ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອັງຄານ 30, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຕິດເຊື້ອໂຄ ວິດໃໝ່ຈຳນວນ 32 ຄົນ; ໃນນີ້ເປັນແຮງງານລາວ ພົບເຊື້ອສາຍພັນໃໝ່ 4ສາຍພັນ

Staff by Staff
ເດືອນກໍລະກົດ 2, 2021
in ທົ່ວໄປ
0
Home ທົ່ວໄປ

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວມື້ນີ້ 2 ກໍລະກົດກ່ຽວກັບສະພາບໂຄວິດ-19 ໃນ ສປປ ລາວ ເຊິ່ງໃຫ້ຮູ້ວ່າ ມື້ວັນທີ 1 ກໍລະກົດຜ່ານມາກວດພົບຜູ້ຕິດເຊື້ອໃໝ່ອີກ 32 ກໍລະນີ ໃນນັ້ນເປັນແຮງງານນຳເຂົ້າ 27 ຄົນ, ຕິດເຊື້ອໃນຊຸມຊົນອີກ 5 ເຊິ່ງຖືວ່າບໍ່ໜ້ອຍເລີຍ.

ໂດຍໃນວັນທີ 01 ກໍລະກົດ 2021 ທົ່ວປະເທດໄດ້ກວດວິເຄາະທັງໝົດ 1.670 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 32 ຄົນ, ຈາກນະຄອນຫຼວງວຽງຈັນ 3 ຄົນ, ສະຫວັນນະເຂດ 5 ຄົນ, ຈຳປາສັກ 15 ຄົນ, ສາລະວັນ 1 ຄົນ, ຄຳມ່ວນ 3 ຄົນ ແລະ ແຂວງວຽງຈັນ 5 ຄົນ.

ສ່ວນນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ ແລະ ຄຳມ່ວນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ. ສຳລັບ ແຂວງວຽງຈັນ 5 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ ທີ່ມີປະຫວັດສຳຜັດໃກ້ຊິດ ນຳຜູ້ຕິດເຊື້ອເກົ່າ.

ເຮັດໃຫ້ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 2.176 ຄົນ, ເສຍຊີວິດສະສົມ 3 ຄົນ (ບໍ່ມີກໍລະນີເສຍຊີວິດໃໝ່) ແລະ ກໍາລັງປິ່ນປົວ ທັງໝົດ 187 ຄົນ.

ມາຮອດປະຈຸບັນ ສປປ ລາວເຮົາ ກວດພົບເຫັນ 4 ສາຍພັນ ປະກອບມີ: ສາຍພັນດັ້ງເດີມ, ສາຍພັນອານຟ້າ, ສາຍພັນເດວຕ້າ ແລະ ຫຼ້າສຸດ ແມ່ນກວດພົບເຫັນ ສາຍພັນກັບປ້າ (ອິນເດຍ) ເຊິ່ງເປັນສາຍພັນທີ່ບໍ່ຮຸນແຮງ ເມື່ອທຽບໃສ່ກັບສາຍພັນອື່ນໆ ແຕ່ກໍ່ຕ້ອງໄດ້ຕິດຕາມສະພາບການຢ່າງໃກ້ຊິດ ເຊິ່ງ ອົງການອະນາໄມໂລກ ຖືວ່າ ເປັນສາຍພັນທີ່ຄວນເອົາໃຈໃສ່ ແລະ ເຝົ້າລະວັງ.

ຕໍ່ກັບສະພາບການດັ່ງກ່າວ, ຈຶ່ງຂໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ ຈົ່ງເຂັ້ມງວດໃນການກວດກາ, ລາດຕະເວນ ຮັບປະກັນບໍ່ໃຫ້ມີຜູ້ລັກລອບເຂົ້າມາ ສປປ ລາວ ຕາມຊ່ອງທາງທຳມະຊາດ ເຊິ່ງພວກທ່ານ ຈະເຫັນໄດ້ຈາກສື່ຕ່າງໆທີ່ເປັນທາງການ ໄດ້ປະກາດຫາ ຜູ້ທີ່ລັກລອບເຂົ້າມາ, ຖ້າຫາກທ່ານພົບເຫັນບຸກຄົນດັ່ງກ່າວ ໃຫ້ຮີບຮ້ອນລາຍງານແກ່ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອຈະໄດ້ນຳພວກກ່ຽວເຂົ້າໄປຈຳກັດບໍລິເວນ 14 ວັນ ຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ພ້ອມທັງ ເກັບຕົວຢ່າງກວດຊອກຫາເຊື້ອ ແລະ ສາຍພັນ ຢ່າງທັນການ.

ShareTweetShare
Next Post
ດ່ວນ…! ຫລວງພະບາງ​ ປະກາດໂຈະສັກວັກຊິນ​ປ້ອງກັນໂຄວິດ-19 ຊົ່ວຄາວ

ດ່ວນ…! ຫລວງພະບາງ​ ປະກາດໂຈະສັກວັກຊິນ​ປ້ອງກັນໂຄວິດ-19 ຊົ່ວຄາວ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ບຸນຫໍ່ເຂົ້າປະດັບດີນ​ ບຸນເຂົ້າປະດັບດິນແມ່ນຫຍັງ ມີຄວາມເປັນມາຄືແນວໃດ! ເປັນຫຍັງຕ້ອງເຮັດ! ເຮັດແບບໃດ!

    520 shares
    Share 520 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...