ຜູ້ຕິດເຊື້ອໃໝ່ ໃນນະຄອນຫລວງວຽງຈັນ 7 ຄົນ ຈັດຢູ່ໃນ 3 ກຸ່ມ ແລະ ບໍ່ຮູ້ທີ່ມາ 1 ຄົນ
• ກຸ່ມທີ1: ມີ 3 ຄົນແມ່ນຈາກບ້ານສີໄຄທົ່ງ, ອາຊີບ ແປພາສາ ແລະ ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ, ໄດ້ຖືກຈຳກັດບໍລິເວນທີ່ຄະນະສະເພາະກິດກຳນົດໄວ້
• ກຸ່ມທີ2: ມີ 1 ຄົນແມ່ນຈາກບ້ານໜອງດ້ວງໃຕ້ ເປັນກຸ່ມດຽວກັບຜູ້ຕິດເຊື້ອ ບ້ານ ເກົ້າລ້ຽວ
• ກຸ່ມທີ3: ມີ 1 ຄົນແມ່ນຈາກກຸ່ມຜູ້ຕິດເຊື້ອຈາກໂຮງໝໍ 5 ເມສາ
• 1 ຄົນ ແມ່ນຍັງບໍ່ທັນຮູ້ແຫຼ່ງຕິດເຊື້ອເທື່ອ ເຊິ່ງທີມງານສອບສວນ ກຳລັງລົງສອບຖາມປະຫວັດຢ່າງລະອຽດ ແລະ ຈະຖະແຫຼງໃນພາຍຫຼັງ.
• 1 ຄົນ ແມ່ນ ຈາກ ບ້ານເວີນແທ່ນ, ເມືອງ ໄຊທານີ ທີມງານກຳລັງຕິດຕໍ່ເພື່ອສອບຖາມເອົາຂໍ້ມູນລາຍລະອຽດ.

ຢ່າງໃດກໍ່ຕາມຂໍໃຫ້ພີ່ນ້ອງທຸກຄົນຈົງມີສະຕິລະວັງຕົວ ແລະ ມີມາດຕະການປ້ອງກັນໂຄວິດ 19 ໃຫ້ເຂັ້ມງວດ

Discussion about this post