ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຄະນະບໍລິຫານງານສູນກາງພັກ ກຳນົດເອົາ 3 ບັນຫາ ເປັນວາລະແຫ່ງຊາດ

Staff by Staff
ເດືອນມີນາ 26, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນລະຫວ່າງວັນທີ 21-25 ມິຖຸນາ 2021 ທີ່ສໍານັກງານສູນກາງພັກ, ຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ໄຂກອງປະຊຸມຄົບຄະນະສະໄໝວິສາມັນ ຂຶ້ນພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍມີບັນດາສະຫາຍກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ບັນດາສະ ຫາຍກຳມະການສູນກາງພັກສົມບູນ ແລະ ສຳຮອງເຂົ້າຮ່ວມຢ່າງຄົບຖ້ວນ, ໂດຍປະຕິບັດບັນດາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ.

ກອງປະຊຸມ ໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳ ຕໍ່ບັນຫາທີ່ເປັນຍຸດທະສາດຂອງຊາດ ເປັນຕົ້ນແມ່ນ: ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ວາລະແຫ່ງຊາດ ວ່າດ້ວຍການສະກັດກັ້ນ ແລະແກ້ໄຂບັນຫາຢາເສບຕິດ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ ແລະເລິກເຊິ່ງທຸກຂອດໃນວຽກງານພະນັກງານ.

1. ດ້ານການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນແມ່ນບັນຫາທີ່ໄດ້ສະສົມມາເປັນເວລາດົນນານ, ເຖິງວ່າ ຜ່ານມາພັກ-ລັດເຮົາ ໄດ້ມີຄວາມພະຍາຍາມແກ້ໄຂ ດ້ວຍຫລາຍມາດຕະການ ແຕ່ກໍຍັງບໍ່ທັນສາ ມາດສ້າງການຫັນປ່ຽນຢ່າງຕັ້ງໜ້າໄດ້ເທື່ອ ແລະ ສືບຕໍ່ເປັນສິ່ງທ້າທາຍ ຕໍ່ການນໍາພາຂອງພັກ ແລະ ການຄຸ້ມຄອງບໍລິຫານຂອງລັດ ໃນຊຸມປີຕໍ່ໜ້າ, ບົນພື້ນຖານນັ້ນ ໄດ້ຍົກລະດັບການແກ້ໄຂບັນຫາ.ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນວາລະແຫ່ງຊາດ ທີ່ຮີບດ່ວນ ເພື່ອຄົ້ນຄວ້າ ແລະ ວາງມາດຕະການອອກຢ່າງເປັນລະບົບ, ໃຊ້ເວລາອັນແນ່ນອນນັບແຕ່ສ້າງຖານການຜະລິດ-ທຸລະກິດ

, ການບໍລິ ການເພື່ອຕອບສະໜອງການຊົມໃຊ້ຢູ່ພາຍໃນ, ເພີ່ມການສົ່ງອອກແລະສ້າງຄວາມເຂັ້ມແຂງຂອງຖານລາຍຮັບ, ເພີ່ມທະວີປະສິດທິພາບໃນການຄຸ້ມຄອງລາຍຈ່າຍ ແລະ ການດໍາເນີນບັນດາມາດຕະການປະຢັດຢ່າງຈິງຈັງ ແນໃສ່ສ້າງຄວາມເຂັ້ມແຂງ ກໍຄືການຍົກສູງປະສິດທິພາບການຄຸ້ມຄອງມະຫາພາກ ຂອງລັດ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ພື້ນຖານເສດຖະກິດແຫ່ງຊາດ ຂອງປະເທດເຮົາ.

2. ດ້ານການສະກັດກັ້ນ ແລະແກ້ໄຂບັນຫາຢາເສບຕິດແມ່ນບັນຫາທີ່ມີຄວາມສຳຄັນ, ຈໍາເປັນຮີບດ່ວນ, ທັງເປັນບັນຫາທີ່ກວ້າງຂວາງ ແລະ ມີຄວາມສັບສົນ, ສົ່ງຜົນກະທົບຢ່າງໃຫຍ່ຫລວງຕໍ່ຄວາມສະຫງົບເປັນລະ ບຽບຮຽບຮ້ອຍ ແລະ ຄວາມໝັ້ນຄົງຂອງຊາດກໍຄືການພັດທະນາເສດຖະກິດ-ສັງຄົມ, ບັ່ນທອນຄຸນນະພາບຊີວິດຂອງປະຊາຊົນ, ເບື່ອເມົາຊາວໜຸ່ມ, ເຍົາວະຊົນທີ່ເປັນອະນາຄົດຂອງຊາດ; ໂດຍເລີ່ມຈາກສະຖາບັນຄອບຄົວ, ສະຖານບັນການສຶກສາໂດຍແມ່ນ ພັກ-ລັດເປັນແກນກາງໃນການນໍາພາຊີ້ນໍາເພື່ອຂັບເຄື່ອນການແກ້ໄຂບັນຫາຢາເສບຕິດ, ດ້ວຍມາດຕະການຕ່າງໆ ໃນສະເພາະໜ້າ ແລະ ຍາວນານ.

ໂດຍສົມທົບແໜ້ນການສະກັດກັ້ນ, ປ້ອງກັນ, ດໍາເນີນການປາບປາມ ຂະບວນການ ເຄື່ອຂ່າຍຢາເສບຕິດ ຢ່າງເປັນລະບົບ ໄປພ້ອມໆກັນກັບການດຳເນີນແກ້ໄຂຄະດີຂະບວນຍຸຕິທຳຕາມກົດໝາຍ ໃຫ້ເຂັ້ມງວດ, ໂປ່ງໃສ, ຍຸຕິທຳ.

3. ດ້ານສ້າງການຫັນປ່ຽນຢ່າງແຂງແຮງ ແລະເລິກເຊິ່ງທຸກຂອດໃນວຽກງານພະນັກງານ ໂດຍຕີລາຄາຄືນວຽກງານພະນັກງານຂອງພັກໃນໄລຍະຜ່ານມາ ເພື່ອຊອກໃຫ້ເຫັນສາເຫດຕົ້ນຕໍ ທີ່ພາໃຫ້ມີຄວາມຫຍຸ້ງຍາກ ໃນວຽກງານພະນັກງານໃນໄລຍະຜ່ານມາ ເພື່ອຖອດຖອນບົດຮຽນ ແລະ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງທຸກຂອດໃນວຽກງານພະນັກງານ ໃນຊຸມປີຕໍ່ໜ້າ, ຍົກສູງຄວາມສາມາດນຳພາ ຂອງຄະນະພັກແຕ່ລະຂັ້ນຕໍ່ກັບວຽກງານພະນັກງານ ເພື່ອຮັບປະກັນໃຫ້ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານເປັນລະບົບ, ມີຄຸນະພາບຕາມທິດຫັນເປັນໜຸ່ມ ໃຫ້ມີຄວາມໜັກແໜ້ນຕິດພັນກັບການບໍາລຸງສ້າງ, ຈັດວາງ, ຊັບຊ້ອນ, ການຄຸ້ມຄອງ, ປະເມີນຜົນ, ການປະຕິບັດນະໂຍ ບາຍ ແລະ ການປະຕິບັດມາດຕະການທາງວິໄນ ຕໍ່ພະນັກງານ ຢ່າງເປັນລະບົບ ແລະ ເຂັ້ມງວດ.

ຄະນະບໍລິຫານງານສູນກາງພັກ ມີຄວາມເປັນເອກະພາບວ່າບັນດາມາດຕະການໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ ທີ່ວາງອອກ ຕ້ອງນໍາໄປສູ່ການຊີ້ນໍາຈັດຕັ້ງປະຕິບັດຢ່າງເຂັ້ມງວດ, ເຊີດຊູຄວາມເປັນເຈົ້າການສູງສຸດຂອງທຸກພາກສ່ວນໃນລະບົບການເມືອງ ຕິດພັນກັບການປຸກລະດົມການເຂົ້າຮ່ວມຂອງທົ່ວສັງຄົມ, ທົ່ວປວງຊົນ, ສ້າງເປັນຂະບວນການຕົວຈິງເພື່ອຈັດຕັ້ງປະຕິບັດໃຫ້ແຂງແຮງ ແລະ ໄດ້ຮັບຜົນດີພາຍໃຕ້ການນໍາພາຊີ້ນໍາຂອງຄະນະພັກ, ການຄຸ້ມຄອງບໍລິຫານຂອງອົງ ການປົກຄອງຢູ່ແຕ່ລະຂັ້ນ.

ShareTweetShare
Next Post
ຝອຍເກສອນສາລີ ຊ່ວຍບຳລຸງຕັບ, ແກ້ຕັບອັກເສບ ແລະ ແກ້ໝາກໄຂ່ຫຼັງອັກເສບ

ຝອຍເກສອນສາລີ ຊ່ວຍບຳລຸງຕັບ, ແກ້ຕັບອັກເສບ ແລະ ແກ້ໝາກໄຂ່ຫຼັງອັກເສບ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...