ວັນທີ 6 ຕຸລາ ຜ່ານມາ,ເວລາປະມານ 23:30 ໂມງ ເຈົ້າໜ້າທີ່ ປກສ ເມືອງສີໂຄດຕະບອງ ນວ ໄດ້ອອກກວດກາລາດຕະເວນຕາມຖະໜົນສຸພານຸວົງ ເຂດບ້ານສີໄຄ ຫາ ບ້ານທົ່ງປົ່ງ.
ພົບເຫັນຜູ້ຊາຍມີພິລຸດ ຂັບຂີ່ລົດຈັກ CBR ສີແດງ ໝາຍເລກທະບຽນ ຍຫ 5599 ລົບໜີ ໄປຕາມທາງຮ່ອມ ເຂດບ້ານໂພສີ ເມືອງສີໂຄດຕະບອງ ຈຶ່ງໄດ້ຕິດຕາມຜູ້ກ່ຽວຈົນທັນ ແລະ ໄດ້ກວດຄົ້ນ ພົບຢາບ້າເຊື່ອງໃນຜ້າປິດປາກ ຈຳນວນ 247 ເມັດ.

ຜ່ານການສອບສວນເບື້ອງຕົ້ນ ຮູ້ວ່າ: ຜູ້ຖືກຫາ ຊື່ ທ້າວ ແອັດດີ້ ອາຍຸ 38 ປີ ຢູ່່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ແລະ ຜູ້ກ່ຽວ ກໍຍອມຮັບສາລະພາບວ່າ ຢາບ້າ 247 ເມັດ ທີ່ເຊື່ອງໃນຜ້າປິດປາກນັ້ນ ແມ່ນຂອງຜູ້ກ່ຽວແທ້.

ເຈົ້າໜ້າທີ່ຈຶ່ງໄດ້ນຳຕົວຜູ້ກ່ຽວ ພ້ອມຂອງກາງຢາບ້າ ສົ່ງໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ສືບຕໍ່ດຳເນີນຄະດີຕາມກົດໝາຍ.
ທີ່ມາຂ່າວ-ພາບ: ປກສ ນະຄອນຫຼວງວຽງຈັນ
Discussion about this post