ວິທີເຮັດອາຫານສຳລັບ ການລ້ຽງເປັດ-ໄກ່ ເຮັດເອງໄດ້ງ່າຍໆ ປະຢັດຕົ້ນທຶນ

1. ສູດອາຫານບຳລຸງເປັດໃຫ້ອອກໄຂ່ຫຼາຍກວ່າເກົ່າ+ ວັດຖຸອຸປະກອນ– ຕົ້ນກວຍຊອຍໃຫ້ລະອຽດ 50 ກິໂລກຼາມ– ການນໍ້າຕານ ½ ກິໂລກຼາມ– ເກືອ 2-3 ຂີດ ນຳມາໝັກປະສົມກັນໄວ້ 2 ຄືນ ສາມາດນຳມາເປັນອາຫານໄດ້

+ ວິທີເຮັດໃຫ້ນຳສູດອາຫານບຳລຸງເປັດໃຫ້ອອກໄຂ່ຫຼາຍ 1ກກ ປະສົມຫົວອາຫານ 5 ກິໂລກຼາມ ຮຳ 5 ກິໂລກຼາມ ແລະ ນໍ້າໝັກໝາກໄມ້ສຸກ 3 ບ່ວງໂຕະ ນຳທັງໝົດປະສົມກັນໝັກໄວ້ 1 ຄືນ ແລ້ວນຳໄປໃຫ້ເປັດກິນຕາມປະລິມານທີ່ໃຫ້ອາຫານເປັດໃນແຕ່ລະວັນຈະຊ່ວຍບຳລຸງເປັດໃຫ້ອອກໄຂ່ຫຼາຍ ແລະ ລຸດຕົ້ນທຶນອີກດ້ວຍ

2. ສູດໝັກແກບລ້ຽງເປັດໄກ່+ ວັດຖຸອຸປະກອນ– ແກບສົດ– ນໍ້າສະອາດ– ນໍ້າໝັກຈຸລິນຊີ ຫຼື ນໍ້າໝັກ EM ທີ່ມີຂາຍທົ່ວໄປ+ ວິທີເຮັດນຳແກບມາຖອກໃສ່ຖັງໃສ່ນໍ້າໃຫ້ພໍຖ້ວມ ໃສ່ນໍ້າມັກປະມານ 5 ບ່ວງໂຕະ ຈາກນັ້ນຄົນໃຫ້ເຂົ້າກັນໝັກປະໄວ້ປະມານ

12 ຊົ່ວໂມງ ຫຼື ໝັກໄວ້ຕອນເຊົ້າໃຫ້ກິນຕອນແລງໃຫ້ກິນໝົດວັນຕໍ່ວັນໂດຍການໃຫ້ປະສົມຮຳ ແລະ ເຂົ້າປຽນ ໂດຍແກບໝັກເອົາທັງນໍ້າ 10 ສ່ວນ ຮຳ 3 ສ່ວນ ເຂົ້າປຽນເລັກໜ້ອຍເຂົ້າເປືອກ ແລະ ເສດອາຫານຕາມທີ່ມີໃຫ້ເປັດໄກ່ກິນຕາມປົກກະຕິກໍ່ຈະເຮັດໃຫ້ມີສຸຂະພາບດີແຂງແຮງບໍ່ເປັນໂລກ

3. ສູດອາຫານເປັດດ້ວຍຍວກກ້ວຍ+ ວັດຖຸອຸປະກອນ– ຕົ້ນກ້ວຍຊອຍລະອຽດ 100 ກກ– ກາກນໍ້າຕານ 3 ກກ ຫຼື ນໍ້າຕານ– ເກືອ 1 ກກ+ ວິທີເຮັດນຳມາໝັກປະສົມກັນໄວ້ 5-7 ຄືນ ສາມາດນຳມາເປັນອາຫານໄດ້ຕົ້ນກ້ວຍໝັກປະສົມຮຳ 10% ເຂົ້າປຽນ 5% ນໍ້າໝັກ 3-5 ບ່ວງໂຕະ

ປະສົມກັນແລ້ວນຳໄປເກືອເປັດໄກ່ຈະເຮັດໃຫ້ມີສຸຂະພາບດີແຂງແຮງບໍ່ເປັນໂລກ ແລະ ຂີ້ສັດຈະບໍ່ມີກິ່ນເໝັນແລະຍັງນຳສູດອາຫານນີ້ໄປບຳລຸງເປັດໃຫ້ອອກໄຂ່ໄດ້ຫຼາຍອີກດ້ວຍການປະສົມຕົ້ນກ້ວຍໝັກ 1 ກກ ຫົວອາຫານ 5 ກກ

ຮຳ 5 ກກ ແລະ ນໍ້າໝັກໝາກໄມ້ສຸກ 3 ບ່ວງໂຕະ ຫຼື ນໍ້າ EM ທີ່ມີຂາຍຕາມຮ້ານກະເສດທົ່ວໄປ ນຳທັງໝົດປະສົມກັນໝັກປະໄວ້ 1 ຄືນ ແລ້ວນຳໄປໃຫ້ເປັດກິນຕາມປະລິມານທີ່ໃຫ້ອາຫານເປັດໄກ່ໃນແຕ່ລະວັນຊ່ວຍບຳລຸງເປັດໄກ່ໃຫ້ອອກໄຂ່ຫຼາຍ ແລະ ໄຂ່ແດງມີສີງາມໜ່ວຍໃຫຍ່ ແລະ ລຸດຕົ້ນທຶນອີກດ້ວຍ



ໝາຍຫເດ: ການລ້ຽງເປັດເທບທີ່ໃຊ້ສູດອາຫານດັ່ງກ່າວຈະໃຊ້ເວລາລ້ຽງປະມານ 2 ເດືອນເຄິ່ງ – 3 ເດືອນ ກໍ່ສາມາດຂາຍໄດ້ແລ້ວອີກທັງໝົດຍັງລຸດຕົ້ນທຶນໃນການລ້ຽງອີກດ້ວຍ

Discussion about this post