ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 2, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າແຂວງໄຊສົມບູນ ລົງຊຸກຍູ້ວຽກງານບັນດາກິດຈະການລານພັກແຮ່ ເຂດເມືອງລ້ອງແຈ້ງ

jon by jon
ເດືອນກັນຍາ 17, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນທີ 15 ກັນຍາ ຜ່ານມານີ້ ທ່ານ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ວຽກງານຄຸ້ມຄອງ-ຕິດຕາມ ແລະ ກວດກາກິດຈະການລານພັກແຮ່ ຢູໃນຂອບເຂດເມືອງລ້ອງແຈ້ງ ແຂວງໄຊສົມບູນ ໂດຍການຕ້ອນຮັບຂອງທ່ານ ຫງວຽນແອັງແທ່ງ ອໍານວຍການບໍລິສັດຫຼອມໂລຫະແຮ່ທາດ ທີ່ຂຶ້ນກັບກຸ່ມ ບໍລິສັດ ຮ່ວມມືເສດຖະກິດໂກເອໂກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງການລົງເຄື່ອນໄຫວຄັ້ງນີ້ ຄະນະນໍາແຂວງໄດ້ລົງກວດກາຕົວຈິງໃນສະໜາມລານພັກແຮ່ ຂອງ 2 ບໍລິສັດ ທີ່ມີສັນຍາຊື້-ຂາຍແຮ່ເຫຼັກຮ່ວມກັບບໍລິສັດແຮ່ເຫຼັກ ໂກເອໂກ ຈໍາກັດ ເປັນຕົ້ນແມ່ນ ສະໜາມລານພັກແຮ່ເຂດນໍ້າຜາໃຫຍ່ ບ້ານພັນໄຊຂອງ ບໍລິສັດ ແຮ່ເຫຼັກໂກເອໂກ ຈໍາກັດ ແລະ ສະໜາມລານພັກແຮ່ເຂດນໍ້າຜານ້ອຍ ບ້ານນໍ້າຊານ ຂອງ ບໍລິສັດ ແທງກົ່ງ-ຫວຽດຟາດ-ຮຸ່ງເກື່ອງ ຈໍາກັດ ທັງນີ້ກໍເພື່ອເປັນການຊຸກຍູ້ຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນທີ່ໄດ້ວາງໄວ້.

ຈາກນັ້ນ ທ່ານ ຫງວຽນແອັງແທ່ງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ເຫຼັກ ຢູ່ເຂດບ້ານນໍ້າຊານ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ລະຫວ່າງລັດຖະບານ ສປປ ລາວ ກັບບໍລິສັດ ຮ່ວມມືເສດຖະກິດໂກເອໂກ ປະເທດ ສສ ຫວຽດນາມ ໄດ້ລົງທຶນຂຸດຄົ້ນປຸງແຕ່ງແຮ່ເຫຼັກ ຕັ້ງແຕ່ປີ 2017 ຈົນເຖິງປັດຈຸບັນ. ໃນນີ້ມີເນື້ອທີ່ຂຸດຄົ້ນທັງໝົດ  6,4 ກິໂລຕາແມັດ ໄລຍະປະຕິບັດສັນຍາແມ່ນ 24 ປີ, ປະລິມານສະສົມຂອງບໍ່ແມ່ນ 18,8 ລ້ານໂຕນ. ສໍາລັບຜົນຄາດໝາຍການຜະລິດຂຸດຄົ້ນແຮ່ທາດ ແລະ ສົ່ງອອກແຮ່ ແຕ່ຕົ້ນປີຫາວັນທີ 30 ກັນຍາ 2021 ຂຸດຄົ້ນໄດ້ 1.215.327 ໂຕນ ສົ່ງອອກຈໍາໜ່າຍໄດ້ 1.215.327 ໂຕນ ໃນນີ້ມີຜະລິດຕະພັນແຮ່ເຫຼັກຄຸນນະພາບ 62% ໄດ້ 546.385 ໂຕນ, ຜະລິດຕະພັນແຮ່ເຫຼັກຄຸນນະພາບ 58% ໄດ້ 668.942 ໂຕນ ພ້ອມນີ້ລາຍຮັບຈາກການຂາຍແຮ່ເຫຼັກໄດ້ທັງໝົດ 369 ຕື້ 434 ລ້ານກີບ.

ໂອກາດດຽວກັນ ການນຳຈາກພະແນກການທີ່ກ່ຽວຂ້ອງຂອງແຂວງ ໄດ້ປະກອບຄຳຄິດ-ຄຳເຫັນ ໃສ່ຂົງເຂດວຽກງານຂອງຕົນ ທີ່ບໍລິສັດໄດ້ຈັດຕັ້ງປະຕິບັດຜ່ານມາ ດ້ວຍຄວາມຮັບຜິດຊອບສູງ ທັງນີ້ກໍເພື່ອນໍາໃຊ້ຈັດຕັ້ງປະຕິບັດໃຫ້ດີຂຶ້ນໃນຕໍ່ໜ້າ ພ້ອມທັງສືບຕໍ່ເຄື່ອນໄຫວບັນດາໜ້າວຽກຂອງຕົນ ໃຫ້ຖືກຕ້ອງຕາມລະບຽບການຂອງແຂວງວາງອອກຢ່າງເຂັ້ມງວດ.

ໂອກາດດັ່ງກ່າວ ທ່ານເຈົ້າແຂວໄດ້ ມີ ຄຳເຫັນຊີ້ນຳ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ ອໍານວຍການ ບໍລິສັດຫຼອມໂລຫະແຮ່ທາດ ທີ່ຂຶ້ນກັບກຸ່ມບໍລິສັດຮ່ວມມືເສດຖະກິດໂກເອໂກ ຈົ່ງຊີ້ນໍາບັນດາ 2 ບໍລິສັດ ທີ່ສັນຍາຊື້-ຂາຍແຮ່ເຫຼັກຮ່ວມກັບ ບໍລິສັດ ແຮ່ເຫຼັກ ໂກເອໂກ ກ່ອນຈະຂົນສົ່ງແຮ່ແຕ່ລະຄັ້ງຕ້ອງມີຜ້າບັດປົກປິດ ແລະ ໜີບກົ່ວລົດແຕ່ລະຄັນໃຫ້ລະອຽດ ສໍາລັບການຂົນສົ່ງ ແລະ ບັນທຸກແຮ່ເຫຼັກແມ່ນບໍໃຫ້ເກີນຕາມກົດໝາຍກຳນົດ. ພ້ອມດຽວກັນນັ້ນທາງແຂວງຈະໄດ້ສົ່ງພະນັກງານເພີ່ມໃນການຈັດຕັ້ງປະຕິບັດວຽກງານຂອງບໍລິສັດໃຫ້ທັນກັບໜ້າວຽກຂອງບໍລິສັດ ແລະ ໃຫ້ສໍາເລັດຕາມຄາດໝາຍທັງສອງຝ່າຍກໍານົດໄວ້.

ShareTweetShare
Next Post
ເຈົ້າໜ້າທີ່ສືກສາອົບຮົບ ສາວນັກສືກສາເພື່ອປັບທັດສະນະຄະຕິ

ເຈົ້າໜ້າທີ່ສືກສາອົບຮົບ ສາວນັກສືກສາເພື່ອປັບທັດສະນະຄະຕິ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0
  • ຮ່ວມສົ່ງແຮງໃຈ ໃຫ້ອ້າຍນ້ອງທະຫານ ລາວທີມລົດຖັງ ໃນການແຂ່ງຂັນ Army Games International 2020 ທີ່ປະເທດລັດເຊຍ

    937 shares
    Share 937 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...