ວັນທີ 9 ຕຸລາ ຜ່ານມາ,ເວລາປະມານ 2:00 ໂມງເຊົ້າ,ປກສ ບ້ານໂນນສະຫວ່າງ ເມືອງສີໂຄດຕະບອງ ນວ ໄດ້ເຂົ້າຈັບກຸມ ທ້າວ ບຸນໄຊ ອາ ຍຸ 27 ປີ ພັກເຊົາຢູ່່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ໃນຂະນະທີ່ຜູ້ກ່ຽວເຂົ້າລັກຊັບໃນໂຮງງານແຫຼ່ງໜຶ່ງ ຢູ່່ບ້ານໂນນສະຫວ່າງ ມາດຳເນີນການສອບສວນ.

ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ໃຫ້ຮູ້ວ່າ: ຈາກການສອບສວນ ຜູ້ຖືກຫາ ສາລະພາບວ່າ ໄດ້ຮ່ວມກັບ ທ້າວ ຕົ້ນກ້າ ອາຍຸ 21 ປີ ທັງພັກເຊົາຢູ່່ບ້ານທົ່ງປົ່ງ ເຂົ້າໄປຊອກລັກເອົາເຄື່ອງ ໃນໂຮງງານດັ່ງກ່າວແທ້,ແຕ່ທ້າວ ຕົ້ນກ້າ ລົບໜີໄດ້.

ຈາກນັ້ນ,ຮອດເວລາ 8:30 ໂມງຂອງ ວັນດຽວກັນ,ປກສ ບ້ານໂນນສະຫວ່າງ ກໍຕິດຕາມກັກຕົວ ທ້າວ ຕົ້ນກ້າ ໄດ້ໃນຫ້ອງແຖວທີ່ຜູ້ກ່ຽວພັກເຊົາຢູ່່ເຂດບ້ານທົ່ງປົ່ງ ແລ້ວນຳສສົ່ງໃຫ້ກອງບັນຊາການ ປກສ ເມືອງສີໄຄດຕະບອງ ສືບຕໍ່ດຳເນີນຄະດີ.

ປັດຈຸບັນ, ກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ກັກກັນພວກກ່ຽວ ເພື່ອກວດຫາເຊື້ອພະຍາດໂຄວິດ-19 ພາຍຫຼັງຄົບຕາມກຳນົດເວລາ 14 ວັນ ກໍຈະສືບຕໍ່ດຳເນີນຄະດີຕາມກົດໝາຍ.
ຂ່າວ-ພາບ: ປກສ ນະຄອນຫຼວງວຽງຈັນ
Discussion about this post