ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 25, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແຊຕໍ່ໆ! ລູກຄ້າເງິນຝາກຂອງ ທະນາຄານລາວກໍ່ສ້າງ ຈະໄດ້ຮັບເງິນຄືນພາຍໃນເດືອນສິງຫານີ້

Staff by Staff
ເດືອນກໍລະກົດ 13, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນທ້າຍປີ 2019 ຜ່ານມາ, ກຸົມຄຸ້ມຄອງທະນາຄານທຸລະກິດ (ກຄທ) ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ອອກແຈ້ງການໃຫ້ລູກຄ້າເງິນຝາກ ແລະເຈົ້າຫນີ້ຂອງທະນາຄານລາວກໍ່ສ້າງ ຈໍາກັດ ເຂົ້າແຈ້ງຂໍ້ມູນເງິນຝາກ ແລະຫນີ້ສິນຂອງຕົນຢູ່ທະນາຄານລາວກໍ່ສ້າງ.

ເພື່ອແກ້ໄຂບັນຫາທະນາຄານດັ່ງກ່າວທີ່ຕົກຢູ່ໃນພາວະຂາດສະພາບຄ່ອງ, ຂາດຄວາມຫມັ້ນຄົງ, ທຫລ ມີຄວາມຈໍາເປັນເຂົ້າຄວບຄຸມເພື່ອແກ້ໄຂບັນຫາດັ່ງກ່າວຕາມລະບຽບກົດຫມາຍໄດ້ກໍານົດໄວ້.

– ສໍາລັບຂໍ້ມູນດັ່ງກ່າວສາມາດສະຫນອງໃຫ້ແກ່ຄະນະຄວບຄຸມແລ້ວນັບແຕ່ວັນທີ 25 ມັງກອນ 2020 ທີ່ສໍານັກງານທະນາຄານລາວກໍ່ສ້າງ ຈໍາກັດ ຕັ້ງຢູ່ບ້ານໂພນສີນວນ, ເມືອງສີສັດຕະນາກ, ນະຄອນຫຼວງວຽງຈັນ ກໍລະນີທີ່ບໍ່ສາມາດສະຫນອງຂໍ້ມູນດ້ວຍຕົນເອງໃຫ້ມີໃບມອບສິດໂດຍການຢັ້ງຢືນຈາກອົງການປົກຄອງບ້ານ.

– ຕໍ່ບັນຫາດັ່ງກ່າວ; ໃນຕອນເຊົ້າຂອງວັນທີ 12 ກໍລະກົດ 2021 ນີ້, ທ່ານ ອາລຸນ ບຸນຍົງ ຫົວຫນ້າກົມຄຸ້ມຄອງທະນາຄານ ທຸລະກິດ ທຫລ ໄດ້ເປີດເຜີຍຢ່າງເປັນທາງການຕໍ່ສື່ມວນຊົນພວກເຮົາ ກ່ຽວກັບການເບີກຈ່າຍເງິນຝາກຂອງລູກຄ້າເງິນຝາກທະນາຄານ ລາວກໍ່ສ້າງ ຈໍາກັດ.

ໂດຍອີງຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະຄຸ້ມຄອງຊັບສິນ ແລະດໍາເນີນຄະດີທະນາຄານ ລາວກໍ່ສ້າງ ຈໍາກັດ ສະບັບເລກ ທີ 689/ທຫລ, ລົງວັນທີ 3 ທັນວາ 2020 ແລະອີງຕາມຂໍ້ຕົກລົງວ່າດ້ວຍການຈ່າຍຄືນເງິນຝາກໃຫ້ລູກຄ້າເງິນຝາກສະ ບັບເລກທີ 09/ຄຊ. ທລກ, ລົງວັນທີ 30 ມິຖຸນາ 2021;

ປະຈຸບັນ, ທຫລ ກະກຽມການຈ່າຍຄືນເງິນຝາກໃຫ້ແກ່ລູກຄ້າເງິນ ຝາກທະນາຄານ ລາວກໍ່ສ້າງ ຈໍາກັດ.– ສໍາລັບການຈ່າຍຄືນເງິນຝາກແມ່ນອີງຕາມຈໍານວນເງິນຕົວຈິງທີ່ສາມາດເກັບກູ້ຊັບສິນຂອງທະນາຄານຮອດປະຈຸບັນ ໂດຍການນໍາໃຊ້ຖານຕົວເລກເງິນຝາກຮອດ ມື້ທີ່ທະນາຄານດັ່ງກ່າວ ຖືກຄວບຄຸມ ໃນວັນທີ 22 ພະຈິກ 2019 ໂດຍຈະຈ່າຍຕົ້ນທຶນກ່ອນ 80% ດ້ວຍການໂອນຊໍາລະຄືນເຂົ້າບັນຊີເງິນຝາກຂອງລູກຄ້າ ທະນາຄານ ລາວກໍ່ສ້າງ ຈໍາກັດ.

ທີ່ເປີດໄວ້ຢູ່ທະນາຄານທຸລະກິດຂອງລັດ (ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະນາລາວ ແລະ ທະນາຄານສົ່ງເສີມກະສິກໍາ), ສ່ວນທີ່ເຫຼືອແມ່ນຈະໄດ້ເບີກຈ່າຍເພີ່ມຕື່ມພາຍຫຼັງທີ່ສານໄດ້ຕັດສິນ ແລະການປະຕິບັດຕາມຄໍາຕັດສິນຂອງສານ.

– ທ່ານຫົວຫນ້າກົມຄຸ້ມຄອງທະນາຄານທຸລະກິດ ທຫລ ຮຽກຮ້ອງມາຍັງລູກຄ້າເງິນຝາກຂອງທະນາຄານລາວກໍ່ສ້າງ ຈໍາກັດ ປະຕິບັດຄື:

1. ສໍາລັບລູກຄ້າເງິນຝາກຂອງທະນາຄານ ລາວກໍ່ສ້າງ ຈໍາກັດ ທີ່ມີບັນຊີເງິນຝາກເປີດໄວ້ຢູ່ທະນາຄານທຸລະກິດຂອງລັດແລ້ວ ກໍໃຫ້ໄປສະຫນອງຂໍ້ມູນເງິນຝາກຂອງຕົນ ແລະປະກອບເອກະສານໃນການເບີກຈ່າຍເງິນ ຕາມການແນະນໍາຂອງຄະນະຮັບຜິດຊອບຢູ່ທະນາຄານ ລາວກໍ່ສ້າງ ຈໍາກັດ (ພ້ອມກັນນັ້ນໃຫ້ກຽມເອກະສານເພື່ອມາຢັ້ງຢືນ ຄວາມຖືກຕ້ອງຂອງເງິນຝາກຄື: ປື້ມບັນຊີເງິນຝາກ, ບັດປະຈໍາໂຕ, ຫນັງສືຜ່ານແດນ ຫຼືປື້ມສໍາມະໂນຄົວ);

2. ສໍາລັບລູກຄ້າເງິນຝາກຂອງທະນາຄານລາວກໍ່ສ້າງຈໍາກັດ ທີ່ຍັງບໍ່ທັນໄດ້ເປີດບັນຊີນໍາທະນາຄານທຸລະກິດຂອງລັດ ກໍ່ໃຫ້ໄປເປີດບັນຊີເງິນຝາກນໍາທະນາຄານທຸລະກິດຂອງລັດໂດຍແຈ້ງຈຸດປະສົງຂອງການເປີດບັນ ຊີ ແມ່ນເພື່ອຮອງຮັບການຊໍາລະຄືນເງິນຝາກຂອງຕົນທີ່ໄດ້ຝາກໄວ້ນໍາທະນາຄານ ລາວກໍ່ສ້າງ ຈໍາກັດ;

3. ໃຫ້ລູກຄ້າເງິນຝາກ ຂອງທະນາຄານລາວກໍ່ສ້າງ ຈໍາກັດ ໄປສະຫນອງຂໍ້ມູນເງິນຝາກຂອງຕົນທີ່ທະນາ ຄານລາວກໍ່ສ້າງຈໍາກັດ ດັ່ງທີ່ໄດ້ກໍານົດໄວ້ໃນຂໍ້ 1 ຂ້າງເທິງ ນັບແຕ່ວັນທີ 12-30 ກໍລະກົດ 2021.

ທ່ານ ອາລຸນ ບຸນຍົງ ຢືນຢັນວ່າ:

ການເບີກຈ່າຍເງິນຄືນແມ່ນ ທຫລ ຈະໂອນເງິນຜ່ານທະນາຄານທຸລະກົດລັດ 3 ແຫ່ງ ເພື່ອເຂົ້າບັນຊີເງິນຝາກຂອງລູກຄ້າພ້ອມກັນທັງຫມົດຕາມຂໍ້ມູນທີ່ລູກຄ້າມາແຈ້ງໄວ້ກັບຄະນະຮັບຜິດຊອບ ແລະ ຈະຈ່າຍໃຫ້ສໍາເລັດພາຍຫຼັງທີ່ລູກຄ້າມາແຈ້ງຂໍ້ມູນຄົບຖ້ວນ ຈື່ງຈະໃຫ້ສໍາເລັດພາຍໃນ ເດືອນສົງຫາ 2011 ນີ້;

ShareTweetShare
Next Post
ລັດຖະບານຍີ່ປຸ່ນປະກາດສະໜອງວັກຊີນໃຫ້ແກ່ ສປປ.ລາວ ຈໍານວນ 600,000 ໂດສ

ລັດຖະບານຍີ່ປຸ່ນປະກາດສະໜອງວັກຊີນໃຫ້ແກ່ ສປປ.ລາວ ຈໍານວນ 600,000 ໂດສ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...