ວັນທີ 8 ຕຸລາ ນີ້, ເຈົ້າໜ້າທີ່ຕຳຫຼວດ ປະຈຳດ່ານກວດກາ ຈຸດໜ້າສວນເຈົ້າຟ້າງຸ່ມ ເມືອງສີໂຄດຕະບອງ ນວ ກວດຄົ້ນຜູ້ຂັບລົດຈັກ ເວບໄອ ສີຟ້າ-ປອນ ໝາຍເລກທະບຽນ ຍຫ 5754 ກຳແພງນະຄອນ ຄົ້ນພົບຢາບ້າ ຈຳນວນ 210 ເມັດ.

ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ຜູ້ຖືກຫາ ຊື່ ນາງ ສົມຈິດ ອາຍຸ 38 ປີ ຢູ່່ບ້ານໜອງດ້ວງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ຂັບຂີ່ມາແຕ່ທາງບ້ານຂຸນຕາ ມຸ້ງໜ້າຈະຜ່ານດ່ານກວດກາ ໄປທາງວິທະຍໄລປາກປາສັກ,ຈຶ່ງຂໍກວດກາເອກະສານ ເພື່ອສະກັດກັນການລະບາດເຊື້ອພະຍາດໂຄວິດ-19 ແຕ່ຜູ້ກ່ຽວໄດ້ມີພິລຸດ ຈຶ່ງທຳການຄົ້ນຕົວ ພົບຢາບ້າ 210 ເມັດ ໃນກະເປົາພາຍຂອງຜູ້ກ່ຽວ.

ເຈົ້າໜ້າທີ່ປະຈຳຈຸດດັ່ງກ່າວ ຈຶ່ງໄດ້ນຳສົ່ງຕົວຜູ້ກ່ຽວພ້ອມຂອງກາງ ໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ດຳເນີນຄະດີຕາມກົດໝາຍ.

ທີ່ມາຂ່າວ-ພາບ: ປກສ ນະຄອນຫຼວງວຽງຈັນ
Discussion about this post