ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
ວັນພຸດ 29, ເດືອນພະຈິກ, 2023
No Result
View All Result
ກຂຄ ລາວ
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ
No Result
View All Result
ກຂຄ ລາວ

ແຈ້ງຂ່າວເສົ້າສະຫລົດໃຈ ກ່ຽວກັບການມໍລະນະກໍາຂອງ ສະຫາຍ ວົງເພັດ ໄຊເກີຢາຈົງຕົວ

Staff by Staff
ເດືອນພຶດສະພາ 31, 2021
in ຂ່າວພາຍໃນ
0
Home ຂ່າວພາຍໃນ

ຄະນະບໍລິຫານງານສູນກາງພັກ, ລັດຖະບານແຫ່ງ ສປປ ລາວ, ສະພາແຫ່ງຊາດ, ຄະນະກວດກາ ສູນກາງພັກ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນກໍາມະບານລາວ, ແຂວງຫລວງພະບາງ ແລະ ຄອບຄົວໄຊເກີຢາຈົງຕົວ ຂໍແຈ້ງຂ່າວຄວາມເສົ້າສະຫລົດໃຈມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ພີ່ນ້ອງຮ່ວມຊາດຊາບທົ່ວເຖິງກັນວ່າ:

ສະຫາຍ ວົງເພັດ ໄຊເກີຢາຈົງຕົວ ພະນັກງານບໍານານ ອະດີດກໍາມະການສູນກາງພັກ ສະໄໝທີ III, IV, V, VI, VII ແລະ VIII ອະດີດເລຂາພັກແຂວງ-ເຈົ້າແຂວງຫລວງພະບາງ,

ອະດີດຮອງປະທານສູນກາງແນວລາວສ້າງຊາດ, ອະດີດຮອງປະທານສະພາແຫ່ງຊາດສະໄໝ ທີ III, IV, ອະດີດປະທານກວດກາສູນກາງພັກ ສະໄໝທີ VI, VII ແລະ ອະດີດປະທານສູນກາງ ສະຫະພັນກໍາມະບານລາວ, ພາຍຫລັງ ສະຫາຍໄດ້ມີການເຈັບເປັນ, ການຈັດຕັ້ງຄອບຄົວຍາດພີ່ນ້ອງ,

ຄະນະແພດໝໍໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດຂອງສະຫາຍໄວ້ໄດ້ ສະຫາຍຈຶ່ງໄດ້ເສຍຊີວິດ ໃນເວລາ 12 ໂມງ 25 ນາທີ ຂອງວັນທີ 30/05/2021 ລວມອາຍຸໄດ້ 82 ປີ.

ເພື່ອຈາລຶກຄຸນງາມຄວາມດີຂອງ ສະຫາຍ ວົງເພັດ ໄຊເກີຢາຈົງຕົວ ທີ່ໄດ້ອຸດທິແກ່ປະເທດຊາດ ແລະ ການປະຕິວັດ, ດ້ວຍຄວາມອາໄລ ອາວອນຢ່າງສຸດຊຶ້ງຕໍ່ສະຫາຍ, ເຊິ່ງເປັນໜຶ່ງໃນບັນດາພະນັກງານການນໍາຂັ້ນສູງຂອງພັກ-ລັດ.

ຄະນະບໍລິຫານງານສູນກາງພັກ, ລັດຖະບານແຫ່ງ ສປປ ລາວ, ສະພາແຫ່ງຊາດ, ຄະນະກວດກາສູນກາງພັກ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນກໍາມະບານລາວ ແລະ ແຂວງຫລວງພະບາງ ໄດ້ຕົກລົງໄວ້ອາໄລຢ່າງເປັນທາງການ ເປັນເວລາ 03 ວັນ ນັບແຕ່ວັນທີ 31/05/2021 ເຖິງວັນທີ 02/06/2021.

ປັດຈຸບັນສົບຂອງເພິ່ນໄດ້ບໍາເພັນກຸສົນໄວ້ຢູ່ທີ່ເຮືອນຂອງເພີ່ນ ບ້ານຊຽງຍືນ, ໜ່ວຍ 10 ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ສ່ວນວັນຊາປະນາກິດສົບ ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 02/06/2021 ເວລາ 10 ໂມງ 00 ນາທີ ທີ່ເຮືອນຂອງເພີ່ນເອງ.

ຈາກນັ້ນ ຈະໄດ້ເຄື່ອນສົບໄປແຂວງຫລວງພະບາງ ແລະ ເຮັດພິທີປົງສົບ ເວລາ 15 ໂມງ 00 ນາທີ ຢູ່ທີ່ອານຸສາວະລີນັກຮົບນິລະນາມທະຫານ ແຂວງຫລວງພະບາງ.

ດັ່ງນັ້ນ, ຈຶ່ງແຈ້ງຂ່າວມາຍັງສະມາຊິກພັກ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວບັນ ດາເຜົ່າໃນຂອບເຂດທົ່ວປະເທດ ເພື່ອຊາບທົ່ວເຖິງກັນ.

ນະຄອນຫລວງວຽງຈັນ, ວັນທີ 30/05/2021

ShareTweetShare
Next Post
ເກີດເຫດໄຟໄໝ້ເຮືອບັນທຸກສິນຄ້າ ເສຍຫາຍໝົດລຳ.

ເກີດເຫດໄຟໄໝ້ເຮືອບັນທຸກສິນຄ້າ ເສຍຫາຍໝົດລຳ.

Discussion about this post

ສົ່ງຂໍ້ຄວາມຫາພວກເຮົາ

ຍອດນິຍົມປະຈຳອາທິດ

  • ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    ສາຍເມົາບໍ່ຖືກໃຈສິ່ງນີ້ ປັບລາຄາເບຍຂຶ້ນອີກແລ້ວເດີພີ່ນ້ອງ

    0 shares
    Share 0 Tweet 0
  • ດ່ວນ! ສັ່ງປິດ ຕະຫຼາດສີໄຄ ແລະ ສູນການຄ້າສາກົນຊັ່ງຈຽງ ຊົ່ວຄາວ ເພາະມີຜູ້ຕິດເຊີຶ້ອໄປເລາະ

    0 shares
    Share 0 Tweet 0
  • ແຈ້ງການດ່ວນ! ຄ່າໄຟຟ້າ ປີ 2021 ລາຄາໄຟຟ້າປັບປຸງໃໝ່ 2021 ເລີ່ມປະຕິບັດແຕ່ເດືອນມີນາ ເປັນຕົ້ນໄປ

    0 shares
    Share 0 Tweet 0
  • ເຊົ່າດິນຂອງລັດ ດໍາເນີນໂຄງການລາດຊະວົງ ພລາຊາ ໃຫ້ເອກະຊົນ

    0 shares
    Share 0 Tweet 0
  • ເຫັນດີນຳເດີ້…! ອີງຕາມຂໍ້ຕົກລົງ ເລກທີ 581 ສັ່ງຮື້ຖອນ ສິ່ງປຸກສ້າງອອກຈາກທາງນໍ້າຊອງ ເພື່ອຄວາມເປັນລະບຽບ

    0 shares
    Share 0 Tweet 0

Facebook ເພຈພວກເຮົາ

ABOUT US

KKK LAO NEWS is an online Lao-language news website
covering a variety of topics such as news, politics, economy,
entertainment, lifestyle, travel, technology and etc.

ຊ່ອງທາງຕິດຕາມພວກເຮົາ

Follow us

ໝວດໜູ່ຂ່າວ

  • ຂ່າວການສຶກສາ
  • ຂ່າວກິລາ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ຂ່າວພາຍໃນ
  • ຂ່າວສັງຄົມ
  • ຂ່າວອຸປະຕິເຫດ
  • ຂ່າວເສດຖະກິດ
  • ຊ່ວຍເຫຼືອ
  • ທົ່ວໄປ
  • ບົດຄວາມ
  • ສະພາບອາກາດ
  • ສາລະໜ້າຮູ້

ໃໝ່ລ່າສຸດ

  • ນາຍົກລັດຖະມົນຕີ ແຫ່ງ ຣາຊະ ອານາຈັກກໍາປູເຈຍ ເດີນທາງເຖິງ ນວ
  • ຄົນຮ້າຍປຸ້ນທະນາຄານທີ່ເມືອງນານ ຖືກວິສາມັນ
  • ແຕ່ງຕັ້ງ ທ່ານ ສອນໄຊ ສີພັນດອນ ຂຶ້ນເປັນນາຍົກລັດຖະມົນຕີ ຄົນໃໝ່.
  • ເລີ່ມແລ້ວເດີ… ບຸນຊ່ວງເຮືອທ່າວັດຈັນ ທີ່ທຸກຄົນລໍຖ້າ ມາ 2ປີ
  • ກ່ຽວກັບພວກເຮົາ
  • Privacy & Policy
  • ຕິດຕໍ່ລົງໂຄສະນາ

© 2020 KKK Lao News - ກຂຄ ລາວ

No Result
View All Result
  • ໜ້າຫຼັກ
  • ຂ່າວພາຍໃນ
  • ຂ່າວຕ່າງປະເທດ
  • ຂ່າວບັນເທິງ
  • ບົດຄວາມ
  • ທົ່ວໄປ

© 2020 KKK Lao News - ກຂຄ ລາວ

ທ່ານບໍ່ມີສິດສຳເນົາ ບົດຄວາມນີ້ໄດ້ ສົນໃຈບົດຄວາມຕິດຕໍ່ ຜູ້ດູແລລະບົບ...