ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 1, ເດືອນກຸມພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ

Staff by Staff
ເດືອນມີນາ 24, 2021
in ຂ່າວຕ່າງປະເທດ
0
Home ຂ່າວຕ່າງປະເທດ

ລັດຖະບານ ສ ເກົາຫລີ ຊ່ວຍເຫລືອ ເຂົ້າ 1.320 ໂຕນ ໃຫ້ ສປປ ລາວ

ຂປລ. ໃນວັນທີ 23 ມິຖຸນາ 2021 ທີ່ນະຄອນຫລວງວຽງຈັນ, ລັດຖະບານ ແຫ່ງ ສາທາ ລະນະລັດ ເກົາຫລີ ໄດ້ນຳເອົາເຂົ້າສານຈ້າວ ຈຳນວນ 1.320 ໂຕນ ມູນຄ່າປະມານ 1,26 ລ້ານໂດລາສະຫະລັດ ມອບໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫລືອຊຸມຊົນຜູ້ທີ່ໄດ້ຮັບຜົນກະທົບ ຈາກໄພພິ ບັດທໍາມະຊາດ ທີ່ເກີດຂຶ້ນ ໃນ ສປປ ລາວ, ໂດຍຜ່ານອົງການອາຫານໂລກ. ທັງນີ້, ກໍເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຄະນະບໍລິຫານໄພພິບັດໃນລະດັບຊາດ ແລະ ທ້ອງຖິ່ນ ໃນວຽກງານແຈກຢາຍອາຫານສຸກເສີນ, ເຊິ່ງລວມທັງການກໍານົດເປົ້າໝາຍ ບັນດາຜູ້ທີ່ຈະໄດ້ຮັບຜົນປະໂຫຍດ, ລະບົບການ ແຈກຢາຍອາຫານ ລວມທັງລະບົບການຕິດຕາມນຳອີກ.

ທ່ານ ຢານ ເດລບາເຣີ ຜູ້ຕາງໜ້າອົງການອາຫານໂລກ ປະຈໍາລາວ ໄດ້ກ່າວວ່າ: ເຂົ້າຈໍານວນໜຶ່ງ ຈະໄດ້ນໍາໃຊ້ເປັນເຂົ້າສໍາຮອງ ລວມໃນຂັ້ນສູນກາງ ໃນກໍລະນີທີ່ເກີດມີໄພພິບັດ ທີ່ບໍ່ທັນໄດ້ຄາດຄິດ, ເຂົ້າສໍາຮອງເຫລົ່ານີ້ ຈະຖືກນໍາໃຊ້ໂດຍອົງການອາຫານໂລກ ເພື່ອຮັບປະກັນວ່າ ບັນດາເຂົ້າເຫລົ່ານີ້ຈະເປັນປະໂຫຍດ ໃຫ້ແກ່ປະຊາຊົນຜູ້ທີ່ຕ້ອງການຄວາມຊ່ວຍເຫລືອຫລາຍທີ່ສຸດ ແລະ ສໍາລັບສ່ວນທີ່ເຫລືອຂອງເຂົ້າຈຳນວນໜຶ່ງ ແມ່ນຈະຖືກນໍາໃຊ້ເຂົ້າໃນກິດຈະກໍາຄວາມໝັ້ນຄົງທາງດ້ານສະບຽງອາຫານອື່ນໆ ຂອງອົງການອາຫານໂລກ ເປັນຕົ້ນ ເປັນເຂົ້າສໍາຮອງໃຫ້ແກ່ຊຸມຊົນໃນພື້ນທີ່ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ທາງທໍາມະຊາດເປັນປະຈໍາ. ບັນດາເຂົ້າສໍາຮອງເຫລົ່ານີ້, ຈະເຮັດໜ້າທີ່ເປັນເຂົ້າສໍາຮອງຢູ່ໃນສາງເວລາສຸກເສີນ ແລະ ເກັບຮັກສາໄວ້ສໍາລັບເວລາທີ່ຂາດແຄນອາຫານ ໃນໄລຍະເວລາທີ່ຍັງບໍ່ມີຜົນຜະລິດ ແລະ ເຮັດໃຫ້ຊຸມຊົນສາມາດຊ່ວຍໂຕເອງໄດ້ ຈາກຄວາມຕ້ອງການເບື້ອງຕົ້ນ, ເຊິ່ງປະຊາຊົນ ສາມາດທົດແທນຄືນຈໍານວນທີ່ຢືມ ຕາມດອກເບ້ຍທີ່ໄດ້ຕົກລົງໄວ້ ຫລັງຈາກທີ່ພວກເຂົາໄດ້ຜົນເກັບກ່ຽວ.ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ໄດ້ໃຫ້ຮູ້ວ່າ: ໃນປີ 2018

ລັດຖະບານ ສ.ເກົາຫລີ ກໍໄດ້ໃຫ້ການຊ່ວຍເຫລືອເຂົ້າກິນ ຜ່ານຄັງແຮເຂົ້າອາຊຽນບວກສາມ ຈໍານວນ 1.000 ໂຕນ ແລະ ປີ 2021 ຍັງຈະສືບຕໍ່ໃຫ້ການຊ່ວຍເຫລືອຜ່ານຄັງແຮເຂົ້າອາຊຽນຕື່ມອີກ ຈໍານວນ 700 ໂຕນ. ເຊັ່ນດຽວໃນຄັ້ງນີ້, ໄດ້ໃຫ້ການຊ່ວຍເຫລືອເຂົ້າກິນ ຈຳນວນ 1.320 ໂຕນ, ເຊິ່ງຄິດເປັນມູນຄ່າປະມານຫລາຍລ້ານໂດລາສະຫະລັດ ໂດຍຜ່ານກິດຈະກຳການຊ່ວຍເຫລືອສົງເຄາະ ແລະ ຟື້ນຟູໂຄ່ງລ່າງການຜະລິດ ຕິດພັນກັບການຄໍ້າປະກັນດ້ານສະບຽງອາຫານ, ໂດຍຈະມີຜູ້ໄດ້ຮັບຜົນປະໂຫຍດປະມານ 55.000 ຄົນ.

ທ່ານ ມູຮົງ ອິມ ເອກອັກຄະລັດຖະທູດ ແຫ່ງ ສ.ເກົາຫລີ ກ່າວວ່າ: ການຊ່ວຍເຫລືອດັ່ງກ່າວ,ແມ່ນເປັນປະໂຫຍດຫລາຍ ເພື່ອສ້າງຄັງເຂົ້າສໍາຮອງໃຫ້ມີຄວາມກຽມພ້ອມ ແລະ ເຂົ້າເຖິງໄດ້, ກັບໄພນໍ້າຖ້ວມທີ່ກໍາລັງເກີດຂຶ້ນທີ່ພວກເຮົາໄດ້ເຫັນນໍາກັນອີກ. ພວກເຮົາຂໍຂອບໃຈ ນໍາບັນດາເຈົ້າໜ້າທີ່ ເພື່ອຮັບປະກັນວ່າ ເຂົ້າຈາກການຊ່ວຍເຫລືອແມ່ນໄດ້ໄປເຖິງບັນດາຜູ້ທີ່ມີຄວາມຕ້ອງການຫລາຍທີ່ສຸດ.

ShareTweetShare
Next Post
🔥 ສປປ ລາວ ມີໂຄຕ້າທີ່ຈະໄດ້ຮັບວັກຊິນທັງໝົດ 6.606.084 ໂດສ໌ !

🔥 ສປປ ລາວ ມີໂຄຕ້າທີ່ຈະໄດ້ຮັບວັກຊິນທັງໝົດ 6.606.084 ໂດສ໌ !

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ກົມກົງສູນ ແຈ້ງໃຫ້ປະຊາຊົນສາມາດ ຍື່ນຄຳຮ້ອງຂໍໜັງສືຜ່ານແດນ ຢູ່ 6 ແຂວງດ່ັ່ງນີ້:

    0 shares
    Share 0 Tweet 0
  • ບໍລິສັດ ລົດໄຟລາວ-ຈີນ ສະເໜີລັດຖະບານ ຮັບເງິນຄ່າປີ້ລົດໄຟ, ຂົນສົ່ງ ແລະ ຄ່າທໍານຽມຕ່າງໆເປັນເງິນຕາຕ່າງປະເທດ

    0 shares
    Share 0 Tweet 0
  • ດ່ວນ!!! ພົບສົບແລ້ວ ແຕ່ໄຮ້ປະຕິຫານ ອິນແຕ່ງ ແກ້ວບົວລາ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ແຈ້ງການສາເຫດ ຢຸດການປະຕິບັດຖ້ຽວບິນ ວຽງຈັນ-ອຸດົມໄຊ-ວຽງຈັນ
  • ຈັບເປົ້າໝາຍ ສົ່ງຢາເຂົ້າເມືອງປາກງື່ມ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...