ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນອາທິດ 29, ເດືອນພຶດສະພາ, 2022
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ຕິດຕັ້ງກົງເຕີໄຟຟ້າ ແບບຄິດໄລ່ລາຄາຄ່າໄຟອັດໂນມັດ

Staff by Staff
ເດືອນພຶດສະພາ 31, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຂ່າວດີ !!! ການທົດລອງຕິດຕັ້ງກົງເຕີໄຟຟ້າ ໃນລະບົບສະມາດມິດເຕີ ຂອງລັດວິສາຫະກິດ ໄຟ້ຟ້າລາວຈຳນວນ 50 ພັນໜ່ວຍ ຢູ່ 4 ເມືອງ ໃນນະຄອນຫຼວງວຽງຈັນ, ມາຮອດປັດຈຸບັນ ແມ່ນໄດ້ຕິດຕັ້ງສຳເລັດແລ້ວ 30 ພັນກ່ວາໜ່ວຍ (60%) ຊຶ່ງຄາດວ່າຈະຕິດຕັ້ງໃຫ້ສຳເລັດພາຍໃນປີນີ້.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ໄດ້ໃຫ້ສຳພາດຜ່ານລາຍການຮອບເມືອງເລື່ອງໂຄວິດ ເມື່ອວັນທີ 28 ພຶດສະພາຜ່ານມາ ທີ່ໂທລະພາບແຫ່ງຊາດວ່າ: ກົງເຕີໄຟຟ້າ ລະບົບສະມາດມິດເຕີ ແມ່ນມີແອັບທີ່ລິ້ງເຂົ້າໃນລະບົບຕະຫຼອດເວລາ ໂດຍເຮົາສາມາດກວດເບິ່ງການນຳໃຊ້ໄຟໄດ້ເລີຍ ແລະ ສາມາດກວດເບິ່ງການນຳໃຊ້ໄຟຟ້າຄືນຫຼັງໄດ້ອີກດ້ວຍ ! 👏

ທ່ານກ່າວໃຫ້ຮູ້ຕື່ມວ່າ: ໃນຊຸມປີຜ່ານມາ​ນີ້ ເນື່ອງຈາກສະພາບທາງການເງິນຂອງລັດວິສາຫະກິດໄຟຟ້າລາວມີຄວາມຫຍຸ້ງຍາກ ສະນັ້ນການຂະຫຍາຍຕາຂ່າຍ ແລະ ເສີມໝໍ້ແປງໄຟໃຫ້ກັບ ປະຊາຊົນມີຈຳນວນບໍ່ພຽງພໍກັບຄວາມຕ້ອງການ ຕໍ່ກັບບັນຫາດັ່ງກ່າວພວກເຮົາກໍມີນະໂຍບາຍໃໝ່ຊຶ່ງ​ຖື​ວ່າດີທີ່ສຸດ

ໂດຍສະເພາະໃນຕົ້ນອາທິດທີ່ຜ່ານມາພວກເຮົາໄດ້ອອກແຈ້ງການທາງເຟດບຸກໃຫ້ປະຊາຊົນ​ຮັບ​ຮູ້ຕໍ່ກັບບັນຫາເລື່ອງໄຟຟ້າບໍ່ພຽງພໍ, ແຮງດັນຕົກ, ໃຊ້ໄຟບໍ່ໄດ້ ແລະ ອື່ນໆ ແມ່ນໃຫ້ແຈ້ງທີ່ໝາຍເລກ 199 ຫຼື ແຈ້ງເຂົ້າສູນບໍລິການ ແລະ ໄດ້ໃຫ້ພະນັກງານທີ່ຄຸ້ມຄອງຝ່າຍຈຳໜ່າຍຄືໃຫ້ແຕ່ລະສູນຮັບຄຳຮ້ອງ ຫຼື ຄຳສະເໜີຂອງປະຊາຊົນເພື່ອນຳສະເໜີຫາພາກສ່ວນທີ່ກ່ຽວຂ້ອງເພື່ອໄປແກ້ໄຂ,ປັດຈຸບັນໃນທົ່ວປະເທດມີກົງເຕີ້ໄຟຟ້າປະມານ 1 ລ້ານ 5 ແສນກວ່າໜ່ວຍ ໃນປະລິມານດັ່ງກ່າວພວກເຮົາກໍມີພະນັກງານຫຼາຍພັນຄົນໃນການໄປຈົດໃນແຕ່ລະເດືອນ ແຕ່ກໍ​ຍັງ​ມີຄວາມຜິດພາດ​ໃນ​ຈຳ​ນວນ​ໜ້ອຍ​ໜຶ່ງ,

ເຖິງຢ່າງໃດກໍຕາມພວກເຮົາໄດ້ມີຄວາມພະຍາຍາມບໍ່ໃຫ້ຄວາມຜິດພາດເກີດ​ຂຶ້ນ ແຕ່​ບາງ​ຄັ້ງ​ກໍ​ເກີດ​ຂຶ້ນ​ຈົນ​ໄດ້, ສຳລັບການຈົດເລກກົງເຕີໃຫ້ມີຄວາມໝັ້ນໃຈວ່າໂດຍສະເພາະກົງເຕີ້ລຸ້ນດີຈີຕອນເຖິງວ່າຈະບໍ່ໄດ້ຈົດແຕ່ໃນລະບົບກົງເຕີ້ແມ່ນມັນຈະ​ຣີ​ຄອດເອງໄວ້ແຕ່ລະເດືອນມັນຈະບັນທຶກໄວ້ເລີຍ,ໃນກໍລະນີກົງເຕີໄຟມີບັນຫາໃຊ້ການບໍ່ໄດ້, ໜ້າມົວ ແລະ ອຶ່ນໆພວກເຮົາຈະສົ່ງພະນັກງານລົງໄປກວດເບິ່ງຖ້າມີການປ່ຽນກົງເຕີໃໝ່ແມ່ນຈະບໍ່ໄດ້ເສຍຄ່າ.

ShareTweetShare
Next Post
ຫວຽດນາມປະສົບບັນຫາພົບໂຄວິດສາຍພັນໃໝ່ ມີລະດັບຮ້າຍແຮງກວ່າ ສາຍພັນອັງກິດແລະອິນເດຍ

ຫວຽດນາມປະສົບບັນຫາພົບໂຄວິດສາຍພັນໃໝ່ ມີລະດັບຮ້າຍແຮງກວ່າ ສາຍພັນອັງກິດແລະອິນເດຍ

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    ປີບຫົວໃຈຜູ້ເປັນແມ່ສຸດໆ​ ເຫດລົດຈັກຕຳຟຸດບາດ ລູກອາຍຸ 6ປີ ເສຍຊີວິດຄາທີ່

    0 shares
    Share 0 Tweet 0
  • ແຊຣ໌ໄວ້ໄດ້ປະໂຫຍດ..! ວິທີເຮັດພາດສະປອດດ້ວຍໂຕເອງ ງ່າຍໆບໍ່ຕ້ອງຕໍ່ຄິວ ແລ້ວພາຍໃນມື້ ອ່ານເລີຍມີຄຳຕອບ.

    0 shares
    Share 0 Tweet 0
  • ຕາຢ້ານແທ້..! ລະວັງໃຜທ່ຽວກາງຄືນ ສາວຖືກຢັນເອົາລົດຈັກເສັ້ນທາງຂົວນ້ຳເຄັມ-ທ່າງ່ອນ (ມີຄລິບ)

    0 shares
    Share 0 Tweet 0
  • ພາກສ່ວນກ່ຽວຂ້ອງກວດສອບດ້ວຍ ປ້ຳນ້ຳມັນເຊື້ອໄຟ ຂອບເຂດ ໂພນສະຫວາດ(ແຂວງວຽງຈັນ) ປັບນ້ຳມັນເກີນລາຄາ

    0 shares
    Share 0 Tweet 0
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ທົ່ວໄປ
  • ບົດຄວາມ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ເຫດລົດຈັກລົ້ມເອງ(ຕຳກຳແພງ) ເສຍຊີວິດຄາທີ່ ໂດຍເປັນພາບທີ່ຫົດຫູ່ໃຈຫຼາຍແຟນສາວສົ່ງຫາທັງທີ່ບໍ່ຮູ້ວ່າໂລກໄດ້ຈາກໂລກນີ້ໄປແລ້ວ.
  • ຂ່າວດີ…! ມື້ນີ້ທົ່ວນະຄອນຫຼວງມີປ້ຳນ້ຳມັນເປີດໃຫ້ບໍລິການ 70ປ້ຳ
  • ຮູ້ເທົ່າບໍ່ເຖິງການ ຍອມຮັບຜິດພ້ອມຂໍໂທດແລ້ວ…ຜູ້ຂັບຂີ່ຖ່າຍຄຼິບລົງສື່ອອນລາຍປະຈານເຈົ້າໜ້າທີ່ຈະລາຈອນ ຢູ່ດ່ານເຂດເມືອງທ່າພະບາດ
  • ເຜີຍແຜ່ການຄຸ້ມຄອງດ້ານການເງິນ-ເງິນຕາ ແລະ ການຄຸ້ມຄອງລາຄາສິນຄ້າອຸປະໂພກ-ບໍລິໂພກ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...