ວັນທີ 17 ມິຖຸນານີ້ ອົງການອະນາໄມໂລກປະກາດ ວ່າ ພົບເຊື້ອໂຄວິດ-19 ກາຍພັນສາຍພັນໃໝ່ ‘ແລມດາ’ (Lampda) ໃນ 29 ປະເທດ ໂດຍ ສະເພາະທະວີບ ອາເມລິກາໃຕ້ ໂດຍເຊື່ອວ່າເປັນ ຕົ້ນກໍາເນີດຂອງເຊື້ອໄວຣັສສາຍພັນນີ້.

ອົງການອະນາໄມໂລກເປີດເຜີຍລາຍງານປະຈຳ ອາທິດລະບຸວ່າ: ພະຍາດໂຄວິດ-19 ສາຍພັນ ແລມດາ(Lampda) ທີ່ພົບເຫັນຄັ້ງທຳອິດໃນ ປະເທດ ເປຣູ ຊຶ່ງເປັນສາຍພັນທີ່ໜ້າສົນໃຈ ເນື່ອງ ຈາກວ່າພົບການຕິດເຊື້ອທີ່ເພີ່ມຫຼາຍຂຶ້ນໃນ ທະວີບອາເມລິກາໃຕ້ ໂດຍໃນປະເທດ ເປຣູ ພົບຜູ້ ຕິດໂຄວິດ-19 ສາຍພັນນີ້ສູງເຖິງ 81% ນັບຕັ້ງແຕ່ ເດືອນເມສາ ເປັນຕົ້ນມາ ຂະນະດຽວ ໃນປະເທດ ຊີລີ ກວດພົບສາຍພັນດັ່ງກ່າວເຖິງ 32% ໃນຊ່ວງ 60 ວັນທີ່ຜ່ານມາ ຊຶ່ງພົບຈຳນວນຜູ້ຕິດເຊື້ອໜ້ອຍ ກວ່າຜູ້ຕິດເຊື້ອສາຍພັນ ແກມມາ ທີ່ພົບຄັ້ງທຳອິດ ໃນ ບຣາຊີລ ຂະນະທີ່ປະເທດອື່ນໆເຊັ່ນ: ອາເຈນຕີ ນາ ແລະ ເອກວາດໍ ພົບການລະບາດຂອງສາຍພັນ ນີ້ເພີ່ມຂຶ້ນເຊັ່ນກັນ.


Discussion about this post