ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 20, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ສຸດເສົ້າ ຕ້ອງສູນເສຍລູກຊາຍຫຼ້າ ທີ່ໃຊ້ຊີວິດຢູ່ກັບພໍ່ແມ່ພຽງ 148 ມື້ 4 ເດືອນປາຍເທົ່ານັ້ນ

Staff by Staff
ເດືອນກໍລະກົດ 1, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຈາກໂພສ Nang Sounakhen ໂພສວ່າ RIP ລົງເກັບໄວ້ເຕືອນຄວາມຊົງຈຳໃນແຕ່ລະປີວ່າມ໋ະກັບປ໋ະມີລູກຊາຍຫລ້າ ຊື່ຟ້ານຫລິນ

ຕັ້ງແຕ່ທ້ອງປຸ້ງຈົນຮອດມື້ລູກເກີດແລະມື້ຈາກໄປ ເກີດມາແຂງແຮງດີຫມົດທຸກຢ່າງນຳ້ຫນັກ 2.940g ຍາວ 51 ເຊັນ ຮອບຫົວ30cm ເປັນລູກຜູ້ທີ 3

ເລີ່ມໄດ້ 2 ເດືອນລູກກະເລີ່ມເຈັບອອດໆແອດໆ ເປັນພູມແພ້ ແພ້ນົມແພ້ໄຣຟຸ່ນ ພູມຕ້ານທານຕຳ່ເລີຍຕິດຫັ້ນຕິດນີ້ງ່າຍ ຄອບຄົວເລີ່ມປົວລູກມາຕະຫລອດບໍ່ມີໃຜໄດ້ຮອດພັກຜ່ອນເຕັມທີ່ ລູກບໍ່ເຄີຍຊິໄດ້ນຸ່ງເຄື່ອງງາມເພາະລູກຕ້ອງໄດ້ຢູ່ຫ້ອງແອຕະຫລອດເວລາ ໄດ້ນຸ່ງເສື້ອກ້າມຕະຫລອດເພາະບໍ່ໄຫ້ອັບເອົ້າບໍ່ຊັ້ນຕຸ່ມແພ້ຊິຂື້ນ

ທຸກໆ 3 ມື້ມ໋ະຕ້ອງໄດ້ພາລູກໄປກວດຄືນເພື່ອຕິດຕາມອາການ ຫມົດເງິນເກືອບນັບບໍ່ໄດ້ໃນແຕ່ລະມື້ ແລະຕ້ອງໄດ້ໃຊ້ໂລຊັ້ນ 2-3ຢ່າງ ເຂົ້າອອກຄີນິກຕະຫລອດ ເຂົ້າອອກໂຮງຫມໍ2ເທື່ອ ຈົນເທື່ອລ່າສຸດແມ່ນເທື່ອທີ 3 ມີຖອກທ້ອງ ໄຂ້ ຕຸ່ມຮ້ອນໃນຢູ່ຄໍ ນອນໂຮງຫມໍມື້ທີ 2ຫມໍສີດຢາໄຫ້ແລ້ວປຸບລະມີອາການສັ່ນໄກ້ຈະຊ໋ອກເລີຍໄດ້ລົງໄປຕິດຕາມຢູ່ICU ເລີ່ມນັ້ນມາລູກເລີ່ມມີອາການທ້ອງເບັງບໍ່ສະບາຍໂຕ ໄດ້ໃສ່ເລືອດ ຫມໍໄຫ້ງົດກິນນົມ

ມ໋ະກັບປ໋ະພວາມກຽມແລ່ນເອກະສານເພື່ອຈະໄປປົວຢູ່ໄທແຕ່ຊ່ວງນີ້ຍາກແຮງກວ່າຈະໄດ້ໃບແຕ່ລະຢ່າງ ຈົນລູກມາເລີ່ມຫາຍໃຈຝືດວິນາທີນັ້ນມ໋ະບໍ່ເປັນອັນຢູ່ໄຫ້ຈົນບໍ່ຮູ້ຊິເຮັດ ຫມໍເອີ້ນເຂົ້າໄປລົມ 2-3 ເທື່ອຫມໍວ່າຕິດເຊື້ອໃນກະແສເລືອດແລ້ວ ຊິໃສ່ຢາແພງ ແພງຊຳ່ໃດພໍ່ແມ່ກະຕົກລົງໄຫ້ໃສ່ຂໍແຕ່ລູກດີ ສຸດທ້າຍລູກກະບໍ່ທັນໄດ້ໃສ່ເພາະຫົວໃຈຢຸດເຕັ້ນຫມໍຊ່ວຍປຳ້ຫົວໃຈແຕ່ກະບໍ່ຄືນ

ຫມໍເອີ້ນແມ່ເຂົ້າໄປຫາລູກເທື່ອສຸດທ້າຍແມ່ໄຫ້ກອດລູກຮ້ອງຫາລູກ ວິນາທີນັ້ນຊີບພະຈອນລູກກັບຄືນມາປະມານ 6-7ວິ ແມ່ດີໃຈວ່າລູກຈະກັບມາ ແຕ່ລູກກະບໍ່ກັບ ລູກໄດ້ຈາກແມ່ໄປແລ້ວແມ່ໃຈຊິຂາດບໍ່ຮູ້ຢູ່ ລູກຄົງເຈັບຄົງທໍລະມານຫລາຍແມ່ເຂົ້າໃຈ ລູກຄົງຢາກໄປສະບາຍແລ້ວ ບາດນີ້ລູກໄປສະບາຍແລ້ວບໍ່ເຈັບປວດແລ້ວເດີ້ ອີກ2ມື້ລູກກໍຈະຄົບ5ເດືອນເຕັມ

ສຸດທ້າຍເຖິງລູກຊິຈາກໄປແຕ່ແມ່ຊິບໍ່ມີວັນລືມລູກ ລູກຈະຢູ່ໃນໃຈແມ່ກັບພໍ່ກັບແມ່ຕູ້ກັບຄອບຄົວຕະຫລອດໄປຮັກແລະຄິດຮອດທຸກເວລາ ຟ້ານຫລິນເທວະດານ້ອຍຫົວໃຈມາມ໋ະເກີດ 2/2/2021 – 29/6/21 ອີກ 2 ມື້ຄົບ 5 ເດືອນເຕັມ ລູກໃຊ້ຊີວິດຢູ່ກັບພໍ່ແມ່ພຽງ 148 ມື້ 4 ເດືອນປາຍເທົ່ານັ້ນແລ້ວກໍຈາກໄປ ແຕ່ແມ່ຮັກລູກຫລາຍກ່ອນຊີວິດຂອງແມ່ອີກ

ShareTweetShare
Next Post
ຕາອີຕົນ!ຊ້າງ2ຜົວເມຍລອຍຂ້າມທະເລໜີອອກຈາກມຽນມາໄປບັງກະລາເທດເພື່ອໜີການບຸກລຸກປ່າ

ຕາອີຕົນ!ຊ້າງ2ຜົວເມຍລອຍຂ້າມທະເລໜີອອກຈາກມຽນມາໄປບັງກະລາເທດເພື່ອໜີການບຸກລຸກປ່າ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0
  • ທ່ານໃດພົບເຫັນບຸກຄົນນີ້ ຊ່ວຍແຈ້ງດ່ວນ ມີລາງວັນໃຫ້ 50.000.000 ກີບ

    0 shares
    Share 0 Tweet 0
  • ຂ່າວລືທີ່ວ່າ “ລູກສາວພາແຟນມາປຸ້ນເຮືອນເຈົ້າຂອງ” ແມ່ນເປັນຂ່າວປອມ, ທາງຄອບຄົວເພິ່ນໄດ້ອອກມາຊີ້ແຈງແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ຈັງແມ່ນເນາະ! ຈັບສອງເຖົ້າຄ້າຂາຍຢາເສບຕິດ ທີ່ເມືອງສອງຄອນ
  • ລາວເຮັດໄດ້ ຫລຽນຄຳ ທຳອິດຂອງທີມຊາດລາວ ໄດ້ມາແລ້ວ ໄດ້ຈາກປະເພດກິລາ ວໍວີນາມ ປະເພດຄູ່ຍິງ
  • ສ.ອາເມລິກາ ມີຜູ້ເສຍຊີວິດຈາກອຸບັດເຫດເພີ່ມຂຶ້ນກວ່າ10%
  • ປາໂທ໋! ຫຼາຍເນາະ ຊຽງຂວາງມີໂຄງການນອກແຜນ 25 ໂຄງການ ມູນຄ່າ 226.280.000.000 ກີບ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...