ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 19, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເກີດເຫດ!…ໄຟໄໜ້ເຮືອນປະຊາຊົນ ເຂດບ້ານຮ່ອງໄກ່ແກ້ວ ເສຍຫາຍໝົດຫຼັງ

jon by jon
ເດືອນຕຸລາ 26, 2021
in ທົ່ວໄປ
0
Home ທົ່ວໄປ

ເວລາ 20:30 ໂມງ ຂອງວັນທີ 25 ຕຸລາ 2021, ໄດ້ເກີດເຫດການໄຟໄໝ້ເຮືອນ ຂອງ ນາງ ແວງ ອາຍຸ 73 ປີ ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ສົ່ງຜົນເຮັດໃຫ້ເຮືອນຫຼັງດັ່ງກ່າວເສຍຫາຍໝົດຫຼັງ. ເຈົ້າໜ້າທີ່ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ເມື່ອໄດ້ຮັບແຈ້ງ ເຈົ້າໜ້າທີ່ ພ້ອມທັງພາຫານະ ແລະ ກໍາລັງພົນ ໄດ້ອອກໄປຫາຈຸດເກີດເຫດ, ໂດຍໃຊ້ລົດມອດໄຟຈໍານວນ 2 ຄັນ, ພະນັກງານ 12 ສະຫາຍ, ໂດຍໄດ້ປະສານສົບທົບກັບ ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກະຊວງປ້ອງກັນຄວາມສະຫງົບ ລົດມອດໄຟ 1 ຄັນ ພະນັກງານ 6 ສະຫາຍ, ເມື່ອມາເຖິງຈຸດເກີດເຫດ ເຈົ້າໜ້າທີ່ວິຊາສະເພາະໄດ້ເຂົ້າປະຈັນບານທາມກາງແປວໄຟທີ່ລຸກໄໝ້ພາຍໃນຢ່າງຮຸນແຮງ ໃຊ້ເວລາປະມານ 1 ຊົ່ວຈຶ່ງສາມາດດັບມອດໄຟໄດ້, ຜ່ານການເກັບກໍາຂໍ້ມູນ ແລະ ຜົນຂອງການສືບສວນ – ສອບສວນຂອງເຈົ້າໜ້າທີ່ ເຮືອນຫຼັງທີ່ເກີດເຫດໄຟໄໝ້ ເປັນເຮືອນ 2 ຊັ້ນ,ຊັ້ນລຸ່ມກໍ່ດ້ວຍຊີມັງ, ຊັ້ນເທິງແອ້ມດ້ວຍໄມ້, ມຸງສັງກະສີ ກວ້າງ 6 x 9 ແມັດ, ປຸກສ້າງໃນປີ1981 – 2021 ໄດ້ປະມານ 40 ປີແລ້ວ, ນາງ ແວງ ທອງວັນ ແມ່ນອາໃສຢູ່ຫ້ອງນອນຊັ້ນທີ່ 2 ຂອງເຮືອນ, ພາຍໃນຫ້ອງຂອງຜູ້ກ່ຽວປະກອບມີເຄື່ອງໃຊ້ໄຟຟ້າເປັນຕົ້ນ ໂທລະພາບ ສີ 32 ນິວ 1 ໜ່ວຍ, ແອທໍາຄວາມເຢັນ ຂະຫນາດ 12.000 ທີຢູ່ 1 ໜ່ວຍ, ຕູ້ເຢັນ 6 ຄິວ 1 ໜ່ວຍ, ໝໍ້ຫຸງເຂົ້າ 1 ໜ່ວຍ, ຕົກນ້ໍາຮ້ອນ 1 ໜ່ວຍ, ພັດລົມຕັ້ງໂຕະ 1 ໜ່ວຍ, ດອກໄຟຟ້າໃຫ້ແສງສະຫວ່າງ 2 ດອກຂະໜາດ 40 ວັດ, ເຄື່ອງໄຟຟ້າດັ່ງກ່າວແມ່ນເປັນເຄື່ອງໃຊ້ເປັນປະຈໍາວັນຂອງຜູ້ກ່ຽວ.

ໃນມື້ເກີດເຫດວັນທີ 25 ຕຸລາ 2021ໃນເວລາປະມານ 19 ໂມງ 00 ນາທີ ຜູ້ກ່ຽວແມ່ນໄດ້ລົງມາຊັ້ນລຸ່ມຂອງເຮືອນຈຸດປະສົງແມ່ນລົງມາຫາພີ່ນ້ອງມາຢາມ ແລະ ໄດ້ນັ່ງລົມກັນປະມານ 40 ນາທີ, ຫຼັງຈາກພີ່ນ້ອງກັບແລ້ວ ກໍໄດ້ຍ່າງມາເຮືອນຂອງລູກຊາຍທີ່ຢູ່ທາງຂ້າງ ຊື່ ທ້າວ ອໍາໄພວັນ ແລະ ໄດ້ມານັ່ງລົມກັບລູກຫຼານອີກປະມານ 30 ນາທີ ຫຼັງຈາກນັ້ນຈຶ່ງເກີດເຫດການໄຟໄໝ້ ຂຶ້ນຢູ່ຊັ້ນ 2 ຂອງເຮືອນເຊິ່ງເປັນຫ້ອງນອນຂອງຜູ້ກ່ຽວ, ໃນຕອນເກີດເຫດຢູ່ພາຍໃນເຮືອນແມ່ນມີແຕ່ຫຼານຊາຍ ຊື່ທ້າວ ສຸລິສັກ ຫຼື ກີ້ ພ້ອມດ້ວຍໝູ່ຢູ່ພາຍໃນເຮືອນຊັ້ນລຸ່ມ ທ້າວ ສຸລິສັກ ໄດ້ຍິນສຽງຂອງຄົນຢູ່ດ້ານນອກຮ້ອງໃສ່ວ່າ: ມີໄຟໄໝ້! ເມື່ອໄດ້ຍິນເຊັ່ນນັ້ນ ຜູ້ກ່ຽວ ພ້ອມ ດ້ວຍໝູ່ ໄດ້ພາກັນແລ່ນຂຶ້ນໄປເທິງເຮືອນຊັ້ນ 2, ເມື່ອຂຶ້ນໄປຮອດ ກໍເຫັນ ຄວັນໄຟກຸ້ມຢູ່ພາຍໃນຫ້ອງ, ໃນຕອນທີ່ເຫັນເບື້ອງຕົ້ນໄຟແມ່ນຍັງບໍ່ໄດ້ໄດ້ໄໝ້ແຮງເທື່ອ ແລະ ຈຸດທີ່ໄໝ້ ແມ່ນຢູ່ກ້ອງໂທ ລະພາບເຊິ່ງເປັນປັກສຽບ ຜູ້ກ່ຽວພ້ອມດ້ວຍໝູ່ແມ່ນບໍ່ມີວິທີການດັບມອດຈຶ່ງໄດ້ແລ່ນລົງມາງັບສະວິກໄຟຟ້າຢູ່ຊັ້ນລຸ່ມຂອງເຮືອນ ແລ້ວພາກັນຫິ້ວຄຸນ້ໍາຂຶ້ນເມື່ອອີກ ເພື່ອຈະມອດໄຟແຕ່ກໍບໍ່ສາມາດມອດໄຟໄດ້ ເພາະວ່າໄຟເລີ່ມໄໝ້ແຮງແລ້ວ, ຫຼັງ ຈາກນັ້ນຈຶ່ງພາກັນອອກມາທາງ ນອກ ແລະ ອີກປະມານ 15 ນາທີ ລົດມອດໄຟກໍມາເຖິງສະຖານທີ່ເກີດເຫດ.

ທ້າວສຸລິສັກ ໃຫ້ການຕໍ່ເຈົ້າໜ້າທີ່ຂອງພວກເຮົາວ່າ: ຕົນເຫັນໄຟຟ້າຊ໋ອດຈາກປັກສຽບທີ່ສຽບໂທລະພາບ ເພາະຜູ້ກ່ຽວເຫັນໄຟໄໝ້ອອກຈາກຈຸດດັ່ງກ່າວ. ໃນເບື້ອງຕົ້ນເຈົ້າໜ້າທີ່ໄດ້ສັນນິຖານວ່າ ອາດເກີດຈາກໄຟຟ້າຊ໋ອດກະດານໄຟຟ້າພາຍໃນຫ້ອງ, ສ່ວນສາເຫດທີ່ເກີດຂຶ້ນ ເຈົ້າໜ້າທີ່ສືບສວນ-ສອບສວນ ຈະເກັບກຳຂໍ້ມູນ ເພື່ອພິສູດຫາຫຼັກຖານທີ່ເກີດຂຶ້ນຢ່າງລະອຽດຕື່ມອີກ.

ທີ່ມາຂ່າວ:ຄວາມສະຫງົບ Lao Security News

ShareTweetShare
Next Post
ເຈົ້າໜ້າທີ່ກວດຄົ້ນລົດພົບເຫັນ ແຮ່ທາດ 1492 ກິໂລກຼາມ

ເຈົ້າໜ້າທີ່ກວດຄົ້ນລົດພົບເຫັນ ແຮ່ທາດ 1492 ກິໂລກຼາມ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ເກີດເຫດຄົນຮ້າຍ ລອບວາງລະເບີດ 11 ຈຸດ ເສຍຫາຍຫນັກ

    0 shares
    Share 0 Tweet 0
  • ຂ່າວເສົ້າ RIP ເສຍຊີວິດແລ້ວ ສາວງາມທີ່ເກີດອຸປະຕິເຫດ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຊຣ໌ໄວ້ເລີຍ ວິທີແກ້ ດວງຕົກ ແກ້ຊວຍ ຄ້າຂາຍບໍ່ຂື້ນ ຫາເງີນບໍ່ໄດ້ ພົບແຕ່ຄົນຕົ້ມຄົນຕົວະ
  • ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ
  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...