ບ່າຍວັນທີ 11 ສິງຫາ 2021ລາຍງານຈາກ ອາສາສະໝັກ 1623 ແຂວງຈໍາປາສັກ ໃຫ້ຮູ້ວ່າ, ມື້ນີ້ທີມງານໄດ້ຮັບແຈ້ງຈາກ ຄະນະສະເພາະກິດ ໃຫ້ຊ່ວຍ ຊາປະນະກິດ ຜູ້ເສຍຊີວິດ ເພດຍິງ, ເຊິ່ງເປັນຄົນເຈັບຕິດເຊື້ອ ໂຄວິດ-19

ຜູ່ເສຍຊີວິດເປັນ ປະຊາຊົນ ເມືອງ ໂຂງ ແຂວງ ຈຳປາສັກ ໂດຍຜູ່ກ່ຽວ ກຳລັງ ຕັ້ງຄັນ ແຕ່ກໍ່ຫນ້າສະຫລົດໃຈ ເພາະ ເສຍຊີວິດ ພ້ອມກັບລູກໃນທ້ອງ

ຂໍສະແດງ ຄວາມເສຍໃຈກັບ ຄອບຄົວ ຜູ່ເສຍຊີວິດ ລາຍລະອຽດ ເພີ່ມເຕີມ ຈະມີການຖະແຫຼງຂ່າວ ຈາກຄະນະສະເພາະກິດ ແຂວງຈໍາປາສັກ ໃນໄວໆນີ້

ລາຍງານ. ຂ່າວ ວັນນີ້ຫມາຍເຫດ. ຫາກແຫລ່ງຂ່າວ ບໍ່ຄົບ ຫລື ຂໍ້ມູນບໍ່ພຽງພໍ ຂໍອະໄພ ທຸກທ່ານ
Discussion about this post