ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 18, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

JDB ມອບເຂົ້າສານໜຽວ ມູນຄ່າ 100 ລ້ານກີບ ໃຫ້ກະຊວງສຶກສາທິການ ແລະ ກິລາ

Staff by Staff
ເດືອນມີນາ 4, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

JDB ມອບເຂົ້າສານໜຽວ ມູນຄ່າ 100 ລ້ານກີບ ໃຫ້ກະຊວງສຶກສາທິການ ແລະ ກິລາ​ (ສສກ)​ ເພື່ອຊ່ວຍເຫຼືອນັກສຶກສາທີ່ຕົກຄ້າງໃນຫໍພັກຢູ່ສະຖາບັນການສຶກສາຕ່າງ ທີ່ໄດ້ຮັບຜົນກະທົບ ຈາກໂຄວິດ-19.

ໃນຕອນເຊົ້າ ວັນທີ 3 ມິຖຸນາ 2021, ຢູ່ທີ່ກະຊວງສຶກສາທິການ ແລະ ກິລາ, ທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ ທະນາຄານຮ່ວມພັດທະນາ (JDB), ທ່ານ ຄໍາຊູ ຢ່າງ ຮອງຜູ້ອໍານວຍການໃຫຍ່ ພ້ອມດ້ວຍ ທ່ານ ປອ. ບົວວອນ ຈັນທະນີເລີດ ຫົວໜ້າຫ້ອງການທະນາຄານຮ່ວມພັດທະນາ ພ້ອມດ້ວຍຄະນະໄດ້ນໍາເອົາເຂົ້າສານໜຽວຈໍານວນ 15 ໂຕນ ແລະ ຜ້າອັດປາກ-ອັດດັງຈໍານວນນື່ງ ມູນຄ່າ 100 ລ້ານກວ່າກີບ ໄປມອບໃຫ້ກະຊວງສຶກສາທິການ ແລະ ກິລາ

ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ນັກສຶກສາທີ່ຕົກຄ້າງ ຢູ່ຫໍພັກຂອງບັນດາສະຖາບັນການສຶກສາຕ່າງໆ ໃນນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົນກະທົບ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19​ ເປັນກຽດກ່າວຮັບໂດຍ ທ່ານ ຮສ. ປອ. ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ​ ທ່ານ ນາງ ຂັນທະລີ ສິຣິພົງພັນ, ຮອງລັດຖະມົນຕີ ແລະ ບັນດາຫົວໜ້າກົມຕ່າງ ອ້ອມຂ້າງກະຊວງສຶກສາທິການ ແລະ ກິລາ ກໍໄດ້ເຂົ້າຮ່ວມຢ່າງພ້ອມພຽງ.​ ໂອກາດດັ່ງກ່າວ ທ່ານລັດຖະມົນຕີ​ ກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງປະທານສະພາບໍລິຫານທະນາຄານຮ່ວມພັດທະນາ ທີ່ໄດ້ມີນໍ້າໃຈອັນສູງສົ່ງ ເຫັນໄດ້ຄວາມຈໍາເປັນ ແລະ ຄວາມຫຍຸ້ງຍາກຂອງບັນດານັກສຶກສາທີ່ຕົກຄ້າງໃນຫໍພັກໃນສະຖາບັນການສຶກສາຕ່າງ

ຍ້ອນຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເປັນການປະກອບສ່ວນທີ່ສໍາຄັນ ໃນການແບ່ງເບົາໃຫ້ນັກສຶກສາ ທີ່ຕົກຄ້າງໃນຫໍພັກ ໄດ້ຮັບການບັນເທົາທຸກ ແລະ ມີກໍາລັງໃຈທີ່ດີ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ-19 ແລະ ທ່ານຍັງໄດ້ອວຍພອນໃຫ້ທຸລະກິດ ຂອງທະນາຄານຮ່ວມພັດທັດທະນາ ໃຫ້ມີຄວາມຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ.

ທີ່ມາ

ShareTweetShare
Next Post
ສະຖານທີ່ສ່ຽງໃໝ່ ໃນນະຄອນຫລວງວຽງຈັນ

ສະຖານທີ່ສ່ຽງໃໝ່ ໃນນະຄອນຫລວງວຽງຈັນ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    ດ່ວນລ່າສຸດ ບ່າວ​ຈັນດາລາ ນິໃສເກົ່າບໍ່ປ່ຽນລັກເງິນ ຖືກຈັບແລ້ວ

    0 shares
    Share 0 Tweet 0
  • ຍັງຈື່ນ້ອງ ບົ້ງກື ໄດ້ບໍ່! ປະກາດຕາມຫາ ນາງບົ້ງກີ ອູມພູທອນ ຫາຍໂຕໄປ

    0 shares
    Share 0 Tweet 0
  • ອອກມາແລ້ວ ຖະແຫລງກ່ຽວກັບ ມາດຕະການແກ້ໄຂບັນຫາຕິດພັນກັບອັດຕາແລກປ່ຽນ

    0 shares
    Share 0 Tweet 0
  • ດ່ວນໆ ສາວພອນກິນຢາປິດຊີບຕົນເອງ ໃຜຢູ່ໃກ້ລາວພາໄປໂຮງໝໍດ່ວນ

    0 shares
    Share 0 Tweet 0
  • ຝາກເຕືອນລະວັງເດີ! ຄົນທີ່ໄປຖອນເງິນເຂດນີ້ ມີຄົນຖືມີດມານັ່ງເຝົ້າໜ້າຕູ້ ATM

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ວິກິດໜັກ ລ່າສຸດ ລັດຖະບານ ສີລັງກາປະກາດ ບໍ່ມີນ້ຳມັນຂາຍແລ້ວ
  • ຂ່າວດ່ວນ ແຈ້ງປັບຂຶ້ນລາຄາ ນ້ຳມັນທົ່ວປະເທດ
  • ດ່ວນ..! ລົດ ອະນຸສິດຂົນສົ່ງ ເສຍຫລັກ​ປີ້ນ​
  • ເລັ່ງຈັດສັນລັດໃຫ້ສອດຄ່ອງ ຫັນໃຊ້ລົດໄຟຟ້າ ແລະ ຍົກເລີກລົດປະຈຳຕຳແໜ່ງຂັ້ນກົມລົງມາ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...