ຫ້ອງວ່າການແຂວງບໍ່ແກ້ວ ອອກແຈ້ງການ ໂຈະຊົ່ວຄາວການອະນຸຍາດນຳເຂົ້າແຮງງານພາຍໃນ ແລະ ຕ່າງປະເທດເຂົ້າມາແຂວງບໍ່ແກ້ວ ເນື່ອງຈາກການລະບາດຂອງ ພະ ຍາ ດ COVID-19 ຢູ່ແຂວງບໍ່ແກ້ວ ໄດ້ສືບຕໍ່ແຜ່ລະບາດໃນວົງກວ້າງ ໂດຍສະເພາະແມ່ນຢູ່ເມືອງຕົ້ນເຜິ້ງ ເຊິ່ງມາຮອດປະຈຸບັນແມ່ນມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ. ສະນັ້ນ, ເພື່ອປະຕິບັດມາດຕະການປ້ອງກັນຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງເຊື້ອ ພະ ຍ າ ດ ໂຄ ວິ ດ ໃຫ້ສືບຕໍ່ປະຕິບັດດັ່ງນີ້
1. ໃຫ້ບັນດາບໍລິສັດວິສາຫະກິດຜູ້ປະກອບການຫົວໜ່ວຍແຮງງານ ແລະ ໂຄງການລົງທຶນຕ່າງໆ ໂຈະຊົ່ວຄາວ ກ່ຽວກັບການສະເໜີນຳເຂົ້າແຮງງານລາວ ແລະ ຕ່າງປະເທດ ເພື່ອເຂົ້າມາເຮັດວຽກຢູ່ແຂວງບໍ່ແກ້ວຊົ່ວຄາວ,
2. ບໍລິສັດໂຄງການລົງທຶນຕ່າງໆ ທີ່ໄດ້ຮັບການອະນຸມັດນຳເຂົ້າແຮງງານ (ໂກຕ້າ) ກໍໃຫ້ໂຈະການນຳເຂົ້າແຮງງານ
3. ມອບໃຫ້ເຈົ້າໜ້າທີ່, ຂະແໜງການທີ່ກ່ຽວຂ້ອງ ທີ່ປະຈຳຢູ່ແຕ່ລະດ່ານ ໃນການນໍາເຂົ້າແຮງງານລາວ ແລະ ຕ່າງປະເທດ ໃຫ້ມີການກວດກາເຄັ່ງຂັດຢ່າງລະອຽດ ແລະ ເຂັ້ມງວດກໍລະນີມີແຮງງານຈະເຂົ້າມາແຂວງບໍ່ແກ້ວ ໃຫ້ພັກດັນກັບຄືນ
4. ພາຍຫຼັງສະພາບການແຜ່ລະບາດ ມີການຜ່ອນຄາຍສາມາດຄວບຄຸມ ແລະ ແກ້ໄຂການລະບາດຂອງເຊື້ອພະຍາໂຄວິດ-19 ຢູ່ໃນສະພາບປົກກະຕິແລ້ວ ຫ້ອງວ່າການແຂວງບໍ່ແກ້ວ ຈຶ່ງແຈ້ງໃຫ້ຊາບຕື່ມພາຍຫຼັງ

Discussion about this post