ເວລາປະມານ 10:00 ໂມງ ຂອງວັນທີ 27 ກັນຍາ ນີ້, ປກສ ກຸ່ມຫ້ວຍຈຽມ ເມືອງໄຊທານີ ນວ ສາມາດຈັບເປົ້າໝາຍຢາເສບຕິດ ຊື່ ທ້າວ ສົມພານ ຫຼື ຕັນ ອາຍຸ 39 ປີ ຢູ່່ບ້ານນາພອກ ເມືອງໄຊທານີ ພ້ອມຂອງກາງ ຢາບ້າ 136 ເມັດ.

ຜູ້ຖືກຫາດັ່ງກ່າວ,ປກສ ກຸ່ມຫ້ວຍຈຽມ ໄດ້ນຳສົ່ງໃຫ້ກອງຄະດີ ປກສ ເມືອງໄຊທານີ ສອບສວນຂະຫຍາຍຜົນຫາ ສືບຕໍ່ດຳເນີນຄະດີຕາມກົດໝາຍ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຮຽກຮ້ອງມາຍັງຊາວນະຄອນຫຼວງ ຈົ່ງພ້ອມກັນປະຕິບັດຄຳສັ່ງ,ແຈ້ງການ ຂອງຄະນະສະ ເພາະກິດວາງອອກ, ຖ້າພົບເຫັນເຫດການໃດ ທີ່ເປັນການລະເມີດ ຫຼື ກະທຳຜິດຕໍ່ກົດໝາຍ ແມ່ນໃຫ້ແຈ້ງມາ ເບີວ໋ອດແອບ ປກສ ນວ 020 28 899 774
ຂ່າວ-ພາບ: ປກສ ນະຄອນຫຼວງວຽງຈັນ
Discussion about this post