ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນສຸກ 17, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ປກສ ນະຄອນໄກສອນ ພົມວິຫານ ມອບລົດຈັກ 8 ຄັນ ທີ່ຖືກລັກໄປມອບຄືນເຈົ້າຂອງເດີມ

Staff by Staff
ເດືອນມີນາ 23, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ໃນວັນ 21 ມີຖຸນາ 2021ນີ້,ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ນໍາເອົາລົດຈັກເວັບ100 ຈໍານວນ 8ຄັນ ທີ່ເກັບກູ້ໄດ້ຈາກຄະດີລັກຊັບພົນລະເມືອງມອບໃຫ້ເຈົ້າຂອງ ກ່າວມອບໂດຍ ພັຕ ພອນໄຊ ກຸນນຸວົງ ຮອງພະແນກຕຳຫຼວດ,ຜູ້ຊີ້ນຳວຽກງານສຶບສວນ-ສອບສວນ.ພັຕ ພອນໄຊ ກຸນນຸວົງ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາໄດ້ມີເຫດການຄົນຮ້າຍໄດ້ເຄື່ອນໄຫວກໍ່ເຫດປຸ້ນຊັບ,ຊີງຊັບແລະລັກຊັບພົນລະເມືອງ(ລັກລົດຈັກ)ຢູ່ພາຍໃນນະຄອນ ໄກສອນ ພົມວິຫານ ເຮັດໃຫ້ເກີດ.

ຜົນເສຍຫາຍຕໍ່ຊັບສິນຂອງປະຊາຊົນ ຈາກນັ້ນ,ເຈົ້າໜ້າທີ່ ປກສ ນະຄອນ ກໍໄດ້ລົງເກັບຂໍ້ມູນຫຼັກຖານໃນສະຖານເປົ້າໜາຍທີ່ເກີດເຫດ, ມາວັນທີ 18 ພຶດສະພາ 2021ໃນເວລາ 17ໂມງ ເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງໄດ້ກັກຕົວ ທ້າວ ພອນສະຫວັນ ຫຼື ອ້າຍ ອາຍຸ 35 ປີ ອາຊີບ ວ່າງງານ ບ້ານ ໄຊຍະພູມ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ.

ເຊິ່ງຜ່ານການສືບສວນ-ສອບສວນ ທ້າວ ພອນສະຫວັນ ຫຼື ອ້າຍ ສາລະພາບວ່າ: ໄດ້ເຄື່ອນໄຫວກໍ່ເຫດກະທຳຜິດຢູ່ພາຍໃນນະຄອນ ໄກສອນ ພົມວິຫານ ມີທັງໜົດຈຳນວນ29 ເຫດການຄື:ປຸ້ນຊັບ01ຄັ້ງ,ຊີ້ງຊັບ03ຄັ້ງ,ສໍ້ໂກງຊັບ01ແລະ ລັກຊັບຜົນລະເມືອງ24ຄັ້ງ ໃນນັ້ນໄດ້ລັກລົດຈັກ23ຄັ້ງ ເຊີ່ງຜູ້ກ່ຽວໄດ້ໃຊ້ມີດຈີ້ນາບຂູ່ປຸ້ນເອົາຊັບສິນຂອງສິນຂອງຜູ້ເສຍຫາຍຢູ່ຫ້ອງເຊົ່າຫຼັກ08ບ້ານ ອຸດົມວິໄລ ນະຄອນ ໄກສອນ ພົມວິຫານ,ໄດ້ຊີງຊັບດຶງກະເປົ໋າ ສອງແມ່ລູກຈົນເຮັດໃຫ້ລົດລົ້ມຢູ່ໜ້າພັດທະຄານ

ຮຸ່ງທິບບ້ານທ່າເມືອງ,ໄດ້ຮ່ວມກັບທ້າວ ວິຊຸນ ຫຼື ຕຸກ ຊີງຊັບ ໄດ້ດຶງເອົາກະເປົ໋າ ຢູ່ຮ້ານອາຫານໂຊກໄຊ ບ້ານ ໂພນສະຫວ່າງໃຕ້ ແລະດຶງເອົາເປົ໋າຢູ່ຮ້ານ ເຊີ້ ບ້ານ ໂນນສະຫວາດ ນະຄອນ ໄກສອນ ພົມວິຫານ,ໄດ້ສໍ້ໂກງຊັບໂດຍໃຊ້ຮູບການຕົວຢືມເອົາລົດຈັກ01ຄັນ ແລ້ວເອົາໄປຂາຍເລີຍ,ໄດ້ເຂົ້າໄປລັກນ໋ອດບຸກຂອງຄູບາຢູ່ກຸດຕິພາຍໃນວັດໃຫຍ່ໄຊຍະພູມ01ຄັ້ງ,ເຊິ່ງຜູ້ກ່ຽວແມ່ນໄດ້ເຄື່ອນໄຫວໂດຍການເລາະຫາລັກລົດຈັກໄດ້ທັງໜົດ23ຄັ້ງແລະຜົນເສຍຫາຍລົດຈັກຈຳນວນ23ຄັນ,ຊຶ່ງໄດ້ຮ່ວມກັບເມຍຊື່ ນາງ ກຸ້ງ ໄປລັກລົດຈັກຈຳນວນ02ຄັນອີກ.

ມາຮອດວັນທີ 2 ມີຖຸນາ 2021, ເຈົ້າໜ້າທີ່ ປກສ ນະຄອນ ໄກສອນ ພົມວິຫານ ໄດ້ປະສານສົມທົບກັບທຸກພາກສວນໄຕນຳລົດຈັກທີ່ທ້າວ ພອນສະຫວັນ ຫຼື ອ້າຍ ໄດ້ນຳໄປຂາຍມີຈຳນວນ 19 ຄັນ,ໄດ້ເຄື່ອງຂອງກາງລົດ ເກັບກູ້ຄືນມາໄດ້ຈຳນວນ08 ຄັນ ແລະທາງເຈົ້າໜ້າທີ່ ປກສ ນະຄອນ ຈຶ່ງໄດ້ກວດກາ ແລະໄດ້ມອບລົດຈັກຄືນຈຳນວນໜຶ່ງໃຫ້ເຈົ້າຂອງເດີມ.

ເຊິ່ງສ່ວນຜູ້ກະທຳຜິດແມ່ນຈະໄດ້ດຳເນີນຄະດີຕາມລະບຽບກົດໜາຍ ແລະສ່ວນພະຫະນະທີ່ຍັງເຫຼືອແມ່ນຈະໄດ້ສືບຕໍ່ໄຕນຳເກັບກູ້ຄືນເພື່ອສົ່ງຄືນໃຫ້ເຈົ້າຊັບຕໍ່ໄປ ໃນໂອກາດນີ້,ພັຕ ພອນໄຊ ກຸນນຸວົງ ໄດ້ຮຽກຮ້ອງມາຍັງປະຊາຊົນ, ຊາວຄ້າຂາຍ ,ນັກ ຮຽນ-ນັກສຶກສາ ແລະ ຜູ້ປະກອບການຕ່າງໆ ໃຫ້ມີສະຕິວັງຕົວໃນການຮັກສາຊັບສິນຂອງຕົນ ເປັນຕົ້ນ ແມ່ນ ລົດຈັກ ໃຫ້ຈອດໄວ້ບ່ອນທີ່ມີຄວາມປອດໄພ; ພ້ອມທັງເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນເຫດການບໍ່ດີ ໃຫ້ຮີບຮ້ອນລາຍງານຕໍ່ເຈົ້າໜ້າທີ່ ເພື່ອແກ້ໄຂເຫດການໃຫ້ທັນເວລາ.

ShareTweetShare
Next Post
12 ວິທີເພິ່ມ IQ ໃຫ້ລູກສະຫຼາດ ໄດ້ຕັ້ງແຕ່ຢູ່ໃນທ້ອງ.

12 ວິທີເພິ່ມ IQ ໃຫ້ລູກສະຫຼາດ ໄດ້ຕັ້ງແຕ່ຢູ່ໃນທ້ອງ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ຈັງແມ່ນດວງເຮັ່ງແທ້ເດ ຊື້ເລກສຸມ 10 ພັນກີບ ຖືກເລກ 6ໂຕ ຮັບ400ລ້ານກີບ.

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...