ແມ່ນຫຍັງຈະຖືກຂະໜາດນີ້ ຂີ່ຍົນໄປຊຽງຂວາງ, ຫຼວງພະບາງ ໄລຍະທາງຍາວ 400 ກິໂລ ແຕ່ຂີ່ລົດເມຍັງ 150.000 ກີບແລ້ວ ຂີ່ລົດສ່ວນຕົວຍິ່ງໝົດຫຼາຍບວກຄ່າຫຼຸ່ຍຫ້ຽນອີກ ຂີ່ຍົນດີກວ່າ ໂດຍສະເພາະໃຜທີ່ຢາກໄປໃສ່ບາດໃນວັນບຸນຫໍ່ເຂົ້າສະຫຼາກນີ້.

ລາວສະກາຍເວໃຈດີ ສົ່ງເສີມລາວທ່ຽວລາວ ໃນວັນບຸນຫໍ່ເຂົ້າສະຫຼາກຈັດເຕັມຫຼຸດລາຄາປີ້ຍົນພຽງ 250.000 ກີບຕໍ່ຖ້ຽວ ເດີນທາງໄປສອງແຂວງ ຫຼວງພະບາງ ກັບຊຽງຂວາງເລືອກໄດ້ຕາມໃຈ ໄປແບບບໍ່ເມື່ອຍ ບໍ່ຮອດຊົ່ວໂມງກໍ່ຮອດຈຸດໝາຍປາຍທາງ

ໂປຣເພິ່ນຍັງຈະແກ່ຍາວຈົນໝົດເດືອນນີ້ເດີ້ ໂອກາດດີໆແບບນີ້ເໝາະແກ່ການໄປທ່ຽວປ່ຽນບັນຍາກາດຂ້າມວັນຂ້າມຄືນຂອງຫຼາຍໆຄົນ ຖ້າໄປຫຼາຍພະບາງ ໂອກາດເຮັດບຸນໃສ່ບາດຕອນເຊົ້າກັບພະສົງນັບຮ້ອຍອົງ ຄິດມາກໍ່ອີ່ມອົກອີ່ມໃຈຢາກໄປກັບບາດ.

ແຕ່ຖ້າໄປຊຽງຂວາງກໍ່ດີໄປອີກແບບ ເລາະທ່ຽວປ່າແປກວີ່ວແວວ ແຊວໆສຽງນົກຮ້ອງຈັກມື້ສອງມື້ຈິ່ງກັບວຽງຈັນ ຊ່ວງນີ້ກຳລັງອາຫານການກິນທີ່ເກີດຈາກທີ່ມະຊາດຫຼາຍ ສຳລັບຊາວຊຽງຂວາງ

ແລະເປັນທີ່ແປກຕາຂອງຄົນໃນເມືອງຢ່າງແນ່ນອນໄປຍາມນີ້ທົ່ງຫຍ້າຂຽວງາມ ພາບບັນຍາກາດອອກມາງົດງາມແນ່ນອນ ງາມແມ່ນບໍ ປີ້ຍົນລາຄາລຸ່ມນີ້

Discussion about this post