ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 29, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຊີ້ແຈງຫາງສຽງ ສໍາລັບການກັກຕຸນຢາວັກຊິນ ຕາມທີ່ສື່ສັງ ຄົມອອນລາຍລົງຂ່າວນັ້ນ ແມ່ນບໍ່ມີຄວາມຈິງ

ກຂຄ ລາວ by ກຂຄ ລາວ
ເດືອນສິງຫາ 2, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ພາຍຫລັງມີຫາງສຽງເກີດຂຶ້ນຜ່ານສື່ສັງຄົມອອນລາຍກ່ຽວກັບການສັກວັກຊີນປ້ອງກັນພະຍາດໂຄວິດ-19 ຢູ່ໂຮງໝໍເມືອງທຸລະຄົມ, ແຂວງວຽງຈັນ ເມື່ອບໍ່ດົນມານີ້ວ່າ ແພດໝໍກັກຕຸນວັກຊີນໄວ້ຂາຍເອົາເງິນ ແລະ ມີການໃຫ້ຊອງຂາວແກ່ເຈົ້າໜ້າທີ່ເພື່ອລັດຄີວຮັບວັກຊີນ. ໃນວັນທີ 1 ສິງຫາ 2021 ນີ້

ດຣ. ດິ້ງ ເລືອງໄຊ ຫົວໜ້າຫ້ອງການສາທາລະນະສຸກເມືອງທຸລະຄົມ ໄດ້ຊີ້ແຈງຜ່ານວິທະຍຸກະຈາຍສຽງແຫ່ງຊາດ ວ່າ: ຕາງໜ້າໃຫ້ຫ້ອງການສາທາລະນະສຸກເມືອງທຸລະຄົມຂໍຊີ້ແຈງກ່ຽວກັບເຫດທີ່ເກີດຂື້ນ, ຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດໃນການໃຫ້ວັກຊິນ ປ້ອງກັນພະຍາດໂຄວິດ-19 ຊະນິດ johnson & johson ທາງຫ້ອງການສາທານະນະສຸກໄດ້ປະຊຸມຮ່ວມກັບການຈັດຕັ້ງບ້ານ, ພ້ອມກຳມະການຮັກສາສຸຂະພາບຂັ້ນບ້ານໃນຈຳນວນ 42 ບ້ານທົ່ວເມືອງເພື່ອສ້າງຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດເພື່ອໃຫ້ສອດຄ່ອງກັບນະໂຍບາຍຂອງຂັ້ນເທິງ ຄື:

ກຸ່ມເປົ້າໝາຍ 18 ປີ ຫາ 50 ປີ ຕ້ອງແມ່ນຜູ້ທີ່ເປັນພະຍາດຊ້ຳເຮື້ອ ແລະ ກຸ່ມອາຍຸ 50 ປີຂື້ນໄປ ກອງປະຊຸມໄດ້ເອກະພາບໃຫ້ການຈັດຕັ້ງບ້ານໄດ້ເກັບກຳສະຖິຕິລະອຽດຕາມແຜນແບ່ງ ບ້ານໃຫຍ່ໄດ້ຮັບ 150 ໂດສ, ບ້ານທີ່ມີຈຳນວນພົນນ້ອຍບ້ານລະ 50-100 ໂດສ ເພື່ອໃຫ້ທົ່ວເຖິງທຸກບ້ານ ພ້ອມແຈ້ງຕາຕະລາງແຕ່ ລະບ້ານຢ່າງລະອຽດ ສ່ວນມື້ປະຕິບັດຕົວຈິງແມ່ນມອບ ໃຫ້ ອສບ ຫຼື ການຈັດຕັ້ງບ້ານເປັນຜູ້ອ່ານລາຍຊື່ ໃຫ້ແພດໝໍພວກເຮົາ. ແຕ່ການປະຕິບັດຕົວຈິງນັ້ນ ສ່ວນຫຼາຍເປົ້າໝາຍແມ່ນມາບໍລິການຖືກຕ້ອງ ຍັງມີຈຳນວນໝຶ່ງບໍ່ແມ່ນເປົ້າໝາຍກໍ່ມາວົນວາຍຍາດຊີງສັກຢາດັ່ງກ່າວຖ້າບໍ່ໄດ້ດັ່ງໃຈກໍ່ວິຈານແນວບໍ່ດີໃຫ້ແພດໝໍ ແລະ ໃນກໍລະນີພິເສດພວກເຮົາກໍມີນະໂຍບາຍແກ່ຜູ້ທີ່ມີຄວາມຈຳເປັນໂດຍມີການຢັ້ງຢືນຈາກກົມກອງເຊັ່ນ:

ໄປຮຽນຕໍ່, ໄປປະຕິບັດໜ້າທີ່ຕາມການແຕ່ງ ຕັ້ງຂອງສຳນັກງານຫຼືກົມກອງ ແນ່ນອນການປະຕິບັດນະ ໂຍບາຍດັ່ງກ່າວນັ້ນ ອາດຈະບໍ່ທົ່ວເຖິງທຸກໆຄົນ ແນວໃດກໍ່ຕ້ອງຂໍອາໄພ ດ້ວຍເຫດນັ້ນ, ຈິ່ງເກີດມີການເຂົ້າໃຈຜິດເຖິງວ່າ ມີຄົນເຈົ້າ, ຄົນຂ້ອຍ ຍາດພີ່ນ້ອງແພດໝໍຕ່າງໆ ນາໆ ເຮັດໃຫ້ແຕະຕ້ອງເຖິງອັນລວມ ສະນັ້ນ, ຈິ່ງຮ້ອງຂໍໃຫ້ສັງຄົມໄດ້ພິຈາລະນາເຖິງການປະຕິບັດໜ້າທີ່ຂອງແພດໝໍພວກເຮົາດ້ວຍ. ຫົວໜ້າຫ້ອງການສາທາລະນະສຸກເມືອງທຸລະຄົມ ຢັ້ງຢືນຕື່ມວ່າ:

ສໍາລັບການກັກຕຸນຢາວັກຊິນຕາມທີ່ສື່ສັງ ຄົມອອນລາຍລົງຂ່າວນັ້ນ ແມ່ນບໍ່ມີຄວາມຈິງ ເນື່ອງຈາກອີງໃສ່ການປະຕິບັດຜ່ານມາເຫັນວ່າມີຜູ້ມາຂໍນະໂຍບາຍເປັນຈຳນວນຫຼວງຫຼາຍ ເຮັດໃຫ້ມີການກົດດັນແພດໝໍພວກເຮົາ. ສະນັ້ນ, ຈິ່ງໄດ້ໂຈະເປັນການຊົ່ວຄາວ ວັນເສົາ ແລະ ວັນອາທິດ ສ່ວນມື້ເລີ່ມບໍລິການໃໝ່ແມ່ນຈະໄດ້ເລີ່ມໃນວັນ ອັງຄານ ວັນ ທີ 2 ສິງຫານີ້.

ດັ່ງນັ້ນ ຈິ່ງຮ້ອງມາຍັງປະຊາຊົນຊາວເມືອງທຸລະຄົມຮັບຊາບ ແລະຍັງສືບຕໍ່ບໍລິ ການໄປທຸກໆວັນໃນໂມງລັດຖະການແລະກໍ່ຍັງມີວັກຊິນຫຼາຍຊະນິດທີ່ພຽງພໍຈະບໍລິການໃຫ້ພວກທ່ານໂດຍຈະໄດ້ກຳນົດແຕ່ລະຊະນິດໃຫ້ຖືກກັບກຸ່ມເປົ້າໝາຍທີ່ກໍານົດໄວ້.

Cr: ມົດແດງນ້ອຍ

ShareTweetShare
Next Post
WHO ຮຽກຮ້ອງປະເທດທີ່ລໍ້າລວຍ ຢ່າຟ້າວສັກວັກຊີນເຂັມສາມ

WHO ຮຽກຮ້ອງປະເທດທີ່ລໍ້າລວຍ ຢ່າຟ້າວສັກວັກຊີນເຂັມສາມ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...