ການປິ້ນປົວແບບພູມປັນຍາຊສວບ້ານ ເຊິ່ງມີຄວາມຮູ້ແລະປະສົບການ ເນື່ອງຈາກການໃຊ້ຮັກສາທີ່ຂາຍໃນທ້ອງຕະຫຼາດມີລາຄາແພງຫຼາຍຕ້ອງເສຍເງີນຫຼາຍ

ເຊິ່ງບ້ານເຮົາເປັນພື້ນທີ່ມີສະໝູນໄພຫຼາຍຊະນິດທີ່ສາມາດໃຊ້ຮັກສາການປເຈັບປ່ວຍຂອງສັດໂດຍສະເພາະແບ້ ແກະອື້ນໆ ຕ້ອງສັງເກດອາການ ແລະລັກຊະນະຂອງສັດເຊັ່ນ:ການຮ້ອງ,ຂີ່,ມີລັກຊະນະແນວໃດລັກຊະນະອາການທີ່ແບ້ເປັນປະຈຳຄື:ທ້ອງລ້ວງ,ທ້ອງອືດເປັນຕົ້ນ.
*ສ່ວນສະໝູນໄພທີ່ໃຊ້ຮັກສາມີຫຼາຍຊະນິດຂື້ນຢູ່ກັບອາການໜັກຫຼືເບົາການໃຊ້ຕ້ອງໃຊກ່ອນອາການບໍ່ທັນໜັກມີສະໝູນໄພແລະສັບພະຄຸນດັ່ງນີ້:

1.ການໃຊ້ໃບຫຍ້າຝຣັງຮັກສາ: ທ້ອງລ້ວງ,ທ້ອງຜູກ
-ເທັກນິກແລະການເຮັດ :ຕັດໃບຫຍ້າຝຣັງຕຳປະສົມກັບນ້ຳໃຫ້ພໍດີຕອງເອົາແຕນ້ຳ
-ການນຳໃຊ້ປະໂຫຍດ : ໃຊ້ໄດ້ກັບແບ້ທຸກຂະໜາດໂດຍປ້ອນໃຫ້ກິນ 3-4 ບ່ວງແກງມື້ລະ 3 ເທື່ອ
2.ການໃຊ້ຫຍ້າໃຕ້ໃບແລະໃບຂີ່ເຫຼັກ ແກ້ບັນຫາແມ່ແບ້ຂາອ່ອນຫຼັງເກີດລູກ.
-ເທັກນິກແລະການເຮັດ :ໃຊ້ຫຍ້າໃຕ້ໃບແລະໃບຂີ່ເຫຼັກນຳມາຕຳແລ້ວບີບເອົານ້ຳໃນອັດຕາສ່ວນ1:1 ປະສົມກັບອາຫານໃຫ້ແບ້ກິນ

-ການນຳໃຊ້ :ໃຊ້ກັບແບ້ຫຼັງເກີດລູກໃຫ້ກິນກັບອາຫານ 1 ບ່ວງຊາ
3.ການໃຊ້ເຄືອເຂົາຮໍເປັນຢາຈະເລີນອາຫານແລະກຳຈັດພະຍາດ
-ເທັກນິກແລະວິທີເຮັດ :ນຳເຄືອເຂົາຮໍແກ່ມັດເປັນທ້ອນຍາວ1 ຄືບນຳມາແຊ້ນ້ຳເກືອໃນອັດຕາສ່ວນ1ກກ ຕໍ່ນ້ຳເກືອ300ກ ແຊ້ນ້ຳໄວ້ 1 ອາທິດ
– ການນຳໃຊ້ : ປ້ອນໃຫ້ແບ້ກິນມື້ລະ2-3ເທື່ອ.

4.ການໃຊ້ຂີ່ມີ່ນຜົງຮັກສາແຜໃນກະເພາະທາງເດີນອາຫານ
-ເທັກນິກແລະວິທີເຮັດ :ນຳຂີ່ມີ້ນສົດຕາກແຫ່ງບົດໃຫ້ເປັນຜົງ
-ການນຳໃຊ້ :ນຳຂີ່ມີ່ນຜົງປະສົມກັບອາຫານ 1 ບ່ວງແກງ ຕໍ່ອາຫານ 1 ກກ ໃຫ້ກິນຕິດຕໍ່ກັນ 4-5 ມື້.

5.ການໃຊ້ໝາກພ້າວອ່ອນແກ້ອາການທ້ອງເສຍຫຼືຖອກທ້ອງ
-ເທັກນິກແລະວິທີເຮັດ :ນຳໝາກພ້າວອ່ອນທີ່ຍັງບໍ່ມີເນື້ອຜ່ີາເປັນຕ່ອນໂດຍປອກເປືອກສີຂຽວອອກແລ້ວນຳມາແຊ້ນ້ຳເກືອໃນອັດຕາສ່ວນໝາກພ້າວ 1 ໜ່ວຍ ຕໍ່ ເກືອ 100 ກ ແຊ້ໄວ້ປະມານ 1 ອາທິດ.
-ການນຳໃຊ້ :ນຳມາປ້ອນໃຫ້ແບ້ກິນ 2-3ຕ່ອນ ອາທິດລະ 2 ເທື້ອ

6.ສະໝູນໄພຮັກສາແບ້ເຈັບປ່ວຍມີນ້ຳມູກໄຫຼ
-ເທັກນິກແລະວິທີເຮັດ :ໂດຍນຳສ່ວນປະສົມທັງໝົດມາຕຳໃຫ້ລະອຽດຈາກນັ້ນນຳມາໃສປາກແລ້ວພູ້ໃສຈະມຸກແບ້ມື້ລະເທື່ອ
-ການນຳໃຊ້ :ໃຊ້ກັບແບ້ທຸກອາຍຸທຸກເພດທຸກໄວ
ທີ່ມາ : ກະເສດຮອບຮູ້
Discussion about this post