ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 18, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກົມອຸຕຸ ແຈ້ງເຕືອນ ພາຍຸກົມປາສຸ ມີຝົນຕົກໜັກ ບາງທ້ອງຖິ່ນ 14 ແຂວງ

jon by jon
ເດືອນຕຸລາ 14, 2021
in ທົ່ວໄປ
0
Home ທົ່ວໄປ

ກົມອຸຕຸອອກແຈ້ງເຕືອນພາຍຸ ກົມປາສຸ ສະບັບທີ 2 ຈະສົ່ງຜົນເຮັດໃຫ້ຝົນຕົກໜັກ ຫາ ໜັກຫຼາຍ ຢູ່ບາງທ້ອງຖິ່ນ 14 ແຂວງກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງວ່າ: ພາຍຸເຂດຮ້ອນ ກົມປາສຸ (TS KOMPASU) ຫົວທີ 18, ຊຶ່ງໃນເວລາ 10:00 ໂມງ ຂອງວັນທີ 13 ຕຸລາ 2021 ມີຈຸດສູນກາງຢູ່ເຂດທະເລຈີນໃຕ້ຕອນເທິງໃນເສັ້ນຂະໜານທີ 19.2 ອົງສາເໜືອ ແລະ ເສັ້ນແວງທີ 112.0 ອົງສາຕາເວັນອອກ, ກໍາລັງເຄື່ອນທີ່ໃນທິດຕາເວັນຕົກ ດ້ວຍຄວາມໄວ 35 ກິໂລແມັດຕໍ່ຊົ່ວໂມງ. ພາຍຸຫົວນີ້ ຈະເຄື່ອນທີ່ຜ່ານເກາະໄຮໜໍາ ແລະ ຈະສືບຕໍ່ເຄື່ອນທີ່ຂຶ້ນຝັ່ງທາງພາກເໜືອ ຂອງປະເທດຫວຽດນາມ ໃນຕອນແລງຂອງວັນທີ 14 ຕຸລາ 2021.ຫຼັງຈາກນັ້ນໃນໄລຍະວັນທີ 14 ຫາ 15 ຕຸລາ 2021

ພາຍຸຫົວນີ້ ຈະອ່ອນກຳລັງລົງກາຍເປັນພາຍຸດີເປຼຊັ້ນ ແລະ ຈະສືບຕໍ່ເຄື່ອນທີ່ເຂົ້າຢູ່ໃນລະຫວ່າງເຂດພາກເໜືອດ້ານຕາເວັນອອກ ແລະ ພາກກາງ ຂອງປະເທດລາວເຊັ່ນ: ແຂວງຫົວພັນ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ໄຊຍະບູລີ, ບໍລິຄໍາໄຊ ແລະ ຄໍາມ່ວນ. ຊຶ່ງໃນໄລຍະວັນທີ 13 ຫາ 16 ຕຸລາ 2021 ຈະເຮັດໃຫ້ມີຝົນຕົກໃນລະດັບປານກາງ ຫາຕົກໜັກຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກຫຼາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງ ພາກເໜືອດ້ານຕາເວັນອອກ, ພາກກາງ ແລະ ພາກໃຕ້ ເຊັ່ນ: ແຂວງຫົວພັນ, ຊຽງຂວາງ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ, ນະຄອນຫຼວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນ້ຳຖ້ວມອັ່ງ, ນໍ້າຖ້ວມຍຶ່ງແລະ ດິນເຈື່ອນ ຢູ່ບາງທ້ອງຖິ່ນ.ແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ, ເປີ້ນພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ, ນ້ໍາຖ້ວມຍື່ງ ແລະ ລົມພັດແຮງ ທີ່ຈະເກີດຂື້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດ

ShareTweetShare
Next Post
ໂທ້!….ຄືມາຫຼາຍແທ້ ຕອນເຊົ້າມື້ນີ້ ຈຳນວນຜູ້ໄປລໍຖ້າກວດຫາເຊື້ອໂຄວິດ

ໂທ້!....ຄືມາຫຼາຍແທ້ ຕອນເຊົ້າມື້ນີ້ ຈຳນວນຜູ້ໄປລໍຖ້າກວດຫາເຊື້ອໂຄວິດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ນ້ອງ ບົ້ງກື ໄດ້ບໍ່! ປະກາດຕາມຫາ ນາງບົ້ງກີ ອູມພູທອນ ຫາຍໂຕໄປ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ດ່ວນໆ ສາວພອນກິນຢາປິດຊີບຕົນເອງ ໃຜຢູ່ໃກ້ລາວພາໄປໂຮງໝໍດ່ວນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ວິກິດໜັກ ລ່າສຸດ ລັດຖະບານ ສີລັງກາປະກາດ ບໍ່ມີນ້ຳມັນຂາຍແລ້ວ
  • ຂ່າວດ່ວນ ແຈ້ງປັບຂຶ້ນລາຄາ ນ້ຳມັນທົ່ວປະເທດ
  • ດ່ວນ..! ລົດ ອະນຸສິດຂົນສົ່ງ ເສຍຫລັກ​ປີ້ນ​
  • ເລັ່ງຈັດສັນລັດໃຫ້ສອດຄ່ອງ ຫັນໃຊ້ລົດໄຟຟ້າ ແລະ ຍົກເລີກລົດປະຈຳຕຳແໜ່ງຂັ້ນກົມລົງມາ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...