ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພະຫັດ 23, ເດືອນມີນາ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ວຽກງານ ຕມ ກັບບົດບາດກວດກາ ແລະ ແກ້ໄຂແຮງງານກັບຄືນປະເທດ ຈາກຜົນກະທົບໂ ຄ ວິ ດ

Staff by Staff
ເດືອນມີນາ 1, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຂປລ. ໃນວັນທີ 31 ພຶດສະພາ 2021 ທ່ານ ພັນໂທ ເພັດດາວົງ ແກ້ວກັນຍາ ຮອງຫົວໜ້າກົມ ຕໍາຫລວດກວດຄົນເຂົ້າ-ອອກເມືອງ (ຕມ) ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ, ທັງເປັນຄະນະກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ໃຫ້ສໍາພາດ ຕໍ່ນັກຂ່າວສໍານັກຂ່າວສານປະເທດລາວ ກ່ຽວກັບການຈັດຕັ້ງປະຕິບັດວຽກງານກວດຄົນເຂົ້າ-ອອກ ສປປ ລາວ ຢູ່ບັນດາດ່ານຊາຍແດນ ແລະ ສະໜາມບິນສາກົນ ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ໂດຍໄດ້ເນັ້ນໃຫ້ເຫັນເຖິງການປະຕິບັດບັນດາມາດຕະການຄັດກອງ ແລະ ນະໂຍບາຍຕ່າງໆ ຕໍ່ຜູ້ທີ່ມີຈຸດປະສົງເດີນທາງເຂົ້າ-ອອກ ສປປ ລາວ, ເວົ້າສະເພາະ ການອໍານວຍຄວາມສະດວກດ້ານຕ່າງໆ ໃຫ້ແກ່ແຮງງານລາວທີ່ກັບຄືນປະເທດ.

ທ່ານ ພັນໂທ ເພັດດາວົງ ແກ້ວກັນຍາ ກ່າວວ່າ: ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ໃນທ້າຍປີ 2019 ເປັນຕົ້ນມາ, ກົມຕໍາຫລວດ ຕມ ໄດ້ເອົາໃຈໃສ່ປະຕິບັດຊີ້ນໍາ ຂອງຄະນະນໍາກະຊວງ ປກສ, ກົດໝາຍ, ຄໍາສັ່ງຕ່າງໆ ຂອງລັດຖະບານ ແລະ ບັນດາສັນຍາຮ່ວມມືແບບສອງຝ່າຍກັບປະເທດຕ່າງໆ ກ່ຽວກັບການຂ້າມແດນຢ່າງເຂັ້ມງວດ ເພື່ອກວດກາຜູ້ທີ່ເຂົ້າເມືອງໃຫ້ຖືກຕ້ອງ, ທັງເປັນການປ້ອງກັນ ບໍ່ໃຫ້ມີບຸກຄົນເລັດລອດນໍາເອົາເຊື້ອພະຍາດໂຄວິດ-19 ເຂົ້າມາແຜ່ລະບາດຢູ່ ສປປ ລາວເຮົາຄືຜ່ານມາ. ເວົ້າສະເພາະ ແມ່ນຣາຊະອານາຈັກໄທ ທີ່ມີແຮງງານລາວເປັນຈໍານວນຫລາຍ, ເຊິ່ງມີທັງໄປແບບຖືກຕ້ອງຕາມລະບຽບກົດໝາຍ ແລະ ລັກລອບຂ້າມໄປແບບຜິດກົດໝາຍ, ເຊິ່ງນັບແຕ່ເດືອນມີນາ 2020 ຫາ ເດືອນພຶດສະພາ 2021 ນີ້, ມີພົນລະເມືອງລາວ (ແຮງງານ) ເດີນທາງເຂົ້າມາຜ່ານດ່ານຕ່າງໆ ຈໍານວນ 171.910 ກວ່າຄົນ, ຍິງ 87.200 ກວ່າຄົນ, ເດີນທາງອອກມີຈໍານວນ 105.440 ກວ່າ ຄົນ, ຍິງ 52.730 ກວ່າຄົນ.

ຂະນະດຽວກັນ ແຮງງານລາວທີ່ຖືກພັກດັນຈາກປະເທດໄທ ໂດຍຜ່ານດ່ານ (ບໍ່ມີເອກະສານ) ມີຈໍານວນ 363 ຄົນ, ຍິງ 168 ຄົນ ແລະ ມີແຮງງານລາວ ລັກລອບຂ້າມຕາມບໍລິເວນຊາຍແດນບໍ່ຖືກຕ້ອງຈໍານວນ 108 ຄົນ, ຍິງ 5 ຄົນ. ສ່ວນຄົນຕ່າງປະເທດ ທີ່ເດີນທາງເຂົ້າມາມີຈໍາ ນວນ 29.832 ຄົນ, ຍິງ 5.000 ກວ່າຄົນ ແລະ ເດີນທາງອອກ ມີຈໍານວນ 24.000 ກວ່າຄົນ, ຍິງ 3.540 ກວ່າຄົນ.

ທ່ານ ພັນໂທ ເພັດດາວົງ ແກ້ວກັນຍາ ອະທິບາຍຕື່ມວ່າ: ສໍາລັບແຮງງານລາວ ທີ່ລັກລອບໄປໄທແບບບໍ່ຖືກຕ້ອງ ແຕ່ມີຄວາມຕ້ອງການກັບຄືນປະເທດ ແມ່ນພວກເຮົາມີການຜ່ອນຜັນຄືບໍ່ປັບໃໝ ແລະ ບໍ່ ດໍາເນີນຄະດີຕໍ່ເຂົາເຈົ້າ, ໂດຍພວກເຂົາສາມາດໄປພົວພັນກັບເຈົ້າໜ້າທີ່ກ່ຽວຂ້ອງຢູ່ດ່ານໂດຍກົງ ເພື່ອແຈ້ງ

ຂໍ້ມູນ ເຊັ່ນ: ຊື່ ແລະ ນາມສະກຸນ, ວັນເດືອນປີເກີດ, ທີ່ຢູ່ໃນ ສປປ ລາວ, ໄປເຮັດວຽກຫຍັງຢູ່ໄທ, ເບີຕິດຕໍ່ຍາດພີ່ນ້ອງຢູ່ລາວ ດັ່ງນີ້ເປັນຕົ້ນ. ເພື່ອພິສູດວ່າ ເປັນພົນລະເມືອງລາວແທ້ບໍ່ ກ່ອນຈະອະນຸຍາດໃຫ້ເດີນທາງເຂົ້າ ສປປ ລາວ. ນອກຈາກນີ້, ວຽກງານສໍາຄັນໜຶ່ງກໍແມ່ນການຕິດຕາມກວດກາຄົນຕ່າງປະເທດທີ່ ເດີນທາງເຂົ້າມາ ສປປ ລາວ ໃນໄລຍະການລະບາດຂອງພະຍາດໂຄວິດ-19 ນີ້ ແມ່ນອະນຸຍາດໃຫ້ເຂົ້າສໍາລັບຊ່ຽວຊານ, ຜູ້ເຮັດວຽກໃນໂຄງການໃຫຍ່ໆ, ໂຄງການຂອງລັດຖະບານ, ນັກລົງທຶນ, ນັກສຶກສາຕ່າງປະເທດ, ບັນດາບໍລິສັດທີ່ມີຄວາມຈໍາເປັນນໍາເຂົ້າແຮງງານຕ່າງປະເທດ ຕ້ອງຜ່ານການອະນຸຍາດ ຈາກຄະນະສະເພາະກິດຂັ້ນສູນກາງ ຫລື ຂະແໜງການກ່ຽວຂ້ອງ ແລະ ຕ້ອງໄດ້ປະຕິບັດມາດຕະການປ້ອງກັນພະຍາດ ທີ່ຂະແໜງສາທາລະນະສຸກວາງອອກຢ່າງເຂັ້ມງວດ, ໃນກໍລະນີບໍປະຕິບັດ ແມ່ນເຈົ້າໜ້າທີ່ ຕມ ຈະເປັນໃຈກາງປະສານພາກສ່ວນກ່ຽວຂ້ອງ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ, ດັ່ງເຄີຍປະ ຕິບັດມາແລ້ວກັບຜູ້ລະເມີດຈໍານວນໜຶ່ງ.

ພ້ອມນີ້, ກົມຕໍາຫລວດ ຕມ ຍັງໄດ້ຊີ້ນໍາພະແນກ ຕມ ຢູ່ບັນດາທ້ອງຖິ່ນ ເອົາໃຈໃສ່ປະສານສົມທົບ ກັບກອງບັນຊາການ ປກສ ເມືອງ, ນະຄອນ, ທະຫານຊາຍແດນ, ອົງການປົກຄອງ ບ້ານທີ່ຢູ່ລຽບຊາຍແດນ ຮ່ວມກັນລາດຕະເວນບໍລິເວນຊາຍແດນ ເພື່ອກວດກາ, ເກັບກໍາສະພາບຕ່າງໆ ແລະ ກໍລະນີພົບເຫັນຜູ້ລັກລອບເຂົ້າ-ອອກ ຕ້ອງກັກຕົວ ມາສືບສວນ-ສອບສວນ ແລະ ນໍາຕົວໄປກວດຫາເຊື້ອພະຍາດໂຄວິດ-19, ພ້ອມທັງນໍາສົ່ງໄປຈໍາກັດບໍລິເວນຢູ່ສະຖານທີ່ກໍານົດໄວ້.

ເວົ້າລວມແລ້ວ, ການຈັດຕັ້ງປະຕິບັດວຽກງານກວດກາຄົນເຂົ້າ-ອອກ ສປປ ລາວ ໄດ້ມີຜົນສໍາເລັດຜ່ານມານັ້ນ ກໍຍ້ອນໄດ້ຮັບການຮ່ວມມືສະໜັບສະໜູນ ຂອງທຸກຂະແໜງການ ແລະ ປະຊາຊົນບັນດາເຜົ່າ ແລະ ການຮ່ວມມືກັບປະເທດຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ພົນລະເມືອງລາວ ໄດ້ກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ.

ຂ່າວ: ສຸະພະສະຫວັນ

ShareTweetShare
Next Post
ຊົມເຊີຍ! ແຂວງຜົ້ງສາລີ ມອບເງິນຊ່ວຍເຫລືອ ແຂວງດຽນບຽນ ນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນ ໂ ຄ ວ ິ ດ

ຊົມເຊີຍ! ແຂວງຜົ້ງສາລີ ມອບເງິນຊ່ວຍເຫລືອ ແຂວງດຽນບຽນ ນຳໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນ ໂ ຄ ວ ິ ດ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    ສາວງາມ ລົມຜົວເຂົາ ຖຶກເມຍເຂົາໂພສປະຈານ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ລວມກະສັດຂຶ້ນຄອງລາດ ອານາຈັກລ້ານຊ້າງ 33 ພຣະອົງ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...