ຍິງທ່ານໜຶ່ງ ຊື່ວ່າ Gosiame Thamara Sithole ອາຍຸ 37 ປີ ຊາວອັບຟຣິກາໃຕ້ ໃຫ້ກຳເນີດລູກ 10 ຄົນໃນຄັ້ງດຽວ ເຊິ່ງເປັນການຖືພາຄັ້ງທີ່ສອງຂອງລາວ. ຖືພາຄັ້ງທຳອິດກໍແມ່ນແຝດ 2 ຄົນ ປັດຈຸບັນອາຍຸ 6 ປີ ເຊິ່ງລາວມີລູກທັງໝົດຕອນນີ້ 12 ຄົນ.
![](https://kkklao.com/wp-content/uploads/2021/06/Screenshot_2021-06-09-10-50-29-07-1024x712.jpg)
ຂໍ້ມູນໄດ້ຖືກເປີດເຜີຍໃນວັນທີ 8 ມິຖຸນາ 2021 ວ່າ ແຝດທັງ 10 ຄົນປະກອບໄດ້ດ້ວຍ ຊາຍ 7 ຄົນ, ຍິງ 3 ຄົນ ລາວບອອກວ່າ
![](https://kkklao.com/wp-content/uploads/2021/06/Screenshot_2021-06-09-10-50-20-77-1024x566.jpg)
ເປັນການຖືພາທີ່ເກີດຂຶ້ນໂດຍທຳມະຊາດ ເຊິ່ງຕອນທຳອິດແພດວິໄຈວ່າລາວຖືພາແຝດ 6 ຄົນເຊິ່ງເປັນການເບິ່ງຈາກການສະແກນກວດທັງ 2 ຄັ້ງ
![](https://kkklao.com/wp-content/uploads/2021/06/Screenshot_2021-06-09-10-50-13-70-1024x596.jpg)
ແຕ່ລາວກໍບໍ່ເຊື່ອ ແລະ ຄິດວ່າລູກແຝດໃນທ້ອງມີພຽງແຕ່ 2-3 ຄົນເທົ່ານັ້ນ, ແຕ່ເມື່ອເວລາຜ່ານໄປທ້ອງຂອງລາວກໍໄດ້ໃຫຍ່ຂຶ້ນເລື້ອຍໆ ລາວກໍເລີຍເຊື່ອ ເຮັດໃຫ້ນອນບໍ່ຫຼັບ ແລະ ເປັນຫ່ວງລູກໆໃນທ້ອງ ແຕ່ເມື່ອຮອດມື້ເກີດລູກກໍພົບວ່າມີເຖິງ 10 ຄົນດ້ວຍກັນ
![](https://kkklao.com/wp-content/uploads/2021/06/Screenshot_2021-06-09-10-50-05-75-1024x645.jpg)
ໂດຍເປັນການຜ່າເອົາລູກອອກ ເຊິ່ງລູກໆຕ້ອງຢູ່ໃນຄວາມດູແລຂອງແພດຢ່າງໜ້ອຍ 2 ເດືອນ.
ແຫຼ່ງຂ່າວ: World forum
Discussion about this post