ວັນທີ 25 ຕຸລາ ຜ່ານມາ,ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນວ ສົມທົບກັບ ປກສ ກຸ່ມສີຖານ ຕິດຕາມຈັບເປົ້າ ໝາຍລັກລົດຈັກ 2 ຄົນ ຊື່ ທ້າວ ວຽງເພັດ ຫຼື ຂາວ ອາຍຸ 19 ປີ ແລະ ທ້າວ ເຫຼືອງ (ອ້າຍນ້ອງ)ຢູ່່ບ້ານອຸບມຸງ ເມືອງສີໂຄດຕະບອງ ນວ, ມາດຳເນີນຄະດີໃນຂໍ້ຫາລັກຊັບພົນລະເມືອງ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນວ ໃຫ້ຮູ້ວ່າ: ໃນວັນທີ 23 ຕຸລາ 2021, ປກສ ບ້ານອຸບມຸງ ເມືອງສີໂຄດຕະບອງ ນວ ໄດ້ຮັບແຈ້ງ ຄວາມຈາກຜູ້ເສຍຫາຍ ວ່າ: ເວລາປະມານ 21:00 ໂມງ ມີຄົນມາລັກລົດຈັກ ໝາຍເລກທະບຽນ ຈຍ 7482 ວຽງຈັນ ຈອດໄວ້ຢູ່່ຄອກຈອດລົດຂອງຫ້ອງເຊົ່າ ຢູ່່ບ້ານອຸບມຸງ ເມືອງສີໂຄດຕະບອງ ນວ.

ຈາກນັ້ນ,ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນວ ສົມທົບກັບ ປກສ ກຸ່ມສີຖານ ລົງກວດກາພາບກ້ອງວົງຈອນປິດ ຢູ່່ບໍລິເວນສະຖານທີ່ເກີດເຫດ ສາມາດກຳນົດເປົ້າໝາຍລັກຊັບໄດ້, ມາຮອດວັນທີ 25 ຕຸລາ,ເວລາປະມານ 11:30 ໂມງ ກໍສາມາດຕິດຕາມຈັບຕົວທັງສອງຄົນໄດ້ ຢູ່່ເຮືອນຂອງພວກກ່ຽວ ມາດໍາເນີນຄະດີ.

ຕໍ່ກັບຄະດີດັ່ງກ່າວ, ເຈົ້າໜ້າທີ່ຕໍາຫຼວດ ປກສ ເມືອງສີໂຄດຕະບອງ ນວ ກໍາລັງດໍາເນີນຄະດີຕາມກົດໝາຍ

ຂ່າວ-ພາບ: ປກສ ນະຄອນຫຼວງວຽງຈັນ

Discussion about this post