ສະພາບການລັກຖີ້ມຂີ້ເຫຍື້ອຊະຊາຍຕາມແຄມທາງ ພາບຖ່າຍວັນທີ 28 ມິຖຸນາ 2021 ຢູ່ເສັ້ນທາງຕັດໃໝ່ໜອງບົວທອງ-ໜອງບຶກ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.

ການຖີ້ມຂີ້ເຫຍື້ອຊະຊາຍ ເປັນການທຳລາຍສິ່ງແວດລ້ອມ, ສ້າງກິ່ນເຫມັນ, ເປັນພາບບໍ່ງາມຕາຕໍ່ຜູ້ທີ່ທຽວທາງຜ່ານຈຸດດັ່ງກ່າວ ແລະ ຍັງສ້າງຄວາມບໍ່ສວຍງາມໃຫ້ບ້ານເມືອງນຳອີກດ້ວຍ.

ຕໍ່ສະພາບການດັ່ງກ່າວຖ້າພົບເຫັນການຖິ້ມຂີ້ເຫຍື້ອຊະຊາຍໃຫ້ແຈ້ງຂໍ້ມູນຂອງຜູ້ກະທຳຄວາມຜິດ ພ້ອມພາບຖ່າຍ ເຊັ່ນ:

ປ້າຍທະບຽນລົດ ສະຖານທີ່ ໃຫ້ຫ້ອງການ ຄບຕ ເບີໂທ 020 22222107 ຜູ້ແຈ້ງຈະໄດ້ຮັບຄ່າຕອບແທນ 30% ຂອງມູນຄ່າປັບໃໝ ການປັບໃໝຄິດໄລ່ 1 ກິໂລ 400 ກີບຄູນ 10 ເທົ່າ.
Discussion about this post