ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

9 ຂໍ້ແນະນໍາ ທີ່ຄວນປະຕິບັດສຳລັບທຸກຄົນທີ່ຢູ່ບ້ານແດງ

jon by jon
ເດືອນຕຸລາ 19, 2021
in ທົ່ວໄປ
0
Home ທົ່ວໄປ

9 ຂໍ້ແນະນໍາ ທີ່ຄວນປະຕິບັດສຳລັບທຸກຄົນທີ່ຢູ່ບ້ານແດງ

+ ທ່ານ ດຣ ຄຳໃສ ເດດລືໄຊ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກະຊວງສາທາລະນະສຸກ ກ່າວວ່າ ປັດຈຸບັນຫຼາຍບ້ານກາຍເປັນບ້ານແດງ ແລະ ບ້ານທີ່ເປັນ ບ້ານແດງແມ່ນຈະມີປ້າຍບອກ ເພື່ອໃຫ້ປະຊາຊົນຄົນອື່ນຮັບຊາບວ່າ ນີ້ແມ່ນບ້ານແດງພ້ອມທັງມີເຈົ້າໜ້າທີ່ ເວນຍາມຕະຫຼອດ 24 ຊົ່ວໂມງ.

+ ໂດຍທົ່ວໄປແລ້ວ, ເມື່ອບ້ານໃດໜຶ່ງຖືກກຳນົດວ່າເປັນ ບ້ານແດງ ບ້ານດັ່ງກ່າວຈະຕ້ອງໄດ້ປະຕິບັດມາດຕະການປິດບ້ານ ບໍ່ໃຫ້ຄົນພາຍນອກເຂົ້າມາໃນບ້ານ ເພື່ອປ້ອງກັນການແຜ່ເຊື້ອ ຍົກເວັ້ນທີມແພດ ທີ່ມາເຮັດວຽກກ່ຽວຂ້ອງກັບພະຍາດໂຄວິດ-19 ສວ່ນປະຊາຊົນທຸກຄົນທີ່ຢູ່ບ້ານແດງ ຄວນປະຕິບັດເຊັ່ນນີ້:

1. ຕ້ອງໄດ້ພ້ອມໃຈກັນ ຢູ່ເຮືອນ ບໍ່ອອກຈາກບ້ານ ແລະບໍ່ຄົບຄົນອື່ນ.

2. ບໍ່ອະນຸຍາດໃຫ້ການຈັດງານສັງສັນ ຊຸມແຊວໃດໆ.

3. ຊາວບ້ານ, ບ້ານແດງ ແມ່ນຕ້ອງໄດ້ປົກປ້ອງຕົນເອງ ເປັນພິເສດ ແລະ ເຂັ້ມງວດ ໂດຍການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມື, ຢູ່ຫ່າງກັນຢ່າງໜ້ອຍ 1 ແມັດ ຂຶ້ນໄປ ແລະ ສະມາຊິກຄອບຄົວ ຄວນແຍກກັນກິນເຂົ້າ, ກິນໃຜກິນມັນ.

4. ໃຫ້ການຈັດຕັ້ງບ້ານຮັບຜິດຊອບໃນການຊ່ວຍຈັດຊື້ ເຄື່ອງອຸປະໂພກ, ບໍລິໂພກໃຫ້ແກ່ຄອບຄົວ ຫຼື ເຮືອນທີ່ມີຜູ້ຕິດເຊື້ອ.

5. ຖ້າມີພະນັກງານ-ລັດຖະກອນ ສັງກັດຢູ່ບ້ານແດງ ດີ ທີ່ສຸດຄວນຢຸດໄປເຮັດວຽກຢູ່ຫ້ອງການຊົ່ວຄາວ ແຕ່ ເລືອກວິທີເຮັດວຽກຢູ່ເຮືອນແທນ, ສຳລັບບາງໜ້າວຽກ ທີ່ຂາດບໍ່ໄດ້ ຕ້ອງເຮັດຢູ່ຫ້ອງການເທົ່ານັ້ນ, ກໍ່ຄວນຈະໄດ້ແຈ້ງນາຍບ້ານ ເພື່ອຂໍເອກກະສານຢັ້ງຢືນເພື່ອ ອອກ-ເຂົ້າບ້ານ ຫຼື ມີເອກະສານຢັ້ງຢືນຈາກຫ້ອງການ ເພີ່ມເຕີມຍິ່ງດີ.

6. ປະຊາຊົນບ້ານແດງ ທີ່ມີສ່ວນພົວພັນໃກ້ຊິດ ກັບຄົນ ຕິດເຊື້ອ ກໍ່ຄວນໄດ້ກະກຽມທາມລາຍຂອງຕົນໃຫ້ຈະ ແຈ້ງ ແລະ ຖືກຕ້ອງ ເພື່ອການສອບສວນຂອງແພດ ຈະບໍ່ໃຊ້ເວລາຫຼາຍ, ຈາກນັ້ນ, ກໍ່ຕຽມຄວາມພ້ອມ ເພື່ອໃຫ້ ແພດເກັບຕົວຢ່າງໄປກວດ. ໃນຂະນະດຽວກັນ ກໍ່ຕ້ອງ ແຍກຕົວຈາກຄົນອື່ນໃຫ້ຄົບ 2 ອາທິດ ເຖິງວ່າຈະໄດ້ຮັບການຢັ້ງຢືນການກວດວ່າເປັນຜົນລົບກໍ່ຕາມ.

7. ປະຊາຊົນບ້ານແດງ ທີ່ຍັງບໍ່ທັນໄດ້ສັກວັກຊີນ ກໍ່ກຽມ ຕົວເອງ ເພື່ອແພດຈະໄດ້ເຄື່ອນທີ່ໄປສັກວັກຊີນຢູ່ກັບ ບ້ານເລີຍ.

8. ສໍາລັບຄອບຄົວຂອງຄົນຕິດເຊື້ອ ທີ່ຢູ່ບ້ານແດງ ຄວນ ໄດ້ທໍາຄວາມສະອາດ ແລະ ຂ້າເຊື້ອຢູ່ໃນເຮືອນຕົນເອງ, ໂດຍການເຊັດຖູດ້ວຍນໍ້າຢາຂ້າເຊື້ອໃນຈຸດທີ່ບໍ່ສາມາດ ເຊັດຖູໄດ້ ສາມາດສີດຜົ່ນຢາຂ້າເຊື້ອໄດ້ ແຕ່ສະມາຊິກ ທັງໝົດໃນຄອບຄົວຕ້ອງອອກມາລໍຖ້າຢູ່ເດີ່ນເຮືອນ ແລະ ລໍຖ້າຈົນກວ່າການສີດຜົ່ນນັ້ນເຫີຍແຫ້ງ ຈຶ່ງເຂົ້າໄປໃນເຮືອນ ເພື່ອຫຼີກເວັ້ນ ຜົນກະທົບຂອງຢາຂ້າເຊື້ອຕໍ່ຜິວໜັງ ແລະ ລະບົບຫາຍໃຈຂອງທຸກຄົນ.

9. ບ້ານແດງ ຈະກາຍເປັນບ້ານເຫຼືອງ ໃນເມື່ອການປະຕິບັດມາດຕະການປິດບ້ານໄດ້ຄົບ 14 ວັນ ແລະ ບໍ່ມີເຫດການແຜ່ເຊື້ອໃນບ້ານດັ່ງກ່າວໃນເວລາ 14 ວັນດັ່ງກ່າວ.

ShareTweetShare
Next Post
ມື້ນີ້ ເສຍຊິວິດ +2ຄົນ ໂຄວິດໃໝ່ +635 ຄົນ ຊຸມຊົນ +628 ຄົນ

ມື້ນີ້ ເສຍຊິວິດ +2ຄົນ ໂຄວິດໃໝ່ +635 ຄົນ ຊຸມຊົນ +628 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...