ເຊົາສູບຢາໄດ້ດ້ວຍການຫຍ້ຳໝາກນາວມີການວິໄຈຄົ້ນພົບວ່າ ໃນວິຕາມິນຊີຈະມີສານທີ່ຊ່ວຍຫຼຸດຄວາມຢາກຂອງນິໂຄຕິນໄດ້ ແລະ ຊ່ວຍຟື້ນຟູຮ່າງກາຍທີ່ຊຸດໂຊມໃຫ້ສົດຊື່ນມີຊີວິດຊີວາ ຈຶ່ງມີການນຳໃຊ້ເພື່ອຊ່ວຍເລີກ ສູ ບຢ າ ໂດຍເທັກນິກການກິນຫມາກໄມ້ລົດສົ້ມ ທີ່ມີວິຕາມິນຊີສູງ ໂດຍສະເພາະໝາກນາວ ພົບວ່າ ເມື່ອນຳໄປໃຊ້ແລ້ວມີປະສິດທິພາບໄດ້ຜົນດີີຫຼາຍ.

ເນື່ອງຈາກໝາກນາວມີຜົນຕໍ່ການເຮັດວຽກງານຂອງຕ່ອມຮັບລົດຂົມ ເຮັດໃຫ້ລົດຊາດຂອງຢ າ ສູ ບ ປ່ຽນໄປເຮັດໃຫ້ສູບລົດຢາສູບບໍ່ແຊບ ຂົມ, ເຝື່ອນ, ຈົນບໍ່ຢາກສູບອີກສ່ວນໃຫຍ່ຈະສາມາດເລີກ ສູ ບ ຢ າໄດ້ພາຍ ໃນ 2 ອາທິດ ແລະ ບໍ່ຢາກສູ ບອີກ.

ໃນມື້ນີ້ເຮົາຈະມາສະເໜີວິທີການ ດັ່ງນີ້: ຫັນໝາກນາວເປັນຊິ້ນນ້ອຍໆໃຫ້ມີເປືອກຕິດມາດ້ວຍ ຂະໜາດເທົ່າຫົວໂປ້ມື້ ຫລື ພໍດີຄຳ.

ເມື່ອມີຄວາມຮູ້ສຶກຢາກ ສູ ບຢ າ ໃຫ້ກິນໝາກນາວທີ່ຫັນໄວ້ ໂດຍອົມແລ້ວຄ່ອຍດູດຄວາມສົ້ມ ຈາກນັ້ນຫຍ້ຳເປືອກຢ່າງຊ້າໆ ດົນ 3-5 ນາທີ.
ດື່ມນ້ຳ 1 ກືກືນ . ຫຼັງຈາກທີ່ໄດ້ອ່ານກັນແລ້ວ ໃຜທີ່ຕ້ອງການເລີກ ສູ ບ ຢ າກໍລອງນຳວິທີການດ້ານເທິງໄປເຮັດຕາມໄດ້ ແຕ່ຂອງທຸກຢ່າງກໍຢູ່ທີ່ໃຈຂອງຜູ້ຕ້ອງການເລີກ ດັ່ງນັ້ນ ໃຈຂອງເຈົ້າຕ້ອງການທີ່ຈະເລີກແທ້ໆດ້ວຍ ເຖິງຈະເປັນຜົນສຳເລັດ.

Discussion about this post