ຕາມກຳນົດໝາຍຂອງ ລັດຖະບານ ແລ້ວ, ເສັ້ນທາງລົດໄຟ ລາວ-ຈີນ ຈະມີກຳນົດເປີດການນຳໃຊ້ ແລະ ແລ່ນຮັບໃຊ້ມວນຊົນ ຢ່າງເປັນທາງການໃນວັນທີ 2 ທັນວາ 2021 ທີ່ຈະມາເຖິງນີ້ ພໍດີກົງກັບວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ.
ສ່ວນດ້ານລາຄາປີ້ໂດຍສານທີ່ກຳນົດຍັງບໍ່ທັນກຳນົດເປັນທີ່ແນ່ນອນ ແລະ ຍັງບໍ່ໄດ້ຮັບຮອງ ແລະ ປະກາດເປັນທາງການເທື່ອ ແຕ່ມີຂໍ້ມູນເບື້ອງຕົ້ນທີ່ບໍ່ເປັນທາງການອອກມາວ່າ ລາຄາແມ່ນມີ 2 ປະເພດຄື: ຂະບວນ ENU ກັບ ຂະບວນລົດໄຟຄວາມໄວທຳມະດາ.

ເຊິ່ງລາຄາຂະບວນ ENU ແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ ລາຄາ 55 ຢວນ ຫຼື ເທົ່າກັບ 96.000 ພັນກີບຕໍ່ຄົນ, ນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ 107 ຢວນ ເທົ່າກັບ 187.000 ກີບ, ນະຄອນຫຼວງວຽງຈັນ ຫາ ເມືອງໄຊອຸດົມໄຊ 173 ຢວນ ເທົ່າກັບ 268.000 ກີບ, ແຕ່ນະຄອນຫຼວງວຽງຈັນ ຫາ ບໍ່ເຕ່ນ ແຂວງຫຼວງນໍ້າທາ 183 ຢວນ ເທົ່າກັບ 320.000 ກີບ.
ຈາກວັງວຽງ ຫາ ຫຼວງພະບາງ 52 ຢວນ ເທົ່າກກັບ 91.000 ກີບ, ວັງວຽງ ຫາ ເມືອງໄຊ 97 ຢວນ ເທົ່າກກັບ 170.000 ກີບ, ວັງວຽງ ຫາ ບໍ່ເຕ່ນ 127 ຢວນ ເທົ່າກັບ 127 ຢວນ ເທົ່າກັບ 222.000 ກີບ.
ແຕ່ຫຼວງພະບາງ ຫາ ເມືອງໄຊ 45 ຢວນ ເທົ່າກັບ 79.000 ກີບ, ຫຼວງພະບາງ ຫາ ບໍ່ເຕ່ນ 75 ຢວນ ເທົ່າກັບ 131.000 ກີບ ແລະ ແຕ່ຈຸດເມືອງໄຊ ຫາ ບໍ່ເຕ່ນ 30 ຢວນ ເທົ່າກັບ 53.000 ກີບ.

ສ່ວນຂະບວນລົດໄຟຄວາມໄວທຳມະດາ: ແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ ລາຄາ 39 ຢວນ ເທົ່າກັບ 68.000 ກີບ, ນະຄອນຫຼວງວຽງຈັນ ຫາ ຫຼວງພະບາງ 76 ຢວນ ເທົ່າກັບ 133.000 ກີບ, ນະຄອນຫຼວງວຽງຈັນ ຫາ ເມືອງໄຊອຸດົມໄຊ 109 ຢວນ ເທົ່າກັບ 191.000 ກີບ, ແຕ່ນະຄອນຫຼວງວຽງຈັນ ຫາ ບໍ່ເຕ່ນ ແຂວງຫຼວງນໍ້າທາ 130 ຢວນ ເທົ່າກັບ 228.000 ກີບ.
ຈາກວັງວຽງ ຫາ ຫຼວງພະບາງ 37 ຢວນ ເທົ່າກັບ 65.000, ວັງວຽງ ຫາ ເມືອງໄຊ 69 ຢວນ ເທົ່າກັບ 121.000 ກີບ, ວັງວຽງ ຫາ ບໍ່ເຕ່ນ 91 ຢວນ ເທົ່າກັບ 159.000 ກີບ, ແຕ່ຫຼວງພະບາງ ຫາ ເມືອງໄຊ 32 ຢວນ ເທົ່າກັບ 56.000 ກີບ, ຫຼວງພະບາງ ຫາ ບໍ່ເຕ່ນ 54 ຢວນ ເທົ່າກັບ 95.000 ກີບ ແລະ ແຕ່ຈຸດເມືອງໄຊ ຫາ ບໍ່ເຕ່ນ 21 ຢວນ ເທົ່າກັບ 37.000 ກີບ.
ອອກຈາກນະຄອນຫລວງ ວຽງຈັນ ຫາ ວັງວຽງ 1 ຊົ່ວໂມງ; ແຂວງຫຼວງພະບາງ 2 ຊົ່ວໂມງ 30 ນາທີ; ຮອດແຂວງອຸດົມໄຊ 3 ຊົ່ວໂມງ 30 ນາທີ ແລະ ຮອດແຂວງຫຼວງນໍ້າທາ 4 ຊົ່ວໂມງ 30 ນາທີ.
Discussion about this post