ້ທີ່ສັກຄົບໂດສ

jon by jon
ເດືອນພະຈິກ 4, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ກ່່າວໃນພິທີຖະແຫຼງຂ່າວປະຈຳວັນທີ 3 ພະຈິກ 2021 ທີ່ກະຊວງສາທາລະນະສຸກວ່າ: ມາຮອດປັດຈຸບັນທົ່ວປະເທດລາວ ມີຜູ້ໄດ້ຮັບສັກວັກແຊັງແລ້ວ 6,5 ລ້ານກວ່າຄົນ, ໃນນັ້ນເຂັມທີ 1 ສັກໄດ້ 3,3 ລ້ານຄົນ ກວມເອົາ 45,5% ແລະ ເຂັມທີ 2 ສັກໄດ້ 2,8 ລ້ານຄົນ ກວມເອົາ 39,4%.

ຜ່ານການຈັດຕັ້ງປະຕິບັດການສັກວັກແຊັງໃນປະເທດລາວເຮົາ ເຫັນວ່າມີຜູ້ທີ່ມີອາການຂ້າງຄຽງຈາກການສັກຢາທັງໝົດ 195 ກໍລະນີ, ໃນນີ້ອາການເບົາບາງ 170 ກໍລະນີ ແລະ ອາການຮຸນແຮງ 25 ກໍລະນີ ແຕ່ບໍ່ມີກໍລະນີເສຍຊີວິດ. ແຕ່ຍັງເຫັນວ່າພໍ່ແມ່ປະຊາຊົນຈຳນວນໜຶ່ງ ຍັງມີຄວາມກັງວົນໃນການຈະເຂົ້າໄປຮັບວັກແຊັງ ແຕ່ທຸກຄົນມີຄວາມຈຳທີ່ຈະຕ້ອງເຂົ້າເຖິງວັກແຊັງເພາະເຮົາຈະສ້າງພູມຄຸ້ມກັນລວມໝູ່ ແລະ ຫຼຸດຜ່ອນຄວາມສ່ຽງຂອງການລະບາດເຊື້ອຢູ່ໃນສັງຄົມ. ເວົ້າໄດ້ວ່າມາຮອດປັດຈຸບັນ ສປປ ລາວ ແມ່ນມີວັກແຊັງພຽງພໍກັບການແຈກຈ່າຍໄປທົ່ວຂອບເຂດໃນປະເທດທັງໂຮງໝໍແຂວງ, ໂຮງໝໍເມືອງ, ສຸກສາລາ. ສະນັ້ນການສັກຍັງເຫັນວ່າບາງແຂວງຍັງປະຕິບັດໄດ້ຊ້າ ຍັງມີອັດຕາການເຂົ້າເຖິງວັກແຊັງຫຼຸດ 30% ແມ່ນມີຜົ້ງສາລີ ແລະ ແຂວງຫົວພັນ; ສະນັ້ນຢາກໃຫ້ທຸກເຂດ, ທຸກແຂວງຈົ່ງຮີບຮ້ອນຈັດຕັ້ງປະຕິບັດ.

ທ່ານກ່າວຕື່ມວ່າ: ຈາກການຕິດຕາມກໍລະນີຜູ້ຕິດເຊື້ອສະສົມໃນທົ່ວປະເທດລາວ ຈຳນວນທັງໝົດ ມາຮອດວັນທີ 2 ພະຈິກ 2021 ມີຈຳນວນ 41.829 ຄົນ, ເສຍຊີວິດສະສົມ 70 ຄົນ ອັດຕາຄວາມຮຸນແຮງເທົ່າກັບ 0,16% ທັງໝົດຜູ້ຕິດເຊື້ອແມ່ນມີຜູ້ໄດ້ຮັບການສັກວັກແຊັງແລ້ວຕິດເຊື້ອ ກວມເອົາ 10.637 ຄົນ ກວມເອົາ 24,4%; ໃນນັ້ນມີຜູ້ທີ່ສັກຢາຄົບ 2 ເຂັມ 9.468 ຄົນ ກວມເອົາ 23% ແລະ ຜູ້ໄດ້ສັກ 1 ເຂັມ ( ສັກບໍ່ຄົບ ) ມີ 1.139 ຄົນ ກວມເອົາ 2,7%; ສ່ວນຜູ້ຕິດເຊື້ອທີ່ບໍ່ໄດ້ຮັບການສັກວັກແຊັງເລີຍກວມເອົາ 74,57% ຖືວ່າເປັນຕົວເລກທີ່ສູງຫຼາຍ.

ສຳລັບອັດຕາຜູ້ເສຍຊີວິດ 70 ຄົນ, ໃນນັ້ນຜູ້ທີ່ໄດ້ຮັບວັກແຊັງແລ້ວຕິດເຊື້ອເສຍຊີວິດ ມີ 20 ຄົນ ກວມເອົາ 28% ແລະ ຜູ້ທີ່ບໍ່ໄດ້ຮັບການສັກວັກແຊັງເລີຍ 32 ຄົນ ກວມເອົາ 46% ແລະ ມີຜູ້ທີ່ບໍ່ຮູ້ຂໍ້ມູນເລີຍມີ 18 ຄົນ ກວມ 26% ສະແດງໃຫ້ເຫັນວ່າຜູ້ທີ່ໄດ້ຮັບສັກວັກແຊັງຄົບແມ່ນມີອັດຕາການເສຍຊີວິດໜ້ອຍກວ່າຜູ້ທີ່ບໍ່ໄດ້ສັກ

ທັງໝົດນີ້ແມ່ນຜົນດີຂອງການຮັບການສັກວັກແຊັງ, ດັ່ງນັ້ນຂໍໃຫ້ປະຊາຊົນຢ່າລັງເລໃນການເຂົ້າໄປຮັບວັກແຊັງ, ໃນຕໍ່ໜ້ານີ້ຢາກຮຽກຮ້ອງໃຫ້ທຸກຄົວເຮືອນຈົ່ງເປັນເຈົ້າການໃນການນຳເອົາຜູ້ອາຍຸສູງ ແລະ ຜູ້ທີ່ຍັງບໍ່ໄດ້ສັກ ( ຢູ່ໃນເກນສັກໄດ້ ) ໃນເຮືອນທ່ານມາຮັບວັກແຊັງ ແລະ ຫາກເຮົາຈະຢູ່ກັບໂຄວິດຕໍ່ໄປໄດ້ເຮົາຕ້ອງເພີ່ມຄວາມເອົາໃຈໃສ່ຮ່ວມກັນຕື່ມ ປັດຈຸບັນພວກເຮົາມີວັກແຊັງແຈກຢາຍຢູ່ແຕ່ລະແຂວງແລ້ວ 1,5 ລ້ານໂດສ ແລະ ຍັງຈະນຳເຂົ້າມາອີກ 2,5 ລ້ານໂດສ, ສະນັ້ນແຂວງທີ່ກຽມເປີດຕາມແລວທາງລົດໄຟນີ້ໃຫ້ເອົາໃຈໃສ່ເພີ່ມລະດັບອັດຕາພູມຄຸ້ມກັນໃຫ້ປະຊາກອນຕົນເອງດ້ວຍ.

ທີ່ມາ: ເສດຖະກິດການຄ້າ

ShareTweetShare
Next Post
ຂໍ້ຄວນປະຕິບັດສຳລັບ ການຈັດງານປະນາກິດສົບ

ຂໍ້ຄວນປະຕິບັດສຳລັບ ການຈັດງານປະນາກິດສົບ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເຫັນດີນຳເດີ້…! ອີງຕາມຂໍ້ຕົກລົງ ເລກທີ 581 ສັ່ງຮື້ຖອນ ສິ່ງປຸກສ້າງອອກຈາກທາງນໍ້າຊອງ ເພື່ອຄວາມເປັນລະບຽບ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...