ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 24, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຈຳປາສັກພວມປິ່ນປົວ 200 ກໍລະນີຕິດໂຄວິດ ຕອນນີ້ເລີ່ມພົບບັນຫາເລື່ອງສະຖານທີ່

Staff by Staff
ເດືອນກໍລະກົດ 8, 2021
in ທົ່ວໄປ
0
Home ທົ່ວໄປ

ຈຳປາສັກເປັນແຂວງທີ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນທຸກວັນໃນປະຈຸບັນ ໂດຍສະເພາະແຮງງານລາວທີ່ກັບຄືນຈາກໄທ ລວມໆຍອດຜູ້ຕິດເຊື້ອສະສົມພາຍໃນແຂວງ ຫຼາຍກວ່າ 500 ຄົນ ແຕ່ທີ່ກຳລັງນອນປິ່ນປົວມີ 200 ເຊິ່ງເລີ່ມມີບັນຫາກ່ຽວກັບສະຖານທີ່ ເນື່ອງຈາກຄົນຫຼາຍເກີນທີ່ກະກຽມໄວ້ໃນເບື້ອງຕົ້ນ.ຕາມການລາຍຂ່າວຈາກ ວິທະຍຸກະຈາຍສຽງແຫ່ງຊາດ ໃຫ້ຮູ້ວ່າ: ແຂວງ ຈໍາປາສັກ ກໍາລັງປະສົບກັບບັນຫາສະ ຖານທີ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ບໍ່ພຽງພໍກັບຄວາມຕ້ອງການ ເນື່ອງຈາກຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນເປັນຈຳນວນຫລາຍໃນໄລຍະນີ້ ເຮັດໃຫ້ອົງການປົກຄອງແຂວງ ຕ້ອງຂໍຄວາມຊ່ວຍເຫລືອຈາກຄະນະສະເພາະກິດຂັ້ນສູນກາງ ແລະ ບັນດາແຂວງເພື່ອໄປຮັບ.

ເອົາແຮງງານຂອງຕົນທີ່ເດີນທາງຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ.ດຣ ວຽງສີ ສຸພັກດີ, ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ໃຫ້ສໍາພາດວ່າ: ເນື່ອງຈາກໄລຍະນີ້ມີແຮງ ງານລາວຢູ່ໄທເດີນທາງກັບຄືນປະເທດໂດຍຜ່ານດ່ານສາ ກົນວັງເຕົາ-ຊ່ອງເມັກ, ແຂວງຈຳປາສັກ ສະເລ່ຍບໍ່ຫລຸດ 100 ຄົນຕໍ່ວັນ ເຮັດໃຫ້ສູນຈຳກັດບໍລິເວນຂອງແຂວງເຕັມແລ້ວ. ສໍາຄັນກວ່ານີ້ ຜ່ານການກວດຫາເຊື້ອພະຍາດໂຄວິດ-19 ຂອງແຮງງານເຫລົ່ານີ້ແມ່ນພົບຜູ້ຕິດເຊື້ອເປັນຈຳ ນວນຫລາຍ ເຮັດໃຫ້ 3 ສະຖານທີ່ທີ່ໃຊ້ປິ່ນປົວ.

ຜູ້ຕິດເຊື້ອບໍ່ສາມາດຮອງຮັບໄດ້ອີກ ຄື: ໂຮງໝໍເມືອງໂພນທອງ ສາມາດບັນຈຸໄດ້ 81 ຄົນ ແລະ ໂຮງໝໍພາກສະໜາມ ຫລັກ 21 ສາມາດບັນຈຸໄດ້ 113 ຄົນ ແມ່ນເຕັມໝົດແລ້ວ, ຍັງເຫລືອພຽງໂຮງໝໍ 106 ທີ່ບັນຈຸໄດ້ 40 ຄົນ.ຫົວໜ້າພະແນກສາທາລະນະສຸກແຂວງຈໍາປາສັກ ໃຫ້ຮູ້ຕື່ມວ່າ: ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ, ອົງການປົກຄອງແຂວງ ຈະນຳໃຊ້ຫໍພັກວິທະຍາໄລການເງິນພາກໃຕ້ເປັນໂຮງໝໍພາກສະໜາມອີກແຫ່ງໜຶ່ງຂອງແຂວງ ແຕ່ຈະຮອງຮັບບໍ່ໄດ້ຫລາຍ, ຖ້າຫາກມີຜູ້ຕິດເຊື້ອເພີ່ມຂຶ້ນຈຳນວນ ຫລາຍຈະເຮັດໃຫ້ບໍ່ສາມາດຮອງຮັບຜູ້ຕິດເຊື້ອໄດ້ອີກແລ້ວ.ສະນັ້ນ ແຮງງານລາວຖ້າຕ້ອງການເດີນທາງກັບຄືນປະເທດໃນໄລຍະນີ້ ດີແທ້ຄວນຫລີກຫລ່ຽງການເດີນທາງ.

ຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ ໃນໄລຍະນີ້ ແລະຫັນໄປເດີນທາງຜ່ານດ່ານສາກົນອື່ນແທນ, ພ້ອມນີ້ ຮຽກຮ້ອງໃຫ້ຄະນະສະ ເພາະກິດຂັ້ນສູນກາງຫາວິທີໃຫ້ການຊ່ວຍ ເຫລືອຢ່າງຮີບດ່ວນ ແລະ ຮຽກຮ້ອງມາຍັງແຂວງບັນດາແຂວງໃນທົ່ວປະເທດທີ່ມີແຮງງານຂອງຕົນເດີນທາງເຂົ້າປະເທດໂດຍຜ່ານດ່ານສາກົນວັງເຕົາ-ຊ່ອງເມັກ ໃຫ້ໄປຮັບເອົາແຮງງານຂອງຕົນໄປຈຳກັດບໍລິເວນ ເພື່ອຫລີກຫລ່ຽງບໍ່ໃຫ້ຈຳກັດບໍລິເວນຢູ່ແຂວງຈຳປາສັກ.ສຳລັບແຂວງຈຳປາສັກ ມາຮອດວັນທີ 7 ກໍລະກົດນີ້ ມີຜູ້ຕິດເຊື້ອສະ ສົມທັງໝົດ 571 ຄົນ, ໃນນີ້ ປິ່ນປົວດີ 371 ຄົນ ແລະ ກຳລັງປິ່ນປົວ 200 ຄົນ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ

ShareTweetShare
Next Post
ຕາດູຕົນປະຊາຊົນນອນຕາກຝົນຖ້າຮັບບັດຄິວກວດໂຄວິດບໍ່ເສຍຄ່າ

ຕາດູຕົນປະຊາຊົນນອນຕາກຝົນຖ້າຮັບບັດຄິວກວດໂຄວິດບໍ່ເສຍຄ່າ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...