ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 18, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ກວດເບິ່ງ ສະຖານທີ່ໃຫ້ບໍລິການສັກວັກຊີນ ຟາຍເຊີ ແລະ ຊີໂນຟາມ ເຂັມ1 ຮອບໃໝ່ຢູ່ນະຄອນຫຼວງວຽງຈັນ

Staff by Staff
ເດືອນມີນາ 13, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ທ່ານ ດຣ. ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກະຊວງສາທາລະນະສຸກ ກ່າວໃນພິທີຖະແຫຼງຂ່າວປະຈຳວັນຂອງຄະນະສະເພາະກິດເພືອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ປະຈໍາວັນທີ 12 ມິຖຸນາ 2021 ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານການໃຫ້ວັກຊີນໃນຂອບເຂດທົ່ວປະເທດ ມາຮອດປັດຈຸບັນສັກເຂັມທີ 1 ແລ້ວ 712.793 ເຂັມ ກວມ 9,71%; ສັກເຂັມ 2 ໄດ້ 385.921 ເຂັມ ກວມ 5,26%.

ທ່ານ ດຣ. ພອນປະເສີດ ອຸນາພົມ ໃຫ້ຮູ້ຕື່ມວ່າ: ດ້ານການກະກຽມໃຫ້ວັກຊີນຟາຍເຊີ້ Pfizer ປັດຈຸບັນອຳນາດການປົກຄອງຂັ້ນບ້ານຢູ່ນະຄອນຫຼວງວຽງຈັນ ໄດ້ມີການລົງເກັບກຳເປົ້າໝາຍ ໂດຍສະເພາະກຸ່ມຜູ້ສູງອາຍຸ 60 ຂຶ້ນໄປຢູ່ໃນແຕ່ລະບ້ານ ໄດ້ກວມ 70-80% ແລ້ວ. ສະນັ້ນ, ການຈັດຕັ້ງປະຕິບັດວຽກຊີນຟາຍເຊີ້ເຂັມທີ 1 ຈະໄດ້ເລີ່ມຂຶ້ນໃນວັນທີ 15 ມິຖຸນາ ໂດຍໄດ້ກຳນົດສະຖານທີ່ບໍລິການສັກຄື:

1.ສະໂມສອນຫ້ອງວ່າການປົກຄອງ ເມືອງຈັນທະບູລີ , 2.ສະໂມສອນຫ້ອງວ່າການປົກຄອງເມືອງສີໂຄດຕະບອງ , 3.ໂຮງໝໍເມືອງໄຊເສດຖາ , 4.ໂຮງໝໍເມືອງສີສັດຕະນາກ , 5.ສະໂມສອນຫ້ອງວ່າການປົກຄອງເມືອງໄຊທານີ , 6.ໂຮງໝໍເມືອງຫາດຊາຍຟອງ, 7 ໂຮງໝໍເມືອງສັງທອງ ແລະ ໂຮງໝໍນ້ອຍປາກຕອນ, 8.ໂຮງໝໍເມືອງປາກງື່ມ , 9.ໂຮງໝໍເມືອງນາຊາຍທອງ.

ນອກນັ້ນໃນວັນທີ 15 ມິຖຸນານີ້ ກໍຈະໄດ້ມີການສັກວັກຊີນຊີໂນຟາມ ຮອບທີ 2 ເຂັມ 1 ເຊັ່ນກັນຕາມຈຸດບໍລິການເຊັ່ນ: 1.ສະມາຄົມຈີນ ເມືອງຈັນທະບູລີ 2.ໂຮງໝໍເມືອງສີໂຄດຕະບອງ, ມໍຕົ້ນ ສີໄຄ , 3.ມສ ມິດຕະພາບລາວ-ຫວຽດ ເມືອງໄຊເສດຖາ , 4.ສະໜາມກິລາໃນຮົ່ມບຶງຂະຫຍອງ ເມືອງສີສັດຕະນາກ 5.ໂຮງໝໍເມືອງໄຊທານີ , 6.ໂຮງໝໍເມືອງຫາດຊາຍຟອງ , 7 ຫ້ອງການສາທາລະນະສຸກເມືອງສັງທອງ , 8.ໂຮງໝໍເມືອງປາກງື່ມ , 9. ໂຮງໝໍນ້ອຍອີ່ໄລ, ໂຮງໝໍນ້ອຍບ້ານບົວ ເມືອງນາຊາຍທອງ

ShareTweetShare
Next Post
ແຈ້ງຂ່າວ ເສົ້າໃຈ ຂໍສະແດງຄວາມເສຍນຳເດີ

ແຈ້ງຂ່າວ ເສົ້າໃຈ ຂໍສະແດງຄວາມເສຍນຳເດີ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ນ້ອງ ບົ້ງກື ໄດ້ບໍ່! ປະກາດຕາມຫາ ນາງບົ້ງກີ ອູມພູທອນ ຫາຍໂຕໄປ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ດ່ວນໆ ສາວພອນກິນຢາປິດຊີບຕົນເອງ ໃຜຢູ່ໃກ້ລາວພາໄປໂຮງໝໍດ່ວນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ວິກິດໜັກ ລ່າສຸດ ລັດຖະບານ ສີລັງກາປະກາດ ບໍ່ມີນ້ຳມັນຂາຍແລ້ວ
  • ຂ່າວດ່ວນ ແຈ້ງປັບຂຶ້ນລາຄາ ນ້ຳມັນທົ່ວປະເທດ
  • ດ່ວນ..! ລົດ ອະນຸສິດຂົນສົ່ງ ເສຍຫລັກ​ປີ້ນ​
  • ເລັ່ງຈັດສັນລັດໃຫ້ສອດຄ່ອງ ຫັນໃຊ້ລົດໄຟຟ້າ ແລະ ຍົກເລີກລົດປະຈຳຕຳແໜ່ງຂັ້ນກົມລົງມາ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...