ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 24, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ບຸກດ່ຽວ ເຂົ້າປຸ້ນຊັບໃນຮ້ານອິນເຕີເນັດ ແລະ ຮ້ານມິນິມາກ ລົບໜີ, ແຕ່ບໍ່ລອດ ຖືກເຈົ້າໜ້າທີ່ຕໍາຫຼວດ ນຳຈັບຕົວໄດ້

jon by jon
ເດືອນຕຸລາ 4, 2021
in ທົ່ວໄປ
0
Home ທົ່ວໄປ

ຊາຍໄວ 21 ປີ ຢູ່່ບ້ານຫວ້ຍຍາງຄຳ ນະຄອນປາກເຊ ແຂວງຈຳປາສັກ ນໍາໃຊ້ປືນສັ້ນ ( ປືນກັບໄຟ) ບຸກດ່ຽວ ເຂົ້າປຸ້ນຊັບໃນຮ້ານອິນເຕີເນັດ ແລະ ຮ້ານມິນິມາກ ໄດ້ເງິນ 1.700.000 ກວ່າກີບ ລົບໜີ, ແຕ່ບໍ່ລອດ ຖືກເຈົ້າໜ້າທີ່ຕໍາຫຼວດ ນຳຈັບຕົວໄດ້ ພ້ອມຂອງກາງ ທີ່ໃຊ້ໃນການກໍ່ເຫດປຸ້ນ ໄປດຳເນີນຄະດີໃນວັນທີ 2 ກັນຍາ ຜ່ານມາ.

ຄະດີປຸ້ນຊັບພົນລະເມືອງດັ່ງກ່າວນີ້,ໃນເບື້ອງຕົ້ນ ເຈົ້າໜ້າທີ່ ປກສ ກຸ່ມ6 ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍ ຈຶ່ງສົມທົບກັບເຈົ້າໜ້າທີ່ວິຊາສະເພາະ ປກສ ນະຄອນປາກເຊ ລົງເກັບກຳຂໍ້ມູນຫຼັກຖານໃນຈຸດເກີດເຫດ ແລະ ໄດ້ຄັດຈ້ອນຂຶ້ນບັນຊີເປົ້າໝາຍຕິດຕາມ ມາຮອດວັນທີ 2 ກັນຍາ ຜ່ານມາ,ກໍສາມາດຈັບເປົ້າໝາຍກໍ່ເຫດໄດ້ ຊື່ ທ້າວ ສຸລິນທາ ອາຍຸ 21 ປີ ຢູ່່ບ້ານຫວ້ຍຍາງຄຳ ນະຄອນປາກເຊ ມາເນີນການສອບສວນ.

ຜ່ານການສອບສວນ ທ້າວ ສຸລິນທາ ສາລະພາບວ່າ: ໃນວັນທີ 25 ສິງຫາ 2021,ເວລາປະມານ 10:00 ໂມງ ຜູ້ກ່ຽວໄດ້ກະກຽມເອົາປືນສັ້ນ ( ປືນກັບໄຟ ອັດແກັດ ) 1 ກະບອກ ເພື່ອນຳໃຊ້ໃນການກໍ່ເຫດປຸ້ນຊັບ.ຈາກນັ້ນ, ຜູ້ກ່ຽວ ກໍໄດ້ຂັບຂີ່ລົດຈັກ ຮອນດ້າເວບ 100 ສີແດງດຳ ເລກທະບຽນ ຈບ 2762 ຈຳປາສັກ ອອກຈາກເຮືອນ ພໍໄປຮອດຮ້ານອິນເຕີເນັດ ຢູ່່ເຂດບ້ານຫ້ວຍຍາງຄຳ ໄດ້ສັງເກດເຫັນຄົນ ນັ່ງຢູ່່ໃນຮ້ານຄົນດຽວ ຈຶ່ງໄດ້ຍ່າງເຂົ້າໄປໃນຮ້ານ ແລ້ວໃຊ້ປືນສັ້ນທີ່ກຽມມາ ຈີ້ເອົາຊັບ, ໄດ້ເງິນ 1.600.000 ກີບ ແລ້ວເອົາໄປໃຊ້ຈ່າຍຈົນໝົດ.

ມາໃນວັນທີ 1 ກັນຍາ 2021 ຜູ້ກ່ຽວ ໄດ້ຂັບຂີ່ລົດຈັກ ພ້ອມເອົາປືນສັ້ນກະບອກດັ່ງກ່າວ ໄປປຸ້ນເອົາຊັບໃນຮ້ານໂຈໂຈ້ ມິລິມາກ ຢູ່່ເຂດບ້ານໂພນສະຫວັນ ນະຄອນປາກເຊ,ຄັ້ງນີ້ ໄດ້ໃຊ້ປຸ້ນຈີ້ຄົນ ທີ່ນັ່ງຢູ່່ເຄົາເຕີ້ໃນຮ້ານ ໄດ້ເງິນ 140.000 ກີບ,ມາຮອດວັນທີ 2 ກັນຍາ ກໍຖືກຈັບໄປດຳເນີນຄະດີ.

ຂ່າວ-ພາບ: ເພຈຄວາມສະຫງົບ LSN

ShareTweetShare
Next Post
ຂະຫຍາຍໂຮງໝໍພາກສະໜາມຂຶ້ນອີກ 3 ແຫ່ງ ເພື່ອຮອງຮັບຄົນເຈັບ

ຂະຫຍາຍໂຮງໝໍພາກສະໜາມຂຶ້ນອີກ 3 ແຫ່ງ ເພື່ອຮອງຮັບຄົນເຈັບ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...