ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 1, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າໜ້າທີ່ສືກສາອົບຮົບ ສາວນັກສືກສາເພື່ອປັບທັດສະນະຄະຕິ

jon by jon
ເດືອນກັນຍາ 17, 2021
in ທົ່ວໄປ
0
Home ທົ່ວໄປ

ໃນວັນທີ 15 ກັນຍາ 2021 ພະແນກສັນຕິບານ ກອງບັນຊາການ ປກສ ເມືອງສີສັດຕະນາກ ໄດ້ສົມທົບກັບ ປກສ ກຸ່ມ ຈອມແຈ້ງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ເຊີນເອົາ ນາງ ລັດຕະນາ ຫຼື ປາເປົ້າ ອາຍຸ 21 ປີ ນັກສຶກສາ,

ປັດຈຸບັນ ຢູ່ບ້ານຫາດຊາຍຂາວ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມາສຶກສາອົບຮົມ ຍ້ອນຜູ້ກ່ຽວສ້າງຄວາມເສຍຫາຍຜ່ານສື່ອອນລາຍ ດ້ວຍການຂຽນຂໍ້ຄວາມອັນທີໃຫ້ເກີດຄວາມເສຍຫາຍຕໍ່ເຈົ້າໜ້າທີ່ໃນການຈັດຕັ້ງປະຕິບັດໜ້າທີ່.

ພັທ ໂອໃດ ພີມມະຈັນ ຫົວໜ້າພະແນກສັນຕິບານ ກອງບັນຊາການ ປກສ ເມືອງສີສັດຕະນາກ ໃຫ້ຮູ້ວ່າ: ຄວາມບໍ່ພໍໃຈຂອງຜູ້ກ່ຽວເກີດຂຶ້ນ ໃນເມື່ອວັນທີ 31 ສິງຫາ 2021, ຢູ່ຈຸດປ້ອງກັນເວນຍາມ ເຂດບ້ານຈອມເພັດ ເໜືອ ຜູ້ກ່ຽວຈະນໍາເອົາອາຫານ ໄປໃຫ້ຍາດພີ່ນ້ອງທີ່ຖືກຈໍາກັດໃນຂອບເຂດພຶ້ນທີ່ສ່ຽງ ແຕ່ເຈົ້າໜ້າທີ່ ຢູ່ຈຸດຍາມປ້ອງກັນບໍ່ອະນຸຍາດໃຫ້ຜ່ານຈຸດກວດກາໄປຫາພື້ນທີ່ສີແດງ,

ແນະນໍາໃຫ້ເອົາອາຫານການກີນຕ່າງໆ ປະໄວ້ຈຸດປ້ອງກັນແລ້ວຈະແຈ້ງໃຫ້ຜູ້ຖືກກັກກັນຕິດເຊື້ອພະຍາດໂຄວິດ ອອກມາຮັບເອົາ, ທັງນີ້ ກໍ່ແມ່ນປະຕິບັດຕາມທິດຊີ້ນໍາຂອງຄະນະສະເພາະກິດໃນການຮັກສາໄລຍະຫ່າງ ແລະ ເຝົ້່າລະວັງບໍ່ໃຫ້ມີການພົວພັນລະຫວ່າງຜູ້ຕິດເຊື້ອກັບຍາດພີ່ນ້ອງ

ຈິ່ງເຮັດໃຫ້ເກີດຄວາມບໍ່ພໍໃຈຕໍ່ເຈົ້າໜ້າທີ່ຕໍາຫຼວດຈຸດປ້ອງກັນດັ່ງກ່າວ, ນາງລັດຕະນາ ໄດ້ໂພສຂໍ້ຄວາມຜ່ານເຟສບຸກສ່ວນຕົວທີ່ມີຊື່ວ່າ: papao pherngsavanh ບອກວ່າເຈົ້າໜ້າທີ່ບໍ່ເປັນທີ່ເພີ່ງຂອງປະຊາຊົນ, ບໍ່ໃຫ້ຄວາມຊ່ວຍເຫຼືອ.

ເພື່ອໃຫ້ເກີດຄວາມເຂົ້າໃຈລະຫວ່າງຍາດພີ່ນ້ອງ ແລະ ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງສີສັດຕະນາກ ຈິ່ງໄດ້ເຊີນເອົານາງ ລັດຕະນາ ຫຼື ປາເປົ້າ ມາປັບທັດສະນະຄະຕິ ໃຫ້ເຂົ້າໃຈເປັນເອກະພາບກັບມາດຕະການປ້ອງກັນ,ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າ ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດມາດຕະການສະກັດກັ້ນ ທີ່ຄະນະສະເພາະກິດວາງອອກຢາງເຂັ້ມງວດ ເພື່ອພ້ອມກັນສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ແລະ ຮຽກຮ້ອງມາຍັງຜູ້ທີ່ໃຊ້ສື່ອອນໄລາຍ

ໃຫ້ມີສະຕິກ່ອນຈະໂພສ, ຈະແຊ໌ ເພື່ອບໍ່ໃຫ້ຜູ້ບໍລິໂພກຂ່າວເກີດຄວາມສັບສົນ.

ShareTweetShare
Next Post
ຊີ້ແຈ້ງ ສຳລັບຂ່າວທີ່ວ່າຄົນເສຍຊິວິດຍ້ອນໂຄວິດ ທີ່ຕະຫຼາດດນວເຮືອງ

ຊີ້ແຈ້ງ ສຳລັບຂ່າວທີ່ວ່າຄົນເສຍຊິວິດຍ້ອນໂຄວິດ ທີ່ຕະຫຼາດດນວເຮືອງ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0
  • ບໍ່ຫລາບບໍ່ຈື່! ສຶກສາອົບຮົມຄັ້ງທີ 2 ຜູ້ໂຄສະນາແລກປ່ຽນເງິນຕາ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ຊົມເຊີຍເຈົ້າເຈົ້າໜ້າທີ່ ມ້າງກຸ່ມແກ້ງລັກລົດຈັກລາຍໃຫຍ່ ກູ້ໄດ້ 12 ຄັນ
  • ຄວນເຮັດແນວໃດ? ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ
  • ເຊັນບົດບັນທຶກຄວາມເຂົ້າໃຈເພື່ອສຶກສາ, ສຳຫຼວດການກໍ່ສ້າງທາງລົດໄຟວຽງຈັນ-ທ່າແຂກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...