ໃນວັນທີ 24 ມິຖຸນາ 2021 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງພິທີປະກາດ ໃຫ້ນາຍທະຫານທີ່ຂື້ນກັບກົມໃຫຍ່ພະລາທິການກອງທັບ ພັກການເພື່ອກຽມຮັບບຳນານ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍພົນຕີ ຄຳເພັດ ສີຊານົນ, ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະກົມ, ຄະນະພັກ-ຄະນະບັນຊາກົມກອງຮາກຖານ ພ້ອມດ້ວຍນາຍທະຫານພັກການເພື່ອກຽມຮັບບຳນານເຂົ້າຮ່ວມ. ສະຫາຍພັນໂທ ທອງອ້ວນ ຄຳວັນທອງ, ຮອງຫົວໜ້າຫ້ອງການເມືອງ, ກົມໃຫຍ່ພະລາທິການກອງທັບ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກົມໃຫຍ່ພະລາທິການກອງທັບ ພັກການເພື່ອກຽມຮັບບຳນານ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ໃນພານທີ lll ໝວດທີ 1 ມາດຕາ 33 ວ່າດ້ວຍອາຍຸກະສຽນຮັບບຳນານຂອງນາຍທະຫານ.

ອີງຕາມຄຳສະເໜີຂອງກົມໃຫຍ່ພະລາທິການກອງທັບ ສະບັບເລກທີ 2080 ລົງວັນທີ 31 ມີນາ 2021. ອີງຕາມການສະເໜີຂອງກົມໃຫຍ່ການເມືອງກອງທັບ, ກະຊວງປ້ອງກັນປະເທດຕົກລົງ ອະນຸຍາດໃຫ້ນາຍທະຫານພັກການເພື່ອກຽມຮັບບຳນານຄື: ສະຫາຍພັນໂທ ນາງ ນູວຽງ ຊຽງສະຫວັນ, ຫົວໜ້າການເມືອງ ສະຖາບັນການຢາ-ການແພດພື້ນເມືອງ, ສະຫາຍ ພັນໂທ ອຸ່ນ ປັນຍາແກ້ວ, ຫົວໜ້າການເມືອງ ໂຮງງານຕັດຫຍິບເລກ 1 ກອງທັບ, ສະຫາຍພັນໂທ ໄຊຍະສອນ ສຸທຳມະວົງ, ຫົວການເມືອງກອງສາງຢາ ແລະ ອຸປະກອນການແພດ, ສະຫາຍພັນໂທ ບຸນກອງ ບຸດທະວົງ, ຫົວໜ້າການທະຫານ ອົງການຮັບສົ່ງລາວ-ຈີນ, ສະຫາຍພັນໂທ ບຸນຮົງ ກີບກິ່ງແກ້ວ, ຮອງຮັບຜິດຊອບວຽກງານພະລາທິ ການ-ເຕັກນິກ, ຫົວໜ້າພະແນກພະລາທິການ-ເຕັກນິກ, ໂຮງໝໍບໍລິເວນ 106, ສະຫາຍ ພັນໂທ ສີປະເສີດ ບຸດຕະວົງ, ຫົວໜ້າພະແນກບໍລິຫານ, ກອງຜະລິດກະສິກຳເລກ 2 ກອງທັບ, ສະຫາຍພັນໂທ ກອງມາ ລິນຊົມພູ, ຫົວໜ້າພະແນກບໍລິຫານ, ບໍລິສັດນ້ຳມັນເຊື້ອໄຟວຽງຈັນ, ສະຫາຍພັນໂທ ສົມບູນ ສີພອນໄຊ, ຫົວໜ້າພະແນກຂົນສົ່ງລົດສະແຕັກ, ບໍລິສັດນ້ຳມັນເຊື້ອໄຟວຽງຈັນ, ສະຫາຍພັນໂທ ໄມຈັນ ຈັນທະວົງ, ຮອງພະແນກຂົນສົ່ງລົດສະແຕັກ, ບໍລິສັດນ້ຳມັນເຊື້ອໄຟວຽງຈັນ ແລະ ສະຫາຍຮ້ອຍເອກ ສີວັນທອງ ຂັບລົດສະແຕັກ, ບໍລິສັດນ້ຳມັນເຊື້ອໄຟວຽງຈັນ.

ໂອກາດນີ້ ສະຫາຍ ພົນຕີ ຄຳເພັດ ສີຊານົນ ກໍ່ໄດ້ໂອ້ລົມຕໍ່ພິທີ ເຊິ່ງສະຫາຍໄດ້ສະແດງຄວາຍຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ໃນຕະຫຼອດໄລຍະຂອງການປະຕິບັດໜ້າທີ່ວຽກງານ ໃນຖັນແຖວກອງທັບ, ເວົ້າລວມ, ເວົ້າສະເພາະ ແມ່ນການປະສ່ວນສະຕິປັນຍາ, ເຫື່ອແຮງອັນສຳຄັນເຂົ້າໃນການພັດທະນາ, ປັບປຸງກໍ່ສ້າງກອງທັບ ກໍ່ຄືການຈັດຕັ້ງປະຕິບັດວຽກງານພະລາທິການໃນກອງທັບ ໄດ້ມີຄວາມກ້າວໜ້າທັນສະໄໝ, ຮັບປະກັນໄດ້ທາງດ້ານວຽກງານວິຊາສະເພາະ, ໜ້າທີ່ການເມືອງຂອງກົມກອງຢ່າງມີຜົນສຳເລັດ, ມັນເປັນການສ້າງມູນເຊື້ອອັນດີງາມ ແລະ ຜົນງານອັນໂດດເດັ່ນ ໃຫ້ກັບພະນັກງານຮຸ່ນສືບທອດໄດ້ສຶກສາຄົ້ນຄ້ວາຮ່ຳຮຽນ ແລະ ເສີບຂະຫຍາຍອອກໃຫ້ກ້ວາງຂວາງ, ພ້ອມນີ້ກໍ່ໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບພັກການເພື່ອກຽມຮັບບຳນານຄັ້ງນີ້ ຈົ່ງຍົກສູງສະຕິຄວາມເປັນເຈົ້າການ ຕໍ່ກັບແບບແຜນ, ການດຳລົງຊີວິດທີ່ປອດໃສຂາວສະອາດ, ເພີ່ມທະວີຄວາມເປັນແບບຢ່າງນຳໜ້າໃນທຸກດ້ານ ໃຫ້ແກ່ພະນັກງານຮຸ່ນສືບທອດໄດ້ຮຽນຮູ້ ແລະ ຕັ້ງໜ້າພັດທະນາຄອບຄົວ, ຂັ້ນເມືອງ ແລະ ຂັ້ນບ້ານທີ່ຢູ່ອາໃສໃຫ້ຈະເລີນຮຸ່ງເຮືອງກ້າວໜ້າຂື້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ຄຳໄພວັນ
Discussion about this post