ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນຈັນ 29, ເດືອນພຶດສະພາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ເຈົ້າໜ້າທີ່ຈັບໂຕຍິງສາວ 6 ຄົນຫຼີ້ນພະນັນ (ກຸ້ງໄກ່) ໃນສວນ ນຳມາຕັກເຕືອນ ແລະ ເຮັດບົດບັນທຶກ.

Staff by Staff
ເດືອນມີນາ 12, 2021
in ທົ່ວໄປ
0
Home ທົ່ວໄປ

ໃນເວລາ 15:00 ໂມງຂອງວັນທີ 10 ມິຖຸນາ 2021, ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ໄຊສົມບູນ ໄດ້ຮັບແຈ້ງຄວາມຈາກປະຊາຊົນ ວ່າມີກຸ່ມຄົນຈໍານວນໜຶ່ງພາກັນມົ້ວສຸມຫຼິ້ນການພະນັນ ( ຫຼິ້ນກຸ້ງໄກ່ ) ຢູ່ເຂດບ້ານນາຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ເຈົ້າໜ້າທີ່ ສ.ນ 1191 ຈຶ່ງໄດ້ສົມທົບກັບ ປກສ ກຸ່ມຫ້ວຍຈຽມ ແລະ ອໍານາດການປົກຄອງບ້ານນາຂາວ ລົງແກ້ໄຂການຫຼິ້ນການພະນັນ.

ຜ່ານການລົງກວດກາສະຖານທີ່ຕົວຈິງ ພົບເຫັນກຸ່ມມົ້ວສຸມຫຼິ້ນການພະນັນ ( ໝາກກຸ້ງໄກ່ ) ຢູ່ສວນຂອງ ນາງ ດົກ ອາຍຸ 32 ປີ ຢູ່ບ້ານນາຂາວ ເມືອງໄຊທານີ ນະຄອນຫຼວງວຽງຈັນ ທັງໝົດ 6 ຄົນ ( ຍິງໝົດ ).ຕໍ່ການກະທໍາດັ່ງກ່າວ, ແມ່ນເປັນການລະເມີດຄໍາສັ່ງ ເລກທີ 15/ນຍ, ແຈ້ງການ02/ຈນວ ແລະ ເປັນການກະທໍາທີ່ແຕະຕ້ອງສາຍພົວພັນ ສັງຄົມທີ່ປະມວນກົດໝາຍອາຍາ ກຳນົດໄວ້ໃນມາດຕາ 141 ການຫຼິ້ນການພະນັນທີ່ຕ້ອງຫ້າມ ແຕ່ຍ້ອນເປັນການກະທໍາຄັ້ງທໍາອິດເລັກນ້ອຍ, ເບົາບາງ ບໍ່ທັນສ້າງຜົນສະທ້ອນ ເປັນຜົນກະທົບຕໍ່ສັງຄົມ ຈຶ່ງໄດ້ສຶກສາອົບຮົມກ່າວເຕືອນ ແລະ ປະຕິບັດຕາມລະບຽບບໍລິຫານ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນບັນດາເຜົ່າ ເວົ້າສະເພາະຊາວ ນວ ໃຫ້ຢຸດຕິການກະທໍາທີ່ແຕະຕ້ອງກົດໝາຍ ແລະ ລະບຽບການກໍານົດໄວ້. ເພື່ອເປັນການປະກອບສ່ວນປະຕິບັດພັນທະຊ່ວຍກັນໃນການຄວບຄຸມ, ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຂໍໃຫ້ພ້ອມກັນປະຕິບັດພັນທະຂອງຕົນປະກອບສ່ວນເຂົ້າໃນວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ຖ້າຫາກພົບເຫັນການເຄື່ອນໄຫວທີ່ຜິດຕໍ່ກົດໝາຍ ແລະ ລະບຽບການ ອັນນໍາໄປສູ່ຄວາມບໍ່ສະຫງົບ ໃຫ້ຮີບຮ້ອນລາຍງານເຈົ້າໜ້າທີ່ ທີ່ຢູ່ໃກ້ທ່ານ ແລະ ສາມາດລາຍງານມາທາງເບີ WhatsApp 020 28899774 ຫຼື ແຈ້ງຜ່ານທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ.

Northern Times News

ShareTweetShare
Next Post
ລະດັບແມ່ນໍ້າ ເຊຈຳພອນ ຂຶ້ນສູງ ບໍລິເວນວັດແກ້ງກອກໃຫຍ່

ລະດັບແມ່ນໍ້າ ເຊຈຳພອນ ຂຶ້ນສູງ ບໍລິເວນວັດແກ້ງກອກໃຫຍ່

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ເຮັດແທ້ປົດ ຕຳຫລວດຊັ້ນພັນໂທ ຢູ່ ປກສ ສະຫວັນນະເຂດ ຖືກປົດອອກຈາກກຳລັງປ້ອງກັນຄວາມສະຫງົບ 5 ສະຫາຍ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເດືອດທົ່ວໂຊຊ່ຽວ! ສົງຄາມເນັດໄອດໍ້ ກຳລັງເລີ່ມ…

    14177 shares
    Share 14177 Tweet 0
  • ສຸດຍອດເລີຍ ຂົວແກ້ວຫວຽດນາມ ຍາວທີ່ສຸດໃນໂລກ ສ້າງສຳເລັດ ແລະ ເປີດໃຊ້ຢາງເປັນທາງການແລ້ວ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...