ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 20, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າໜ້າທີ່!..ຈັບເປົ້າໝາຍໄດ້ 2 ຄົນພ້ອມຂອງກາງຢາບ້າ 11.919 ເມັດ

jon by jon
ເດືອນຕຸລາ 29, 2021
in ທົ່ວໄປ
0
Home ທົ່ວໄປ

ວັນທີ 20 ຕຸລາ ຜ່ານມາ,ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ສົມທົບກັບ ປກສ ກຸ່ມທົ່ງແຄະ ຕິດຕາມຈັບເປົ້າໝາຍຢາເສບຕິດ ໄດ້ຊື່ ທ້າວ ທັນ ອາຍຸ 47 ປີ ຢູ່່ບ້ານທົ່ງວຽງຄໍາ ເມືອງຄໍາເກີດ ພ້ອມຂອງກາງ ຢາບ້າ 1.919 ເມັດ ໄປດຳເນີນການສອບສວນຂະຫຍານຜົນ.

ຜ່ານການສອບສວນ ຜູ້ຖືກຫາ ສາລະພາບວ່າ: ໃນວັນທີ 19 ຕຸລາ ນີ້,ໄດ້ຊື້ຢາບ້າ 1 ມັດ ລວມມີຢາ 10 ຖົງ ເທົ່າກັບ 2.000 ເມັດ ນຳນາງຂັນດອກໄມ້ ຄົນຢູ່່ບ້ານດຽວກັນ,ແລ້ວເອົາຢາໄປຂາຍໃຫ້ກຸ່ມໄວລຸ້ນມົ້ວສຸມເສບຢາ ຍັງເຫຼືອຢາບ້າ 1.919 ເມັດ ກໍຖືກຈັບ.

ໃນໄລຍະຜ່ານມາ ແມ່ນໄດ້ເຄື່ອນໄຫວຊື້ຂາຍຢາບ້າ ແຕ່ເດືອນ ມິຖຸນາ 2020, ເຊິ່ງເຄີຍຊື້ຢາບ້າ ມາຂາຍຈໍານວນ 5 ຄັ້ງ, ຄັ້ງລະ1 ຖົງ ເທົ່າ ກັບ 200 ເມັດ ໂດຍເອົາໄປຂາຍໃຫ້ກຸ່ມໄວລຸ້ນທີ່ມົ້ວສຸມເສບຢາ ຢູ່່ໃນພາຍເມືອງຄໍາເກີດ.

ຈາກນັ້ນ,ເວລາປະມານ 16:00 ໂມງ ຂອງວັນດຽວກັນ,ເຈົ້າໜ້າທີ່ ປກສ ເມືອງຄໍາເກີດ ກໍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນເຮືອນຂອງ ນາງຂັນດອກໄມ້ ຕາມການຊັດທອດຂອງຜູ້ຖືກຫາ ພົບຢາບ້າ ຈໍານວນ 5 ມັດ ເທົ່າກັບ 10.000 ເມັດ, ປຶນສັ້ນ 1 ກະ ບອກ ຈຶ່ງກັກຕົວຜູ້ກ່ຽວ ພ້ອມຂອງກາງ ໄປດໍາເນີນຄະດີ.

ປັດຈຸບັນຄະດີຢາເສບຕິດດັ່ງກ່າວ, ເຈົ້າໜ້າທີ່ ປກສ ເມືອງຄຳເກີດ ພວມສອບສວນຂະຫຍາຍຜົນ ເພື່ອສືບຕໍ່ດໍາເນີນຄະດີຕາມກົດໝາຍໃນຂັ້ນຕໍ່ໄປ.

ShareTweetShare
Next Post
Mark Zuckerberg ປະກາດປ່ຽນຊື່ບໍລິສັດຈາກ ‘Facebook’ ເປັນ ‘Meta’

Mark Zuckerberg ປະກາດປ່ຽນຊື່ບໍລິສັດຈາກ ‘Facebook’ ເປັນ ‘Meta’

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈັງແມ່ນເນາະ! ຈັບສອງເຖົ້າຄ້າຂາຍຢາເສບຕິດ ທີ່ເມືອງສອງຄອນ
  • ລາວເຮັດໄດ້ ຫລຽນຄຳ ທຳອິດຂອງທີມຊາດລາວ ໄດ້ມາແລ້ວ ໄດ້ຈາກປະເພດກິລາ ວໍວີນາມ ປະເພດຄູ່ຍິງ
  • ສ.ອາເມລິກາ ມີຜູ້ເສຍຊີວິດຈາກອຸບັດເຫດເພີ່ມຂຶ້ນກວ່າ10%
  • ປາໂທ໋! ຫຼາຍເນາະ ຊຽງຂວາງມີໂຄງການນອກແຜນ 25 ໂຄງການ ມູນຄ່າ 226.280.000.000 ກີບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...