ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 4, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ທ່ານລັດຖະມົນຕີກະຊວງ ອຄ ລົງຕິດຕາມ ລາຄາສິນຄ້າ ແລະ ມາດຕະການປ້ອງກັນພະຍາດໂຄວິດ-19

jon by jon
ເດືອນຕຸລາ 6, 2021
in ທົ່ວໄປ
0
Home ທົ່ວໄປ

ໃນວັນທີ 6 ຕຸລາ 2021 ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ ພ້ອມຄະນະລົງເຮັດວຽກຢູ່ພະແນກ ອຄ.ນວ, ໂຮງງານຕັດຫຍິບ ໄຮ-ເທັກ ລາວ ແອບພາເຣວ ຈໍາກັດ ແລະ ຕະຫຼາດ ໂນນຄໍ້ ເພື່ອຕິດຕາມ ແລະ ຊຸກຍູ້ໃນການຄຸ້ມຄອງລາຄາສິນຄ້າ, ມາດຕະການປ້ອງກັນພະຍາດໂຄວິດ-19 ພາຍໃນຕະຫຼາດ ແລະ ໂຮງງານອຸດສາຫະກຳຕັດຫຍິບ.ໂອກາດດັ່ງກ່າວ ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກ ອຄ.ນວ ໄດ້ລາຍງານສະພາບການຄຸ້ມຄອງ ແລະ ຕິດຕາມລາຄາສິນຄ້າໃນໄລຍະຜ່ານມາໃຫ້ຮູ້ວ່າ: ​ວຽກງານການຄຸ້ມຄອງ ຕິດຕາມຂົງເຂດຫົວໜ່ວຍທຸລະກິດ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ແຕ່ງເຈົ້າໜ້າທີ່ເປັນ 3 ຈຸລົງກວດກາແຕ່ລະວັນ, ການປະເມີນການປະຕິບັດໄລຍະວັນທີ 15-30 ກັນຍາ 2021 ເຈົ້າຂອງທຸລະກິດສ່ວນໃຫຍ່ໃຫ້ການຮ່ວມມືໃນການປິດ – ເປີດກິດຈະການ, ມີສ່ວນໜ້ອຍທີ່ຍັງບໍ່ທັນເຂົ້າໃຈ ຍັງເປີດຮ້ານປົກ​ກະຕິ, ຄະນະສະເພາະກິດໄດ້ເຮັດບົດບັນທຶກ ໃຫ້ປິດກິດຈະການຊົ່ວຄາວ ຈໍານວນ 19 ຫົວໜ່ວຍ ພ້ອມທັງປັບໃໝ. ສ່ວນສະພາບການຊື້-ຂາຍໂດຍລວມເຫັນວ່າປະຕິບັດຕາມລາຄາທີ່ລັດກໍານົດ ແຕ່ມີສ່ວນໜຶ່ງມີການສວຍໂອກາດຂຶ້ນລາຄາສິນຄ້າ ເປັນຕົ້ນຊີ້ນໝູຂາຍເກີນລາຄາ ຊຶ່ງເຈົ້າໜ້າທີ່ໄດ້ເຮັດບົດບັນທຶກກ່າວເຕືອນສຶກສາອົບຮົມ ແລະ ປັບໃໝ (ການຂາຍເກີນລາຄາສ່ວນຫຼາຍແມ່ນຕະຫຼາດຂະໜາດນ້ອຍ ຊື້ຍ່ອຍຈາກລູກຂຽງຕະຫຼາດໃຫຍ່). ສ່ວນການຊື້-ຂາຍທຽບໃສ່ໄລຍະປົກະຕິຫຼຸດລົງ 35-40% ເຫັນວ່າຕະຫຼາດ ແລະ ຊາວຄ້າຂາຍໃຫ້ການຮ່ວມມືຕາມແຈ້ງການແນະນໍາ ໄດ້ປິດບໍລິການຊົ່ວຄາວເພື່ອຫຼຸດຜ່ອນຄວາມແອອັດ. ສ່ວນການສະໜອງສິນຄ້າເຫັນວ່າພຽງພໍກັບຄວາມຕ້ອງການໂດຍສະເພາະສິນຄ້າສະບຽງອາຫານທີ່ນອນໃນບັນຊີຄວບຄຸມ ມີປະເພດຊີ້ນໝູທີ່ຂາຍຫຼຸດຈາກລາຄາກໍານົດ ​ໂດຍ​ລັດ​ກຳ​ນົດຊີ້ນໝູປະເພດ 1 ຂາຍ​ໃນລາຄາ​ບໍ່​ເກີນ 48 ພັນກີບຕໍ່ກິໂລ, ແຕ່ໃນຕະຫຼາດ (ບາງ​ແຫ່ງ) ຂາຍ 45 ພັນກີບຕໍ່​ກິໂລ. ສໍາລັບລາຄາສິນຄ້າພືດຜັກ ແມ່ນມີການເໜັງຕີງຂຶ້ນລົງຕາມລະດູການເປັນບາງວັນ ສະເລ່ຍມີ 3 ລາຍການເໜັງຕີງສູງ ຄື: ຜັກຫອມປ້ອມ, ຫອມບົ່ວ, ຫອມລາບ ປະມານ 50%.

​ຂ່າວ-ພາບ: ກະ​ຊວງ ອ​ຄ

ShareTweetShare
Next Post
ປກສ ກຸ່ມນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈັບໄດ້ພ້ອມຂອງກາງ 190 ເມັດ

ປກສ ກຸ່ມນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ຈັບໄດ້ພ້ອມຂອງກາງ 190 ເມັດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ອັບເດດຂ່າວ! ເຫດວິສາມັນຄົນຮ້າຍລັກຊັບ ຢູ່ໜ້າຕະຫຼາດເຊົ້າ

    455 shares
    Share 455 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...