ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 30, ເດືອນມັງກອນ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກົມອຸຕຸນິຍົມແຈ້ງເຕືອນພາຍຸເຂດຮ້ອນ ຝົນຕົກໜັກ, ລົມພັດແຮງ 6-11ຕຸລາ2021

jon by jon
ເດືອນຕຸລາ 6, 2021
in ທົ່ວໄປ
0
Home ທົ່ວໄປ

ໃນວັນທີ 6 ຕຸລາ 2021 ກົມອຸຕຸນິຍົມ ແລະ ອຸທົກກະສາດ ອອກແຈ້ງເຕືອນພາຍຸເຂດຮ້ອນ, ສະບັບທີ 1 ຍ່ອມຄວາມກົດດັນອາກາດຕໍ່າທີ່ມີກໍາລັງແຮງປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງ

ແລະ ມີຈະເພີ່ມກໍາລັງແຮງຂຶ້ນກາຍເປັນພາຍຸເຂດຮ້ອນໃນໄລຍະ 24 ຊົ່ວໂມງຕໍ່ໜ້ານີ້. ຈາກນັ້ນ ຈະສືບຕໍ່ເຄື່ອນທີ່ໃນທິດຕາເວັນຕົກສ່ຽງເໜືອໃກ້ແຄມຝັ່ງປະເທດຫວຽດນາມ

ຂຶ້ນໄປຫາເກາະໄຮ ຊຶ່ງວົງລັດສະໝີຂອງພາຍຸຫົວນີ້ ຈະກວມເອົາເຂດພາກໃຕ້,

ພາກກາງ ແລະ ພາກເໜືອດ້ານຕາເວັນອອກຂອງປະເທດລາວ ໃນໄລຍະວັນທີ 6 ຫາ 10 ຕຸລາ 2021,

ຊຶ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດ ດັ່ງນີ້:ໄລຍະວັນທີ 6 ຫາ 9 ຕຸລາ 2021: ຈະມີຝົນຕົກປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ບາງທ້ອງຖິ່ນແຂວງພາກໃຕ້

ແລະ ພາກກາງ ເຊັ່ນ: ແຂວງ ອັດຕະປື, ຈຳປາສັກ, ເຊກອງ, ສາລະວັນ, ສະຫວັນນະເຂດ ແລະ ຄໍາມ່ວນ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນ້ຳຖ້ວມຍື່ງ ຢູ່ບາງທ້ອງຖິ່ນ.

ໄລຍະວັນທີ 9 ຫາ 11 ຕຸລາ 2021: ຈະມີຝົນຕົກໃນລະດັບປານກາງ ຫາ ໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາເວັນອອກ ເຊັ່ນ:

ແຂວງ ສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫຼວງວຽງຈັນ, ຫຼວງພະບາງ, ຫົວພັນ ແລະ ຊຽງຂວາງ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫຼັງຄາເຮືອນເປ່ເພ, ດິນເຈື່ອນ, ນ້ໍາຖ້ວມກະທັນຫັນ, ນ້ໍາຖ້ວມ ແລະ ນ້ໍາຖ້ວມຍື່ງ ຢູ່ບາງທ້ອງຖິ່ນ.

ແຈ້ງເຕືອນພໍ່ແມ່ປະຊາຊົນທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊ,

ນ້ຳຖ້ວມຍື່ງ ແລະ ລົມພັດແຮງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ

ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ. ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 ຫາ 4 ວັນຕໍ່ໜ້ານີ້.

ShareTweetShare
Next Post
ເຈົ້າໜ້າທີ່ກວດຄົ້ນຊາຍທີ່ຕ້ອງສົງໃສ ພົບເຫັນຢາບ້າໃນຖົງໂສ້ງ 192 ເມັດ

ເຈົ້າໜ້າທີ່ກວດຄົ້ນຊາຍທີ່ຕ້ອງສົງໃສ ພົບເຫັນຢາບ້າໃນຖົງໂສ້ງ 192 ເມັດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຊົມເຊີຍ!!! ກະຊວງ ປກສ ລົງວິໄນ ເຈົ້າໜ້າທີ່ 11 ຄົນ ທີ່ເຮັດຜິດລະບຽບ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ຂ່າວດ່ວນ! ແຕ່ງຕັ້ງ ທ່ານ ພົນເອກ ວິໄລ ຫລ້າຄຳຟອງ ເປັນຮອງນາຍົກລັດຖະມົນຕີ.

    0 shares
    Share 0 Tweet 0
  • ກົມກົງສູນ ແຈ້ງໃຫ້ປະຊາຊົນສາມາດ ຍື່ນຄຳຮ້ອງຂໍໜັງສືຜ່ານແດນ ຢູ່ 6 ແຂວງດ່ັ່ງນີ້:

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...