ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 29, ເດືອນກັນຍາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ພົບເຫັນຜູ້ປະກອບການຮ້ານອາຫານລີສອດ 69 ທີ່ລະເມີດຕໍ່ແຈ້ງການ ເລກທີ 38 /ສພກ

jon by jon
ເດືອນຕຸລາ 29, 2021
in ທົ່ວໄປ
0
Home ທົ່ວໄປ

ພັທ ບຸນມີ ກັນຕິຍາວົງ ຮອງຫົວໜ້າກອງບັນຊາການ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເວລາ 23:50 ໂມງ ຂອງວັນທີ 26 ຕຸລາ 2021, ເຈົ້າໜ້າທີ່ ພະແນກຕໍາຫຼວດ ປກສ ເມືອງນາຊາຍທອງ ອອກກວດກາລາດຕະເວນ ພົບເຫັນຮ້ານອາຫານລີສອດ 69 ຕັ້ງຢູ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນວ ລັກລອບເປີດບໍລິການທີ່ເປັນການ ລະເມີດຕໍ່ແຈ້ງການ ເລກທີ 38 /ສພກ ນວ.

ຜ່ານການກວດກາພົບເຫັນກຸ່ມໄວລຸ້ນ ຈໍານວນ 23 ຄົນ, ຍິງ 10 ຄົນ ຕັ້ງວົງຊຸມແຊວດື່ມເຫຼົ້າ, ເບຍ ຢູ່ໃນຮ້ານດັ່ງກ່າວ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າໄປສຶກສາອົບຮົມກ່າວເຕືອນ ເຈົ້າຂອງຮ້ານ ແລະ ໄວລຸ້ນ ຈໍານວນ 20 ຄົນ, ແລະ ໄດ້ປັບໄໝຕາມລະບຽບການບໍລິຫານ, ພ້ອມທັງໃຫ້ຢຸດບໍລິການໄວ້ຊົ່ວຄາວ ຈົນກວ່າຈະມີການປ່ຽນແປງ, ສ່ວນ 3 ຄົນ ທີ່ເຈົ້າໜ້າທີ່ກວດພົບ ຜົງຂາວ ຈໍານວນ 5 ຫຼອດນ້ອຍຄື:1 ທ້າວ ອ້ວນ, 2 ທ້າວ ແກ້ວປະເສີດ ແລະ 3 ທ້າວ ພອນສະຫວັນ ຢູ່ບ້ານປາກທ້າງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ເຈົ້າໜ້າທີ່ໄດ້ນໍາຕົວມາສືບສວນ-ສອບສວນ ເພື່ອຂະຫຍາຍຜົນສືບຄົ້ນຫາກຸ່ມແກ້ງຮ່ວມຂະບວນການຕື່ມອີກ. ກອງບັນຊາການ ປກສ ນວ ຮຽກຮ້ອງຫ້າງຮ້ານເຈົ້າຂອງທຸລະກິດ ແລະ ປະຊາຊົນບັນດາເຜົ່າຊາວ ນວ ຈົ່ງພ້ອມກັນຈັດຕັ້ງປະຕິບັດຄໍາສັ່ງເລກທີ 38/ສພກ. ນວ

ວ່າດ້ວຍການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ -19 ຢູ່ ນວ ໃຫ້ຫຼຸດໜ້ອຍຖອຍລົງ, ຖ້າບຸກຄົນ ຫຼື ນິຕິບຸກຄົນໃດ ລະເມີດ ຈະຖືກປັບໃໝ 3.000.000 ກີບ/ຄົນ/ຄັ້ງ ແລະ ນິຕິບຸກຄົນ 10.000.000 ກີບ/ຄົນ/ຄັ້ງ. ພົບເຫັນແຈ້ງເບີວອດແອັບ ປກສ ນວ 020 28899774.

ShareTweetShare
Next Post
ໜັງສືແຈ້ງການ ມຊ ກຽມຈັດສອບເສັງອອນລາຍ  ເພຶ່ອຄັດເລືອກເອົານັກສຶກສາໃໝ່ເຂົ້າຮຽນ

ໜັງສືແຈ້ງການ ມຊ ກຽມຈັດສອບເສັງອອນລາຍ ເພຶ່ອຄັດເລືອກເອົານັກສຶກສາໃໝ່ເຂົ້າຮຽນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ປໍ້າ “ພລັສ” ແຈ້ງ ບໍ່ຈຳໜ່າຍນໍ້າມັນໃສ່ຕຸກ ປ້ອງກັນເຫດອັກຄີໄຟ & ກັກຕຸ໋ນໄປຈຳໜ່າຍເກີນລາຄາ.

    0 shares
    Share 0 Tweet 0
  • ດ່ວນໆ ເຈດີ ວັດສີສຸພັນ ອາຍຸ 522 ປີ ໄດ້ຖະຫຼົ່ມລົງແລ້ວ(ມີຄລິບ)

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...