ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 6, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ດ່ວນທີ່ສຸດ! ນະຄອນຫຼວງພະບາງລ໊ອກດາວ ຫ້າມທຸກຄົນອອກຈາກບ້ານຍ້ອນຜູ້ຕິດເຊື້ອໂຄວິດໃນຊຸມຊົນສູງຂຶ້ນ

jon by jon
ເດືອນຕຸລາ 8, 2021
in ທົ່ວໄປ
0
Home ທົ່ວໄປ

ດ່ວນທີ່ສຸດເຈົ້າຄອງນະຄອນຫຼວງພະບາງ ອອກຄຳສັ່ງ ວ່າດ້ວຍການເຂັ້ມງວດປະຕິບັດມາດຕະການສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ຢູ່ນະຄອນ ຫຼວງພະບາງ (ລາຍລະອຽດອ່ານຕາມເອກະສານ)

ໂດຍເຈົ້າຄອງນະຄອນ ຫຼວງພະບາງອອກແຈ້ງຂໍ້ຫ້າມ 5 ຂໍ້ ດັ່ງນີ້
1 ຫ້າມປະຊາຊົນບັນດາເຜົ່າ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດທີ່ລົງຊີວິດທົ່ວນະຄອນຫຼວງພະບາງອອກຈາກເຮືອນ ແລະ ທີ່ພັກອາໄສຂອງຕົນຢ່າງເດັດຂາດ (Lock down). ຍົກເວັ້ນກໍລະນີທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ເຊັ່ນ ເກີດລູກ, ເຈັບເປັນໄປປິ່ນປົວຢູ່ໂຮງໝໍ, ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ (ຄອບຄົວຫນຶ່ງບໍ່ໃຫ້ເກີນ 2 ຄັ້ງຕໍ່ວັນ) ແລະ ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດໃນບ້ານ.
2 ຫ້າມພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ປະຊາຊົນບັນດາເຜົ່າ ທີ່ອາໄສຢູ່ນະຄອນຫຼວງພະບາງ ເດີນທາງໄປຕ່າງເມືອງ, ຕ່າງແຂວງ ແລະ ຫ້າມຄົນຕ່າງເມືອງ, ຕ່າງແຂວງເດີນທາງເຂົ້າມາໃນນະຄອນຫຼວງພະບາງ ຢ່າງເດັດຂາດ,

3 ຫ້າມຈັດງານໂຮມຊຸມນຸມ, ງານລ້ຽງສັງສັນທຸກຮູບແບບ (ຍົກເວັ້ນງານຊາປະນະກິດສົບ, ງານສົ່ງສະການ ແມ່ນໃຫ້ປະຕິບັດມາດຕະການ ຂອງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຊັ່ນ: ວັດແທກອຸນຫະພຸມ, ຮັກສາໄລຍະຫາງທາງສັງຄົມ ຢ່າງຫນ້ອຍ 1 ແມັດ, ໃສ່ຜ້າປິດປາກ-ດັງ, ລ້າງມືໃສ່ສະບຸ ຫຼື ນໍ້າຢາຂ້າເຊື້ອ.
4 ໃຫ້ປິດກິດຈະການຮ້ານບັນເທີງ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ສວນອາຫານແຄມນໍ້າ, ສວນອາຫານທົ່ງນາ, ແຫຼ່ງທ່ອງທ່ຽວນໍ້າຕົກຕາດ, ຮ້ານຂາຍເຫຼົ້າ, ຂາຍເບຍ, ສັງວຽນຕີໄກ, ເດີນບູນ, ຮ້ານປີ້ງຕ່າງໆ, ຮ້ານອິນເຕີເນັດຄາເຟ, ຮ້ານເກມ, ຮ້ານນວດ-ສະປາ, ຮ້ານຮົມຢາ, ຮ້ານເສີມສວຍ, ຮ້ານຕັດຜົມ, ຮ້ານສະນຸກເກີ, ສູນອອກກໍາລັງກາຍຟິສເນັດ, ສະລອຍນໍ້າ, ແລ່ນອອກກໍາລັງກາຍ ແລະ ກິລາໃນຮົ່ມ-ກາງແຈ້ງທຸກປະເພດ,
5 ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ ເປັນຕົ້ນ ຜ້າປິດປາກ-ດັ່ງ, ນໍ້າຢາລ້າງມືຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນໍ້າດື່ມ ແລະ ອື່ນໆ ທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ.

ShareTweetShare
Next Post
ການຈູດຂີ້ເຫຍື້ອຊະຊາຍຈະຖືກປັບໄຫມເຖິງ50,000.000ກີບ

ການຈູດຂີ້ເຫຍື້ອຊະຊາຍຈະຖືກປັບໄຫມເຖິງ50,000.000ກີບ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສັບພະຄຸນປົວ: ຕານເຕັ້ນ,ປາດແຜເກີດຈາກນ້ຳຮ້ອນລວກ ຫລື ຖືກສັດ ກັດຕ່ອຍ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ຄົນມັກຫວຍຄວນອ່ານ ຫວຍຈະຊ່ວຍໃຫ້ລວຍແທ້ບໍ່?

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...