ໃນວັນທີ16/09/2021 ເວລາ00:15ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ1624 ວ່າມີອຸບັດຕິເຫດລົດໃຫຍ່ຕຳກັບລົດຈັກແລ້ວຢູ່ເຂດບ້ານປາກທ້າງ ເມືອງສີໂຄດຕະບອງ ແຂວງນະຄອນຫຼວງວຽງຈັນ

ທີມກູ້ຊີບກູ້ໄພນະຄອນຫຼວງສູນສັ່ງການຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ1ຄົນ ເພດຍິງ

ອາການເບື້ອງຕົ້ນແມ່ນ: ກະທົບຂາ.ກະທົບຫລັງແລະບາດແຜຖະຫລອກຕາມໃບໜ້າ

ດັ່ງນັ້ນທີມກູ້ຊີບ-ກູ້ໄພຈື່ງໄດ້ປະຖົມພະຍາບານຂັ້ນເບື້ອງຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ150ຕຽງ ເພື່ອໄປປີ່ນປົວໃຫ້ຊ່ວງເຊົ່າ.

Discussion about this post