ຕອນແລງວັນທີ 12 ຕຸລາ 2021, ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກໄທ ໄດ້ຖະແຫຼງຂ່າວກຽມເປີດຮັບນັກທ່ອງທ່ຽວເຂົ້າປະເທດໂດຍບໍ່ຕ້ອງຈຳກັດບໍລິເວນ
ໂດຍນັກທ່ອງທ່ຽວຈາກປະເທດຄວາມສ່ຽງຕໍ່າຢ່າງໜ້ອຍ 10 ປະເທດ ໃນນັ້ນມີ ອັງກິດ, ສິງກະໂປ, ເຢຍລະມັນ, ຈີນ ແລະ ສະຫະລັດອາເມລິກາ ລວມຢູ່ນຳ. ບັນດາປະເທດເຫຼົ່ານີ້ຈະສາມາດເດີນທາງເຂົ້າໄທໄດ້ໂດຍບໍ່ຕ້ອງຈຳກັດບໍລິເວນຕັ້ງແຕ່ວັນທີ 1 ພະຈິກ 2021 ນີ້ເປັນຕົ້ນໄປ ຖ້າວັກຊີນຄົບໂດສ ແລະ ມີຜົນກວດໂຄວິດ-19 ເປັນລົບ.
ຕໍ່ໄປໃນອະນາຄົດຈະມີການເພີ່ມຈຳນວນປະເທດໃຫ້ຫຼາຍຂຶ້ນພາຍໃນວັນທີ 1 ທັນວາ ແລະ ພາຍໃນວັນທີ 1 ມັງກອນ 2022 ຈະເພີ່ມຈຳນວນປະເທດໃຫ້ຫຼາຍຂຶ້ນຢ່າງກວ້າງຂວາງ.
ແນວໃດກໍຕາມ ສຳລັບບຸກຄົນທີ່ມາຈາກປະເທດອື່ນໆທີ່ບໍ່ໄດ້ຢູ່ໃນລາຍຊື່ປະເທດຄວາມສ່ຽງຕໍ່າ ນາຍົກໄທກ່າວວ່າ ຍັງໃຫ້ການຕ້ອນຮັບເຂົ້າປະເທດໄທ ແຕ່ຈຳເປັນຕ້ອງມີການຈຳກັດບໍລິເວນ ຕາມເງື່ອນໄຂ ແລະ ຂໍ້ກຳນົດທີ່ວາງອອກ.
ສຳລັບລາຍຊື່ 10 ປະເທດສ່ຽງຕໍ່າທີ່ຈະເຈົ້າມາໃນປະເທດໄທເປັນກຸ່ມທຳອິດນັ້ນ, ກະຊວງການທ່ອງທ່ຽວ ໄດ້ສະເໜີໄປລ້ວ ແຕ່ຕ້ອງລໍຖ້າການພິຈາລະນາ ສ່ວນປະເທດໃນອາຊຽນທີ່ຈະເຂົ້າມາໃນປະເທດໄທໃນຮູບແບບ travel bubble ຫຼື ບໍ່ນັ້ນ
ຕ້ອງຂຶ້ນຢູ່ກັບຄວາມພ້ອມຂອງປະເທດເພື່ອນບ້ານເຊັ່ນ ຕ້ອງສັກວັກຊີນຄົບໂດສຈຶ່ງຈະສາມາດເຂົ້າປະເທດໄດ້. ສະນັ້ນ ຕ້ອງໄດ້ລໍຖ້າປະກາດຢ່າງເປັນທາງການໃນໄລຍະຕໍ່ໄປຕື່ມອີກ.
ນອກຈາກເປີດໃຫ້ຄົນຈາກ 10 ປະເທດເດີນທາງເຂົ້າໄທໄດ້ແລ້ວ, ເລີ່ມແຕ່ວັນທີ 1 ທັນວາ ເປັນຕົ້ນໄປ ລັດຖະບານໄທຈະມີການພິຈາລະນາອະນຸຍາດໃຫ້ດື່ມເຄື່ອງດື່ມທີ່ມີທາດເຫຼົ້າໃນຮ້ານອາຫານໄດ້ ແລະ
ຈະພິຈາລະນາອະນຸຍາດໃຫ້ສະຖານທີ່ພັກຜ່ອນຢ່ອນໃຈ ແລະ ສະຖານບັນເທີງ ເປີດໃຫ້ບໍລິການໄດ້ ພາຍໃຕ້ມາດຕະການດ້ານສາທາລະນະສຸກທີ່ເໝາະສົມ ເພື່ອສະໜັບສະໜັນ ແລະ ກະຕຸ້ນການທ່ອງທ່ຽວ, ການພັກຜ່ອນ ແລະ ບັນເທີງ.
.
ທ່ານ ພົນເອກ ປຣະຢຸດ ກ່າວວ່າ ຕົນເອງຮູ້ວ່າການຕັດສິນໃຈແບບນີ້ມີຄວາມສ່ຽງ ທີ່ເກືອບແນ່ນອນເລີຍວ່າ ເມື່ອເຮົາເລີ່ມຕົ້ນການຜ່ອນຜັນຕ່າງໆ ຈະເຮັດໃຫ້ມີຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນເປັນການຊົ່ວຄາວ
ເຊິ່ງທາງການຕ້ອງຕິດຕາມສະຖານະການຢ່າງໃກ້ຊິດ ແລະ ປະເມີນເບິ່ງວ່າ ຈະຮັບມືກັບສະຖານະການນັ້ນແນວໃດ. “ເຮົາຕ້ອງບໍ່ປ່ອຍໂອກາດນີ້
ເພາະຖ້າເຮົາຕ້ອງເສຍໂອກາດໃນໄລຍະເວລາທີ່ດີຂອງການທຳມາຫາກິນໄປອີກເປັນປີທີ 2 ຕິດຕໍ່ກັນ, ຂ້າພະເຈົ້າຄິດວ່າປະຊາຊົນຄົງຮັບມືບໍ່ໄຫວອີກຕໍ່ໄປ.”
ນອກຈາກໄທແລ້ວ, ຫຼາຍປະເທດກໍເລີ່ມຜ່ອນຜັນມາດຕະການໃນການເດີນທາງ ຍົກຕົວຢ່າງເຊັ່ນ ອັງກິດ ໄດ້ຫຼຸດຈຳນວນປະເທດໃນບັນຊີລາຍຊື່ປະເທດທີ່ແນະນຳປະຊາຊົນບໍ່ໃຫ້ເດີນທາງໄປ ເຫຼືອພຽງ 7 ປະເທດ ມີຜົນຕັ້ງແຕ່ວັນທີ 11 ຕຸລາ 2021 ເປັນຕົ້ນໄປ.

Discussion about this post