ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນເສົາ 2, ເດືອນກໍລະກົດ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ມາດຕະການຕ້ອງເພີ່ມທະວີການຈັດຕັ້ງປະຕິບັດ 13 ຂໍ້

jon by jon
ເດືອນກັນຍາ 16, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນຕອນແລງວັນທີ 15 ກັນຍາ 2021 ນີ້ ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ຮອງຫົວໜ້າຄະນະສະເພາະກິດ, ຜູ້ປະຈຳການ, ຫົວໜ້າກອງເລຂາ ໄດ້ຖະແຫຼງຂ່າວກ່ຽວກັບການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 16-30 ກັນຍາ 2021 ວ່າ

ອີງຕາມແຈ້ງການ ເລກທີ 1177/ຫສນຍ ທີ່ໄດ້ກຳນົດບັນດາມາດຕະການ ສໍາລັບໄລຍະ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ວັນທີ 16 ຫາ 30 ກັນຍາ 2021 ໂດຍລວມແມ່ນບັນດາມາດຕະການທີ່ໄດ້ກຳນົດໃນແຈ້ງການເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021 ແລະ ບາງມາດຕະການໃໝ່ດັ່ງນີ້

1 ໃຫ້ສຸມໃສ່ການສັກວັກຊີນໃຫ້ເປົ້າໝາຍຕ່າງໆຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້, ຮີບຮ້ອນສືບຕໍ່ຊອກຫາຜູ້ຕິດເຊື້ອມາປິ່ນປົວ ແລະ ນຳເອົາຜູ້ສຳຜັດໃກ້ຊິດ ມາກວດຫາເຊື້ອ ແລະ ຈຳກັດບໍລິເວນ ໃຫ້ຖືກຕ້ອງ ຕາມຫຼັກວິຊາການກ່ຽວຂ້ອງ.

2 ສືບຕໍ່ປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ ທາງບົກ ແລະ ທາງ ນໍ້າ ສໍາລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ. ສ່ວນລົດຂົນສົ່ງສິນຄ້າ ໃຫ້ປະຕິບັດຕາມມາດຕະການໃນຂໍ້ 2.9 ຂອງແຈ້ງການ ສະບັບເລກທີ 1094/ຫສນຍ, ລົງວັນທີ 31 ສິງຫາ 2021.

3 ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ການມາຢ້ຽມຢາມຕ່າງໆຢູ່ ສປປ ລາວ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈໍາເປັນ ເພື່ອເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ທີ່ເປັນບູລິມະສິດ ແມ່ນຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ. ສ່ວນການຈຳກັດບໍລິເວນ ແມ່ນອະນຸ ຍາດ ໃຫ້ຂັ້ນເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້

4 ສືບຕໍ່ປິດກິດຈະການຮ້ານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະປາ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ, ຮ້ານອິນເຕີເນັດຄາເຟ, ຮ້ານສະນຸກເກີ, ກາຊີໂນ ແລະ ຮ້ານເກມທຸກປະເພດ ທົ່ວປະເທດ.

5 ຫ້າມເປີດຮ້ານນວດ, ຮ້ານເສີມຄວາມງາມ, ຕະຫຼາດກາງຄືນ, ສວນອາຫານ ແລະ ສະຖານທີ່ທ່ອງທ່ຽວ ຢູ່ເຂດທີ່ມີການລະບາດໃນຊຸມຊົນ.

6 ຫ້າມບຸກຄົນເດີນທາງເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ການຂົນສົ່ງສິນຄ້າ.

7 ປິດສູນກິລາໃນຮົ່ມ ແລະ ກາງແຈ້ງທຸກປະເພດ ລວມທັງ ຫ້າມຈັດການແຂ່ງຂັນກິລາທຸກປະເພດ ແລະ ຫ້າມອອກກຳລັງກາຍຕາມສວນສາທາລະນະຕ່າງໆ ຢູ່ເຂດທີ່ມີການລະບາດໃນຊຸມຊົນ (ເຂດແດງ).

8 ຫ້າມຈັດປະຊຸມ, ໂຮມຊຸມນຸມ ຫຼື ຈັດກິດຈະກຳຕ່າງໆ ທີ່ມີຜູ້ເຂົ້າຮ່ວມ ຫຼາຍກວ່າ 20 ຄົນ ເປັນຕົ້ນ ກິດຈະກຳທາງສາສະໜາ, ງານບຸນປະເພນີ, ງານດອງ ກໍລະນີຈໍາເປັນຕ້ອງຈັດກອງປະຊຸມ ແລະ ງານລ້ຽງທາງການ ແມ່ນໃຫ້ຂໍອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ຫຼື ຂັ້ນແຂວງ. ສໍາລັບການຄົບງັນງານສົບ, ງານສົ່ງສະການ ແລະ ເຮັດບຸນແຈກທານ ແມ່ນໃຫ້ປະຕິບັດຕາມຄຳແນະນຳຂອງ ຄະນະສະເພາະກິດ ເລກທີ 4291/ສພກ, ລົງວັນທີ 15 ກັນຍາ 2021.

9 ຫ້າມຈັດງານສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່,ໍ; 10 ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າ ອຸປະໂພກ ແລະ ບໍລິໂພກ, ອຸປະກອນການແພດ ແລະ ສິນຄ້າອື່ນໆທີ່ຈໍາເປັນຕໍ່ການດໍາລົງຊີວິດປະຈໍາວັນ. 11 ປິດການສັນຈອນຂອງພາຫະນະ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ມີການລະບາດໃນຊຸມຊົນ ຕັ້ງແຕ່ເວລາ 22:00-05:00 ໂມງເຊົ້າ, ຍົກເວັ້ນລົດຂົນສົ່ງສິນຄ້າ, ສະບຽງອາຫານ, ອຸປະກອນການແພດ, ລົດຂົນສົ່ງຄົນເຈັບ, ລົດດັບເພີງ, ລົດກູ້ໄພ, ລົດຄະນະສະເພາະກິດ ແລະ ລົດຂອງເຈົ້າໜ້າທີ່ປະຕິບັດງານ.

12 ປິດການຮຽນການສອນ ສຳລັບການສຶກສາທຸກຊັ້ນ ທຸກສາຍ ແລະ ສືບຕໍ່ເລື່ອນການສອບເສັງຄັດເລືອກເຂົ້າຮຽນສາຍອາຊີວະສຶກສາ, ສ້າງຄູ, ການສຶກສາຊັ້ນສູງ ແລະ ມະຫາວິທະຍາໄລ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທີ່ມີການລະບາດໃນຊຸມຊົນ, ແຕ່ອະນຸຍາດໃຫ້ໂຮງຮຽນກິນນອນ ທີ່ບໍ່ມີການເຄື່ອນຍ້າຍນັກຮຽນ-ນັກສຶກສາ ແລະ ພະນັກງານຄູ-ອາຈານ ດໍາເນີນການຮຽນ-ການສອນໄດ້ ໂດຍໂຮງຮຽນຕ້ອງປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ແລະ ໄດ້ຮັບການອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ, ນະຄອນຫຼວງວຽງຈັນ.

13 ໃຫ້ບັນດາກະຊວງ, ອົງການທຽບເທົ່າ, ວິສາຫະກິດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ພິຈາລະນາໃຫ້ພະນັກງານ, ລັດຖະກອນ, ກຳມະກອນຂອງຕົນ ມາປະຈຳການປົກກະຕິ ຖ້າເຫັນວ່າ ຫ້ອງເຮັດວຽກຂອງແຕ່ລະການຈັດຕັ້ງ ສາມາດຮັບປະກັນການຮັກສາໄລຍະຫ່າງໄດ້ ຫຼື ຜູ້ທີ່ໄດ້ສັກວັກຊີນຄົບໂດສ, ແຕ່ຖ້າຢູ່ສຳນັກ ງານ-ອົງການໃດ ບໍ່ສາມາດຮັກສາໄລຍະຫ່າງໄດ້ ໃຫ້ຜັດປ່ຽນກັນມາປະຈຳການ ຫຼື ເຮັດວຽກຢູ່ເຮືອນ ຜ່ານລະບົບເອເລັກໂຕຣນິກ. ສຳລັບຜູ້ຍິງຖືພາ ທີ່ບໍ່ສາມາດສັກວັກຊີນໄດ້ ແມ່ນໃຫ້ເຮັດວຽກຢູ່ເຮືອນ.

ShareTweetShare
Next Post
ດ່ວນທີ່ສຸດ!…ຄຳມ່ວນກຽມໃສ່ລະບຽບຜູ້ລະເມີດ

ດ່ວນທີ່ສຸດ!...ຄຳມ່ວນກຽມໃສ່ລະບຽບຜູ້ລະເມີດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    ເສົ້າສະຫຼົດໃຈລົດບັນທຸກ18ລໍ້ ລັກລອບຂົນແຮງງານເຖື່ອນທີ່ອັດແໜ້ນເຕັມຄັນລົດ ເຮັດໃຫ້ມີຜູ້ເສຍຊີວິດ 46 ຄົນ

    0 shares
    Share 0 Tweet 0
  • ຍັງຈື່ເຫດການໂຈນ 13ຄົນ ເຂົ້າປຸ້ນຊັບ ເຮືອນປະຊາຊົນຢູ່ດົງນາໂຊກ ໄດ້ບໍ່ ຫຼ້າສຸດຈັບໄດ້ 10ຄົນ ແລ້ວ ຍັງ 3ຄົນ.

    0 shares
    Share 0 Tweet 0
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ

    0 shares
    Share 0 Tweet 0
  • ທະນາຄານແຫ່ງ ສປປ ລາວ ເປີດເຜີຍຜົນການປະຕິຮູບທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກຳ.

    0 shares
    Share 0 Tweet 0
  • ຄົ້ນເຮືອນເປົ້າຫມາຍ ພົບເງິນ 100 ລ້ານ ແລະ ຄຳ 10 ບາດ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ດ່ວນໆ… ເກີດເຫດໄຟໄຫມ້ຮ້ານຊິ້ນດາດ ມາລີນີ
  • ພິລຶກແທ້ ແກ້ງຢາລາຍໃຫຍ່ ກາງນະຄອນຫຼວງ ວຽງຈັນ 5ແສນກວ່າເມັດ.
  • ເຖົ້າແລ້ວບໍ່ສົມເຖົ້າ ຊາຍໄວ 66 ປີ ຄາດຕະກໍາເມຍ ຍ້ອນຫຶງຫວງ
  • ແມ່ນແທ້ ຫຼື ບໍ່ ເຈ້ທິບແມ່ຫວຍ ຫອບເງິນຫຼາຍຕື້ ອອກນອກປະເທດແລ້ວ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...