ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 19, ເດືອນສິງຫາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າໜ້າທີ່ກວດຄົ້ນຊາຍທີ່ຕ້ອງສົງໃສ ພົບເຫັນຢາບ້າໃນຖົງໂສ້ງ 192 ເມັດ

jon by jon
ເດືອນຕຸລາ 6, 2021
in ທົ່ວໄປ
0
Home ທົ່ວໄປ

ໃນຂະນະກຳລັງປະຕິບັດໜ້າທີ່ ຂອງຕຳຫຼວດຈະລາຈອນ ເມືອງສີໂຄດຕະບອງ ຢູ່ຈຸດດ່ານກວດກາເຂົ້າ-ອອກເມືອງ ຖະໜົນ T2, ເວລາ 19:00 ໂມງ ຂອງວັນທີ 5 ຕຸລາ 2021, ກໍາລັງຈາລະຈອນ ໄດ້ພົບເຫັນລົດຈັກເວບ 100 ສີແດງ-ດຳ ໝາຍເລກທະບຽນ ດສ 8580 ຂັບຂີ່ມາແຕ່ໄຟແດງດົງປ່າສັກ ມຸ່ງໜ້າຈະຜ່າດ່ານກວດກາ ໄປຖະໜົນໜອງດ້ວງ ຕຳຫຼວດຈາລະຈອນ ຈິ່ງໄດ້ຂໍຄວາມຮ່ວມມື ໃຫ້ຢຸດຈອດເພື່ອກວດກາ ແລະ ສອບຖາມ ເວລານັ້ນຈິ່ງເຫັນວ່າ: ຜູ້ຂັບລົດຄັນດັ່ງກ່າວ ບໍ່ມີເອກະສານຢັ້ງຢືນຫຍັງ ແລະ ມີທ່າທາງພິຫຼຸດ ເຈົ້າໜ້າທີ່ຈິ່ງຂໍຄົ້ນຕົວ ພົບເຫັນຢາບ້າໃນຖົງໂສ້ງ 192 ເມັດ. ຜ່ານການສອບຖາມເບື້ອງຕົ້ນ ທ້າວ ສຸກ ຮັບສາລະພາບວ່າ: ຢາບ້າ 192 ເມັດ, ເປັນຂອງຊາຍຄົນໜຶ່ງ ຫາຄວາມຊ່ວຍເຫຼືອເອົາໄປສົ່ງໃຫ້ຜູ້ທີ່ສັ່ງຊື້ ຢູ່ເຂດຖະໜົນ T2 ດ້ວຍການແລກປ່ຽນຕອບແທນຄ່າແຮງງານ ເຈົ້າຂອງຢາບ້າຊື້ເບຍໃຫ້ກິນ 3 ແກ້ວ, ໃນເວລາກຳລັງນຳເອົາຢາບ້າໄປສົ່ງ ຈິ່ງຖືກເຈົ້າໜ້າທີ່ກວດພົບເຫັນ ແລ້ວນຳຕົວມາສອບສວນ, ກ່ອນຖືກກັກຕົວ ທ້າວ ສຸກ ມີການພົວພັນຊື້-ຂາຍ ແລະ ເສບຢາບ້າ ວັນລະ 1-2 ເມັດ ເປັນປະຈໍາ. ຈາກນັ້ນ ຕຳຫຼວດຈະລາຈອນ ປະຈໍາດ່ານກວດກາຖະໜົນ T2 ຈິ່ງໄດ້ສົ່ງໃຫ້ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ສືບຕໍ່ເປີດກວ້າງຂະຫຍາຍຜົນ ສືບຄົ້ນຫາກຸ່ມແກ້ງ ພັກພວກມາດຳເນີນຄະດີຕາມກົດໝາຍ, ສ່ວນຜົນຂອງການດຳເນີນຄະດີ ພາຍຫຼັງສຳເລັດ ຈະລາຍງານໃຫ້ຊາບຕື່ມ.ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງພົນລະເມືອງທຸກຄົນ ຈົ່ງມີສ່ວນຮ່ວມເຂົ້າໃນວຽກງານຮັກສາຄວາມສະຫງົບ ເພື່ອຊ່ວຍກັນຕ້ານສະກັດກັ້ນການກະທໍາທີ່ແຕະຕ້ອງສາຍພົວພັນສັງຄົມ ທີ່ກົດໝາຍກຳນົດໄວ້ ຖ້າພົບເຫັນປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນສາມາດແຈ້ງໄດ້ 2 ຊ່ອງທາງຄື: ແຈ້ງມາເບີວ໋ອດແອບ 020: 2889 9774 ຫຼື ທາງເຟັສບຸກ ປກສ ນວ.

ShareTweetShare
Next Post
ຂ່າວດີ!.ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ເພີ່ມອີກ 74 ຄົນ

ຂ່າວດີ!.ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີ ເພີ່ມອີກ 74 ຄົນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    ຮີບເບິ່ງແລ້ວປ່ຽນດ່ວນ! ຄວາມແຕກຕ່າງລະຫ່ວາງດື່ມນໍ້າເຢັນ ແລະ ນໍ້າອຸ່ນ ອ່ານເພື່ອຄວາມຮູ້

    0 shares
    Share 0 Tweet 0
  • ດ່ວນໆ… ປະກາດຕາມຫາພີ່ນ້ອງເກີດອຸປະຕິເຫດ ອາການສາຫັດ

    0 shares
    Share 0 Tweet 0
  • ເສຍສະຫຼະເວລາອ່ານ! ຄະຕິແລະຂໍ້ຄິດມາຝາກໃຫ້ຄົ້ນຄິດ

    0 shares
    Share 0 Tweet 0
  • ເກີດເຫດຄົນຮ້າຍ ລອບວາງລະເບີດ 11 ຈຸດ ເສຍຫາຍຫນັກ

    0 shares
    Share 0 Tweet 0
  • ຂ່າວເສົ້າ RIP ເສຍຊີວິດແລ້ວ ສາວງາມທີ່ເກີດອຸປະຕິເຫດ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຊຣ໌ໄວ້ເລີຍ ວິທີແກ້ ດວງຕົກ ແກ້ຊວຍ ຄ້າຂາຍບໍ່ຂື້ນ ຫາເງີນບໍ່ໄດ້ ພົບແຕ່ຄົນຕົ້ມຄົນຕົວະ
  • ມຽນມາ ກຽມນຳເຂົ້ານ້ຳມັນເຊື້ອໄຟ ຈາກຣັດເຊຍ
  • ສົດໆຮ້ອນໆ ນ້ຳຖ້ວມ ກະທັນຫັນ ບ້ານນ້ຳແອ່ງ ເມືອງວຽງພູຄາແຂວງຫຼວງນ້ຳທາ
  • ກວດພົບຍິງສາວ ຢູ່ຮ້ານຍິບຍັບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...